Ad

Ad

9 December 2013

ພາກລັດ ແລະ ເອກະຊົນລາວ-ຍີ່ປຸ່ນຮ່ວມຫາລືການກະຕຸ້ນການລົງທຶນປະຈຳປີຄັ້ງທີ 7



         ວັນທີ 6 ທັນວານີີ້ສະຖານທູດຍີ່ປຸ່ນປະຈຳລາວ ແລະ ກະ ຊວງແຜນການ ແລະ ການລົງທຶນ ຂອງລາວໄດ້ ຈັດກອງ ປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ເອກະຊົນ, ລາວ-ຍີ່ປຸ່ນປະຈຳປີ ຄັ້ງ ທີ 7 ຂື້ນທີ່ນະຄອນຫຼວງວຽງ ຈັນ, ໂດຍການ ເຂົ້າຮວ່ມຂອງ ທ່ານ ສົມດີ ດວງດີ, ລັດຖະມົນຕີວ່າການກະຊວງ ແຜນການ ແລະ ການລົງທຶນ, ທ່ານ ຮິໂຣຢຸກິ ຄິຊິ ໂນະ, ເອກອັກຄະລາຊະທູດຍີ່ປຸ່ນປະຈຳລາວ, ພ້ອມດ້ວຍນັກທຸລະກິດພາກລັດ ແລະ ເອກະຊົນຂອງສອງປະເທດເຂົ້າຮ່ວມເປັນຈຳ ນວນຫຼາຍ.
          ທ່ານ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມ ໝາຍຄວາມສຳ ຄັນຫຼາຍ ແລະ ເປັນການສືບຕໍ່ຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ,ໃນການປຶກສາຫາລື ແລກປ່ຽນຄຳຄິດ ຄຳເຫັນກ່ຽວກັບບັນຫາຄົງຄ້າງໃນການດຳເນີນທຸລະກິດຢູ່ ສປປ ລາວ ແລະ ທັງເປັນການຊອກຫາຊ່ອງທາງ ໃນການປັບປຸງສະ ພາບບັນຍາກາດການລົງທືນຂອງພາກທຸລະກິດ ໃຫ້ມີຄວາມສະດວກ ແລະ ວ່ອງໄວຂື້ນເລື້ອຍໆ, ພ້ອມນັ້ນ ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການລາຍງານຜົນຂອງການປຶກສາຫາລືຂອງ 2 ກຸ່ມໃນປີນີ້, ກ່ຽວກັບຄວາມໂປ່ງໃສ ແລະ ຄວາມສະມາດຄາດ ຄະເນຂອງກົດໝາຍ ແລະ ນະໂຍບາຍຂອງສອງກຸ່ມກ່ຽວກັບອາກອນ ແລະ ບັນຊີ, ການນຳສະເໝີຜົນຂອງການອອກແບບ
ສອບຖາມສາເຫດຂອງການຕັດສິນໃຈລົງທຶນຢູ່ລາວ ແລະ ກາລາຍງານແຜນປະຕິບັດງານໃໝ່ກໍ່ກັບ 10 ຂໍ້ແນະນຳຂອງຝ່າຍຍີ່ ປຸ່ນໄດ້ສະເໜີໃນກອງປະຊຸມຄັ້ງທີ 6 ທີ່ຜ່ານມາ.
           ທ່ານ ລັດຖະມົນຕີກວ່າ ອີກວ່າ: ການຈັດກອງປະຊຸມພົບປະລະຫວ່າງພາກລັດ ແລະ ເອກະຊົນລາວ - ຍີ່ປຸ່ນ 6 ຄັ້ງ ຜ່ານມາ ໄດ້ສະແດງໃຫ້ເຫັນຜົນສຳເລັດທີ່ເປັນຮູບປະທຳ, ໃນການດຶງດູດການລົງທືນຈາກຍີ່ປຸ່ນເຂົ້າມາລາວໃຫ້ຫຼາຍຂຶ້ນ ແລະ ຊ່ວຍໃຫ້ລັດຖະບານລາວຮັບຮູ້ໄດ້ເຖິງບັນຫາ ແລະ ຄວາມສົນໃຈຂອງຝ່າຍຍີ່ປຸ່ນ,ທີ່ເປັນຂໍ້ມູນອັນສຳຄັນແກ່ການປັບປຸງລະ ບຽບການກ່ຽວຂ້ອງ ແລະ ການບໍລິການຂອງພວກເຮົາໃຫ້ນັບມື້ດີຂຶ້ນ ແລະ ຫວັງເປັນຢ່າງຍິງວ່າກອງປະຊຸມຄັ້ງນີ້ຈະເປັນຂີດ ໝາຍອັນສຳຄັນທີ່ຈະຊ່ວຍປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມໃນການສົ່ງເສີມການລົງທຶນ, ເພື່ອຮັບຮອງ ການກຳກເນີນທຸລະກິດດ້ານການຄ້າ, ການລົງທຶນ ແລະ ບໍລິການຂອງຍີ່ປຸ່ນໃຫ້ນັບມື້ຫຼາຍຂຶ້ນ.

No comments:

Post a Comment