Ad

Ad

12 December 2013

ຢາບ້າຕ້ອງແກ້ໄຂບັນຫາແຕ່ຕົ້ນເຫດ ( ຄໍລຳ ແລກປ່ຽນຄຳເຫັນ )



     ບັນຫາຄົນຕິດຢາບ້າເບິ່ງຄືວ່າ ນັບມື້ມີຫລາຍຂຶ້ນ ໄປທາງໃດມາ ທາງໃດກໍຍິນຄົນເວົ້າເຖິງເອີ່ຍເຖິງ ຄື “ລູກຜູ້ນັ້ນກໍຕິດຢາ ບ້າ, ລູກຜູ້ນີ້ກໍຕິດຫາກໍອອກມາແຕ່ຫ້ອງຂັງພັດກັບໄປເສບອີກແລ້ວພວກນີ້ມັນບໍ່ລາບດອກ ຊິເອົາໄປເຂົ້າຄຸກຍິ່ງເກັ່ງຂຶ້ນກວ່າ ເກົ່າ” ເປັນປະໂຫຍກຄຳເວົ້າທີ່ມີລັກສະນະດູຖູກ, ແຕ່ຍັງບໍ່ເຄີຍໄດ້ຍິນຄວາມຄິດສະແດງຄວາມເປັນຫ່ວງແນວໃດ ເພາະຄວາມ ຈິງແລ້ວຄົນເຮົາບາງເທື່ອການທີ່ກະທຳອອກໄປນັ້ນຍັງບໍ່ທັນໄດ້ຄິດເຖິງວ່າຜົນທີ່ຕາມມາຈະເປັນແນວໃດ ແລະ ເຂົ້າໃຈພຽງ ວ່າມີຫລາຍຄົນເຮັດກໍເຮັດຕາມ, ຜູ້ທີ່ ເສບຢາບ້າກໍມີຈຳນວນຫລາຍທີ່ ບໍ່ເຂົ້າໃຈເຖິງຜົນຮ້າຍຂອງຢາບ້າແນວໃດ ? ພຽງຍິນ ຈາກປາກຄົນ ທີ່ເລົ່າສືບຕໍ່ກັນໄປເທົ່ານັ້ນ. ບາງ ຄົນກໍຄິດຢາກລອງຊື່ໆ ບາດລອງ ໄປພັດຕິດແທ້ ຢາກເລີກພັດຍາກ. ສະນັ້ນ ຜູ້ອ່ານອາດມີຄຳຖາມຂຶ້ນ ມາວ່າ: ເປັນຫຍັງ ຜູ້ຂຽນຈຶ່ງເວົ້າ ເລື່ອງຢາບ້າຫລາຍແທ້. ຈຸດໜຶ່ງ ທີ່ຢາກໃຫ້ມວນຊົນ ຫລື ອົງການ ຈັດຕັ້ງພາກລັດເຫັນວ່າ: ທີ່ຜ່ານມານີ້ ພວກເຮົາໄດ້ເຮັດຫຍັງແດ່ໃນການໂຄສະນາໃຫ້ສັງຄົມເຫັນ ໄດ້ຜົນຮ້າຍຂອງຢາບ້າ ? ຄິດວ່າ ຄັນດີແທ້ແມ່ນສັງຄົມລາວຄວນ ເຫັນບັນຫານີ້ນຳກັ ອົງການຈັດຕັ້ງທີ່ບໍ່ແມ່ນຂອງລັດເອກະຊົນກໍ ຄວນປະກອບສ່ວນ ເຂົ້ານຳກັນເພື່ອພ້ອມກັນສ້າງສັນສັງຄົມ ລາວ. ການອົບຮົມສຶກສາໃຫ້ຄົນ ທີ່ຕິດຢາບ້າເປັນການໃຫ້ຄວາມຮູ້ ເຂົາເຈົ້າເຖິງຜົນກະ ທົບແນວໃດຕໍ່ ສັງຄົມບ້ານເມືອງ, ໃນເລື່ອງນີ້ຜູ້ຂຽນຄິດວ່າມັນສຳຄັນຫລາຍເພາະສ່ວນຫລາຍຕາມທີ່ສືບຮູ້ຄົນກິນຢາບ້າສ່ວນ ຫລາຍບໍ່ເຂົ້າໃຈຜົນຮ້າຍຂອງມັນ, ຮູ້ແຕ່ວ່າເຫັນໝູ່ກິນກໍກິນນຳ. ການອົບຮົມເຂົາເຈົ້າຕ້ອງແມ່ນເລີ່ມແຕ່ຫົວທີໂລດ, ແຕ່ບໍ່ ແມ່ນວ່າຕິດຢາຂັ້ນຮຸນແຮງແລ້ວຈຶ່ງເລີ່ມຫາກເຮັດແບບຕິດແລ້ວຈຶ່ງເລີ່ມຕົ້ນນັ້ນມັນແມ່ນແກ້ປາຍເຫດ, ການແກ້ປາຍເຫດມັນ
ເປັນວິທີການທີ່ບໍ່ຄ່ອຍດີປານໃດ ຫາກແມ່ນວ່າສັງຄົມພາກັນແກ້ທີ່ຕົ້ນເຫດຄົງສິເປັນການດີເພາະເວລາເປັນມາແລ້ວເຮົາຈຶ່ງມີ ການແກ້ໄຂນັ້ນແນ່ນອນພົບກັບຄວາມຫຍຸ້ງຍາກ. ນັກປາດອາຈານ ຫລື ທ່ານຜູ້ຮູ້ເຄີຍໃຫ້ຄຳເຫັນພວກເຮົາວ່າ: “ການແກ້ໄຂ ທຸກຢ່າງຕ້ອງເລີ່ມຈາກ ຫລື ຄິດຈາກການຄາດຄະເນໃນເລື່ອງ ຫລື ສິ່ງໃດສິ່ງໜຶ່ງອາດຈະເກີດຂຶ້ນໃນອະນາຄົດເຊິ່ງອັນນີ້ກໍ ແມ່ນຍຸດທະສາດໜຶ່ງທີ່ອາດມີການສຶກສາຄົ້ນຄວ້າພົບເພາະບັນຫາທຸກຢ່າງເຮົາສາມາດຄາດຄະເນລ່ວງໜ້າໄດ້ຢ່າງວິທະຍາ ສາດ. ການສຶກສານີ້ກໍແມ່ນຈາກການເຄື່ອນໄຫວຂອງຄົນໃນສັງຄົມ”. ຈາກຈຸດນີ້ ເຮົາສາມາດເວົ້າໄດ້ວ່າ: ຄອບຄົວທີ່ເປັນຈຸລັງ ຂອງສັງຄົມກໍເຊັ່ນດຽວກັນວ່າຄອບຄົວຕົນຄວນເຮັດແນວໃດເພື່ອປົກປ້ອງຄອບຄົວ ແລະ ລູກເຕົ້າເພາະການແກ້ໄຂບັນຫາບໍ່ ແມ່ນວ່າມາແກ້ປາຍເຫດຕ້ອງແມ່ນການແກ້ໄຂທີ່ຕົ້ນເຫດຈຶ່ງແມ່ນວິທີ ແລະ ຫລັກການແກ້ໄຂທີ່ຖືກຕ້ອງ ຫລືວ່າທ່ານຜູ້ອ່ານ ທ່ານໃດຫາກມີຄວາມຄິດຄວາມອ່ານເພື່ອຈຸດປະສົງຢາກຊ່ວຍສັງຄົມກໍສາມາດຕິດຕໍ່ຫາຂ້າພະເຈົ້າໂດຍກົງທີ່ sinthavi@ gmail.com ຫລື ໂທຫາກໍໄດ້ 020 28142269 ຫລື ຕິດຕໍ່ຜ່ານທ່ານ ບກ ໜັງສືພິມ ລາວພັດທະນາໄດ້. ການເຮັດແນວນີ້ ແມ່ນພວກເຮົາພ້ອມກັນຊ່ວຍກັນສ້າງສັນສັງຄົມໃຫ້ໜ້າຢູ່ຂຶ້ນ ເພາະນີ້ຄືປະເທດຊາດຂອງເຮົານີ້ຄືປະຊາຊົນຄົນລາວເຮົາ.

No comments:

Post a Comment