Ad

Ad

12 December 2013

ສານຕັດສິນລົງໂທດຜູ້ເງິນປອມຈຳຄຸກ 2 ປີ



     ​ໃນ​ວັນ​ທີ 10 ທັນວາ​ນີ້, ສານ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ຕັດ ສິນ​ລົງ​ໂທດ​ນາງ ​ເຮີ​ຊວນ​ຫວານ ອາຍຸ 42 ປີ ຢູ່​ບ້ານ​ເຊົາ​ຕຸ​ງ ​ເມືອງ​ຂວາງ​ຕຸ​ງຊິງ ​ແຂວງ​ຢຸນນານ ປະ​ເທດ​ຈີນ ​ໃຫ້​ຈຳ​ຄຸກ​ເປັນ​ເວລາ 2 ປີ ພ້ອມ​ປັບ​ໄໝ​ເງິນ​ຈຳນວນ 2 ລ້ານ​ກີບ ພາຍຫລັງ​ຜູ້ກ່ຽວ​ນຳ​ໃຊ້​ເງິນ​ປອມ​ປະ​ເພດ​ໃບ 50 ພັນ​ກີບ ຈຳ ນວນ 10 ລ້ານ​ກີບ ​ເຄື່ອນ​ໄຫວ​ໃຊ້​ຈ່າຍ​ຢູ່​ລາວ​ໃນ​ໄລຍະ​ໜຶ່ງ ​ແລະ ຖືກ​ເຈົ້າໜ້າ​ທີ່​ກັກ​ໄດ້​ໃນ​ວັນ​ທີ 29 ພະຈິກ 2012 ​ແລະ ກວດຄົ້ນ ຫ້ອງ​ພັກ​ຂອງ​ຜູ້ກ່ຽວ​ກໍ​ພົບ​ເງິນ​ປອມ​ອີກ​ຈຳນວນ​ໜຶ່ງ​ໂດຍ​ຜູ້ກ່ຽວ​ຮັບ​ສາ ລະພາບ​ວ່າ: ​ເງິນ​ປອມ​ທັງ​ໝົດ​ແມ່ນ​ຊື້ນຳ​ຄົນ​ລາວ​ຢູ່​ແຂວງ​ຈຳ ປາ​ສັກ ​ໂດຍ​ເອົາ​ເງິນ​ແທ້​ຈຳນວນ 3 ​ແສນ​ກີບ​ປ່ຽນ​ເງິນ​ປອມ​ປະ​ເພດ​ໃບ 50 ພັນ​ກີບໄດ້ 200 ​ໃບ.
     ​ເຈົ້າໜ້າ​ທີ່​ ໃຫ້​ຮູ້​ວ່າ: ນາງ ​ເຮີ​ຊວນ​ຫວານ ​ໄດ້​ເຂົ້າມາລາ​ວ​ແຕ່​ປີ 2011 ​ໂດຍ​ເປີດ​ຮ້ານ​ຂາຍ​ເຄື່ອງ​ທົ່ວ​ໄປຢູ່​ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ, ຮອດ​ຕົ້ນປີ 2012 ຜູ້ ກ່ຽວ​ໄດ້​ຢຸດ​ເຊົາ​ຄ້າຂາຍ ​ແລະ ​ໄປ​ເຄື່ອນ​ໄຫວ​ຊື້-ຂາຍ​ເງິນ​ປອມ​ດັ່ງ ກ່າວ.

No comments:

Post a Comment