ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ເທນ
ເຊນ ປະທານາທິບໍດີ ແຫ່ງສາທາລະນະລັດ ສະຫະພາບ ມຽນມາ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ ພ້ອມພັນລະຍາ ແລະ ຄະນະຜູ້ແທນ ຂັ້ນສູງໄດ້ຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມພິທີເປີດງານມະຫະກຳກິລາຊີເກມ
ຄັ້ງທີ 27 ທີ່ ສສ.ມຽນມາ ລະຫວ່າງວັນ ທີ 9-11 ທັນວາ 2013.
ພາຍຫລັງເດີນທາງ ໄປ ເຖິງສະ ໜາມບິນສາກົນນະຄອນ
ຫລວງເນປີດໍ ໃນວັນ ທີ 9 ທັນວາ 2013, ທ່ານ ປະທານ ປະເທດ ຈູມ ມາລີ ໄຊຍະສອນ ໄດ້ຖືກຕ້ອນຮັບ
ຢ່າງ ອົບອຸ່ນຈາກ ທ່ານ ວູນາ ມອງວິນ (Wunna Maung Lwin), ລັດຖະມົນ ຕີວ່າການກະ ຊວງການຕ່າງປະ
ເທດມຽນມາ ພ້ອມດ້ວຍຄະນະ ແລະ ບັນດາຂະບວນນັກຮຽນນັກສຶກ ສາບົນເສັ້ນທາງ ຈາກ ສະ ໜາມບິນເຂົ້າສູ່ຕົວ
ເມືອງ. ຈາກນັ້ນ ໃນເວລາ 16:00 ໂມງ ຂອງວັນດຽວກັນ ຢູ່ທໍານຽບ ປະທາ ນາທິບໍດີ, ທ່ານ ເທນເຊນ ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ
ໄດ້ຈັດພິທີຕ້ອນຮັບ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນ ລະຍາ
ຢ່າງເປັນທາງການ; ພິທີໄດ້ຈັດຂຶ້ນຢ່າງສົມກຽດ ເຕັມໄປ
ດ້ວຍບັນຍາກາດແຫ່ງ ໄມຕີຈິດ ມິດ ຕະພາບອັນອົບອຸ່ນ
ໂດຍມີບັນ ດາການນຳຂັ້ນສູງ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງ ຝ່າຍຂົ້າຮ່ວມຢ່າງພ້ອມພຽງ. ຫລັງພິທີ
ຕ້ອນຮັບສຳເລັດ, ໄດ້ມີການພົບປະສອງຝ່າຍ ລາວ-ມຽນມາ ຢ່າງເປັນທາງການຢູ່ທຳ ນຽບປະທານາທິບໍດີຊຶ່ງສອງຝ່າຍໄດ້ແຈ້ງໃຫ້
ກັນຊາບກ່ຽວກັບສະພາບການຕ່າງໆຂອງ ແຕ່ລະປະເທດ ໂດຍໄດ້ແລກປ່ຽນ ຄຳຄິດຄຳເຫັນນຳກັນຢ່າງເລິກ
ເຊິ່ງ ແລະ ມີຄວາມເປັ ນເອກະພາບກັນຢ່າງກວ້າງຂວາງກ່ຽວກັບການເສີມຂະຫຍາຍສາຍພົວ ພັນມິດຕະພາບ
ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ມຽນມາ.ພ້ອມນັ້ນກໍໄດ້ແລກ ປ່ຽນທັດສະນະຕໍ່ບາງບັນຫາ
ພາກພື້ນ ແລະ ສາກົນ ທີ່ສອງ ຝ່າຍ ສົນໃຈຮ່ວມກັນ.
ໃນການແລກປ່ຽນຄຳຄິດຄຳ ເຫັນ ,ຜູ້ນຳທັງສອງ ໄດ້ສະແດງ
ຄວາມເພິ່ງພໍໃຈເປັນຢ່າງຍິ່ງຕໍ່ ສາຍພົວພັນມິດ ຕະພາບອັນເປັນ ມູນເຊື້ອທີ່ດີງາມ ແລະ ໄດ້ຕີລາຄາ
ສູງຕໍ່ບັນດາຜົນສຳເລັດທີ່ສອງລັດ ຖະບານກໍ່ຄືປະຊາຊົນສອງປະເທດ ຍາດມາໄດ້ໃນການປົກ ປັກ ຮັກສາ
ແລະ ພັດທະນາປະເທດ ຊາດຂອງຕົນ ໃຫ້ນັບມື້ນັບຈະເລີນ ກ້າວໜ້າຂຶ້ນເລື້ອຍໆ. ກ່ຽວກັບການຮ່ວມມືສອງຝ່າຍ,
ການນຳ ຂັ້ນສູງຂອງສອງປະເທດໄດ້ເປັນເອກະພາບນຳກັນວ່າ: ສອງປະເທດ ລາວ-ມຽນມາ ມີມູນເຊື້ອແຫ່ງສາຍພົວພັນທີ່ມີ
ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ, ເພິ່ງພາອາໄສເຊິ່ງກັນ ແລະ ກັນ, ຮ່ວມມືຊ່ວຍເຫລືອກັນຖານ
ບ້ານໃກ້ເຮືອນຄຽງ ທີ່ດີ ແລະ ຢືນຢັນຈະສືບຕໍ່ຮ່ວມມືກັນເພື່ອປົກ ປັກຮັກສາມູນເຊື້ອອັນດີງາມ
ໃຫ້ ຍືນຍົງຕະຫລອດໄປ. ສອງຝ່າຍຍັງໄດ້ເຫັນດີ ຮ່ວມກັນໃນການສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ
ການພົບປະລະຫວ່າງຜູ້ນຳຂັ້ນ ສູງກໍຄືຄະນະຜູ້ແທນຂັ້ນຕ່າງໆຂອງສອງປະ ເທດຢ່າງເປັນປົກ ກະຕິ
ແລະ ຢືນຢັນຄືນທັດສະນະຂອງຕົນທີ່ຈະສືບຕໍ່ຊຸກຍູ້ບັນດາ ຂະແໜງການກ່ຽວຂ້ອງໃນການປະຕິບັດບັນ
ດາຂໍ້ຕົກລົງທີ່ທັງ ສອງຝ່າຍມີຮ່ວມກັນໃຫ້ປາກົດຜົນເປັນຈິງເທື່ອລະກ້າວ. ຜູ້ນຳທັງສອງຍັງໄດ້ເຫັນພ້ອມນຳກັນວ່າ:ໂຄງການກໍ່ສ້າງ
ຂົວແມ່ນ້ຳຂອງຕາມແຜນການຈະສຳເລັດການກໍ່ສ້າງ ແລະ ເປີດນຳ ໃຊ້ໃນຕົ້ນປີ 2015 ຈະກາຍເປັນສັນຍະລັກອັນໜັກແໜ້ນແຫ່ງ
ສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງຊາດລາວ ແລະ ມຽນມາ ທັງເປັນການປະກອບສ່ວນເຂົ້າໃນການເຊື່ອມໂຍງປະ
ເທດທັງສອງເຂົ້າໃນພາກພື້ນໄດ້ເປັນ ຢ່າງດີ.ການຮ່ວມມືດ້ານການ ສຶກສາ,ສອງຝ່າຍໄດ້ຊຸກຍູ້ໃຫ້
ໜ່ວຍງານທີ່ກ່ຽວຂ້ອງເພີ່ມທະວີ ການຮ່ວມມືໃຫ້ຫລາຍຂຶ້ນຕາມ ຄວາມສາມາດຕົວຈິງຂອງແຕ່ລະ ຝ່າຍ.ນອກຈາກນັ້ນ,ຜູ້ນຳຂອງ
ສອງປະເທດຍັງໄດ້ປຶກສາຫາລື ເພື່ອແນໃສ່ເພີ່ມທະວີການຮ່ວມມື ດ້ານຕ່າງໆເປັນຕົ້ນແມ່ນການ ສົ່ງເສີມດ້ານການຄ້າ,ການທ່ອງ
ທ່ຽວໂດຍໄດ້ຕົກລົງໃຫ້ຂະແໜງ ການກ່ຽວຂ້ອງຂອງສອງຝ່າຍ ປຶກສາຫາລືກັນ ເພື່ອເປີດຄືນສາຍການບິນໂດຍກົງວຽງຈັນ-ຢາງ
ກຸ້ງ; ນອກຈາກນັ້ນ ກໍໄດ້ແລກປ່ຽນ ຄວາມເຫັນກ່ຽວກັບການຮ່ວມມືດ້ານຊາຍແດນ, ດ້ານກະສິກຳ, ຊົນລະປະທານ
ແລະ ປ່າໄມ້, ການຮ່ວມມືດ້ານການປາບປາມຢາ ເສບຕິດ, ດ້ານຄົມມະນາຄົມ ແລະ ຂົນສົ່ງ ໂດຍສະເພາະແມ່ນເລັ່ງໃສ່ການນຳໃຊ້ຂົວມິດ
ຕະພາບລາວ-ມຽນມາ ໃຫ້ເກີດປະໂຫຍດ ສູງສຸດໃນຕໍ່ໜ້າ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ເຫັນດີທີ່ຈະເພີ່ມທະວີການສະໜັບສະໜູນ
ແລະ ຮ່ວມມືກັນໃນຂອບກົນໄກພະ ຫຸພາຄີ ແລະ ກົນໄກການຮ່ວມມືອື່ນໆເພື່ອຜົນປະໂຫຍດຂອງສອງຝ່າຍກໍຄືເພື່ອພາລະກິດສັນຕິພາບ,
ມິດຕະພາບ ແລະ ການ ຮ່ວມມືພັດທະນາຂອງພາກພື້ນ ແລະ ໃນໂລກ.
ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ
ລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ການ ຫ້າງຫາກະກຽມ ຂອງ ມຽນມາ ໃນການເປັນເຈົ້າພາບຈັດມະຫະ ກຳກິລາຊີເກມຄັ້ງທີ
27 ຢ່າງດີ ເລີດ ແລະ ອວຍພອນໃຫ້ປະສົບຜົນສຳເລັດຢ່າງຈົບ ງາມ. ພ້ອມ ກັນນັ້ນກໍໄດ້ສະແດງຄວາມຂອບ
ອົກຂອບໃຈຢ່າງຈິງໃຈຕໍ່ປະທານາທິບໍດີເທນເຊນ, ລັດຖະບານ ແລະ ປະຊາຊົນ ມຽນມາ ທີ່ໄດ້ໃຫ້ ການສະໜັບສະໜູນ,ການຮ່ວມມື
ແລະ ຊ່ວຍເຫລືອ ສປປ ລາວ ຕະ ຫລອດໄລຍະຜ່ານມາ. ໃນຕອນ ຄ່ຳຂອງ ວັນດຽວກັນ, ປະທານາທິບໍດີ ເທນເຊນ
ພ້ອມດ້ວຍພັນລະຍາ ກໍໄດ້ເປັນເຈົ້າພາບຈັດ ງານ ລ້ຽງຮັບຮອງ ປະທານປະເທດ ຈູມມາ ລີ ໄຊຍະສອນ
ແລະ ພັນລະຍາ ພ້ອມດ້ວຍຄະນະຢ່າງສົມກຽດຢູ່ທຳນຽບປະທານາທິບໍດີ ແລະ ຕິດຕາມການຊົມການສະແດງສິ
ລະປະວັນນະຄະດີດ້ວຍບັນຍາກາດອັນຟົດຟື້ນ.
ສຳລັບ ໃນວັນທີ 10-11 ທັນ ວາ 2013, ປະທານປະເທດພ້ອມດ້ວຍພັນລະຍາ
ແລະ ຄະນະ ຈະສືບຕໍ່ເດີນທາງໄປຢ້ຽມ ຢາມ ເມືອງມັນດາເລ, ຢ້ຽມຢາມສະຖານທີ່ທາງປະຫວັດສາດຕ່າງໆຫລາຍແຫ່ງ
ແລະ ໃນຕອນເຊົ້າ ຂອງວັນທີ 11 ທັນວາ 2013, ປະທານປະເທດຈູມມາລີ ໄຊຍະ ສອນ ຈະໄດ້ພົບປະກັບທ່ານພົນ
ເອກອາວຸໂສ ທັນສະເວ ອະດີດ ປະທານສະພາສັນຕິພາບ ແລະ ການພັດທະນາແຫ່ງລັດຂອງສະ ຫະພາບມຽນມາ
ແລະ ໃນຕອນ ແລງ ຂອງວັນດຽວກັນ ກໍຈະໄດ້ ເຂົ້າຮ່ວມພິທີເປີດມະຫະກຳ ກິລາຊີເກມຄັ້ງທີ 27 ຢ່າງເປັນ
ທາງການຢູ່ນະຄອນຫລວງ ເນປີດໍ.
No comments:
Post a Comment