Ad

Ad

12 December 2013

ທະນາຄານຈະສຸມໃສ່ຮັກສາສະຖຽນລະພາບເສດຖະກິດມະຫາພາກໃຫ້ມີຄວາມຫມັ້ນທ່ຽງ



          ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອທີ 6 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ໄດ້​ສືບຕໍ່​ດຳ​ເນີນ​ ​ເປັນ ມື້ທີສອງ ຢູ່​ສະພາ​ແຫ່ງ​ຊາດ ນະ​ຄອນ​ຫຼວງ​ວຽງ​ຈັນ ພາຍ​ໃຕ້​ການ​ເປັນປະທານ​ຂອງ​ທ່ານນາງ ປ​ານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ.
         ​ຜູ້​ວ່າການທະນາຄານ​ແຫ່ງ​ ສປປ ລາວ ໄດ້ລາຍງານ ​​ກ່ຽວ​ກັບ​ສະພາ​ບພົ້ນ​ເດັ່ນ​ການຈັດ​ຕັ້ງ​ປະຕິ ບັດ​ແຜນ​ເງິນຕາ​ສົກ​ປີ 2012-2013 ວ່າ: ​ໃນ​ສົກ​ປີ 2012-2013 ຜ່ານ ມາ,ພວກ​ເຮົາ​ຈັດ​ຕັ້ງ​ປະຕິບັດ​ແຜນ​ເງິນຕາ​ພາ​ຍ​ໄຕ້​ເງື່ອນ​ໄຂ​ທີ່​ສະພາບ​ແວດ​ລ້ອມ​ເສດຖະກິດ​ສາກົນ​ທີ່​ຍັງ​ບໍ່​ແນ່ນອນ ແລະ ມີ​ຄວາມ​ສ່ຽງໂດຍ​ສະ​ເພາະ​ແມ່ນ​ບັນຫາ​ການ​ຜັນ​ຜວນ​ຂອງ​ອັດຕາ​ແລກ ປ່ຽນ, ລາຄາ​ນ້ຳມັນ, ລາຄາ​ຄຳ​ໃນ​ຕະຫຼາດ​ສາ​ກົນ ແລະເຖິງ​ວ່າ​ໄດ້​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຈາກ​ພາຍ​ນອກ, ແຕ່​ເສດຖະກິດ​ຂອງ ສປປ ລາວ ກໍ​ຍັງ​ສືບຕໍ່​ຂະຫຍາຍ ຕົວ​ສູງ​ສະ​ເລ່ຍ 8% ຍ້ອນ​ການ ຄ້າ-ການບໍລິການ ແລະ ການ​ລົງ​ທືນຍັງ​ສືບຕໍ່​ຂະຫຍ​າຍຕ​ົວສູງ, ອັດຕາ​ເງິນ​ເຟີ້​ສະ​ເລ່ຍ 5,6%,​ ອັດຕາແລກປ່ຽນຂ້ອນຂ້າງເໜັງຕີງ ພາຍໃນປີ, ແຕ່ທະນາຄານ ກໍສາ ມາດດຶງຄວາມເຊື່ອ ໝັ້ນ ແລະ ຮັກສາສະຖຽນລະພາບເງິນຕາແຫ່ງຊາດໄວ້ໄດ້, ເງິນກີບແຂງຄ່າສະເລ່ຍ 0,62% ທຽບກັບເງິນໂດລາ ແລະ ແຂງ ຄ່າ 2,12% ທຽບກັບ ເງິນບາດ.
          ໃນການຈັດຕັ້ງປະຕິບັດນະໂຍບາຍອັດຕາແລກປ່ຽນສົກປີ 2012-2013 ມາຮອດເດືອນກໍລະ ກົດຫາ ເດືອນກັນຍາ 2013 ກໍມີ ສະພາບຄວາມແຕກຕ່າງອັດຕາ ແລກປ່ຽນທະນາຄານ ແລະ ຕະ ຫຼາດຈາກ 0,07%  ມາເປັນ 3,3% ສຳລັບ ເງິນກີບທຽບໃສ່ເງິນໂດລາ ແລະ 0,46%  ມາ​ເປັນ 4,2% ສຳ ລັບ​ເງິນ​ກີບ​ທຽບ​ໃສ່​ເງິນ​ບາດ. ມີ​ສາ​ເຫດ​ມາ​ຈາກ​ນອກ​ ​ແລະ ​ໃນ​ໂຕ ​ໂດຍ​ສະ​ເພາະ​​ແມ່ນ​ສ​າ​ເຫດ ໃນໂ​ຕ​ຂອງ​ທະນ​າຄານ.ດັ່ງນັ້ນ, ທະນາ ຄານແຫ່ງລັດ (ທຫລ) ໄດ້ຄຸມປະ ລິມານເງິນ ແລະ ຄວາມ​ບໍ່ຄ່ອງໂ​ຕ​ຂອງ​ເງິນຕາ​ຕ່າງປະ​ເທດ​ໂດຍ​ການ​ຢຸດ​​ປ່ອຍສິນ​ເຊື່ອໃຫ້​ແກ່​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ  ​ແລະ ຫ້າມ​ທະນາ ຄານ​ທຸລະ​ກຶດ​ປ່ອຍ​ກູ້ເປັນ​ເງີ​ນຕາຕ່າງປະ​ເທດໃຫ້​ແກ່​ໂຄງການ​ທ່ີ​ບໍ່ສ້າງ​ລາຍ​ຮັບ ແລະ ກໍເຮັດໃຫ້ອັດຕາ​ແລກປ່ຽນດັ່ງກ່າວ​ຫຍັບ​ເຂົ້າ​ໃກ້​ຄຽງ​ກັນ.

       ອັດຕາ​ເງິນ​ເຟີ້​ໃນ​ສົກ​ປີ 2012- 2013 ສະ​ເລ່ຍ 5,64% ຊຶ່ງ​ໜ້ອຍ ກວ່າອັດຕາ​ການ​ຂະຫຍາຍຕົວ​ຂອງ​ເສດ​ຖະກິດ (ອັດຕາ​ເງິນ​ເຟີ້ 6,72% ເດືອນ 10/2013 ​ແລະ ​6,69% ໃນ​ເດືອນ11/2013 ຕົວ​ເລກ​ຄາດ​ຄະ​ເນ).
         ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ດ້ານ​ເງິນຕາ,ທຫລ ໄດ້​ຊຸກຍູ້​ໃຫ້​ທະນາຄານ​ທຸລະ​ກິດ​​ເພີ່ມ​ທະວີ​ການ​ລະດ​ົມ​ເງີ​ນຝາກໂດຍ​ການ​ປັບປຸງ​ກົນ​ໄກ​ບໍລິການ​ໃຫ້​ສະດວກ​ສະບາຍ​ກວ່າ​ເກົ່າ ​ແລະ ຫັນ​ສູ່​ຄວາມ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ ໂດຍ​ການ​ໃຫ້​ບໍລິການ​ໃນລະບົບ​ເອ​ເລັກ​ໂຕຣນິກທີ່​ທັນ​ສະ​ໄໝ ເຊັ່ນ: ກາ​ນຊື້-ຂາ​ຍຄຳຜ່ານ​ບັນຊີ, ​ຜະ ລິດ​ຕະພັນ ອີ​ແບັງ​ຄິງ,ຊຳລະ​ສະ​ສາງ​ຄ່າ​ໄຟຟ້າ, ນ້ຳ​ປະປາ​ໂດຍ​ເລີ່ມ​ໃຊ້​ເປັນ​ທາງ​ການແຕ່​ເດືອນ 6/2012 ແລະ ຊຳລະ​ສະ​ສາງ​ອື່ນໆ ຜ່ານ ATM ເພື່ອ​ຫຼຸດຜ່ອນບັນຫາ​ເງິນ​ເຟີ້.
        ​ໃນ​ສົກ​ປີ 2013-2014, ​ທຫລ ຈະ​ສືບຕໍ່​ຮັກສາ​ສະ​ຖຽງ​ລະ​ພາບ​ເງິນຕາ​ໃຫ້​ແທດ​ເໝາະ​ກັບ​ສະພາບ ​ແລະ ມີແບບ​ວິທະຍາສາດ​ຫຼາຍ​ຂຶ້ນ; ປັບປຸງ​ນະ​​ໂຍບາຍ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ​ເງິນ​ກູ້​ຕາມ​ທິດ​ທາງ​ສົ່ງ​ເສີມ​ການ​ຜະລິດ​ສິນຄ້າ, ການ​ບໍລິການ​ພາຍ​ໃນໂດຍ​ການ​ຈຳ​ກັດ​ໜີ້​ສິນ​ຂອງ​ລະບົບ​ທະນາຄານ​ໜ້ອຍ​ລົງ;ພ້ອມ​ທັງ​ສ້າງ​ກົນ ໄກ​ການຈັດ​ຕັ້ງ​ປະຕິບັດ, ການ​ຕິດ ຕາມ ​ແລະ ຄາດຄະເນ​ໃຫ້​ສອດ​ຄ່ອງກັບ​ສະພາບ​ເສດຖະກິດ​ຂອງ​ປະ​ເທດ​, ປະ​ກອບ​ສ່ວນ​ເຮັດ​ໃຫ້​ເສດຖະກິດ​ສື​ບຕໍ່​ຂະຫຍາຍ​ຕົວ​​ໄປ​ຕາມ​ແຜນ ແລະ ຄວບ​ຄຸມ​ອັດຕາ​ເງິນ​ເຟີ້​ໃຫ້​ໜ້ອຍ​ກວ່າ​ອັດຕາ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດປະກອບສ່ວນ​ຕາມ​ບົດບາດ​ຂອງ​ທະນາຄານ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ເສດຖະກິດ​ມະຫາ​ພາກ​ໃຫ້​ມີ​ຄວາມ​ໝັ້ນທ່ຽງ.

No comments:

Post a Comment