ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຊາລມານ ເຄີຊິດ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ
ສ.ອິນ ເດຍ ໃນວັນທີ 6 ມີນານີ້. ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ
ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວລາວເດີນທາງໄປເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ເດັນລີ
(Delhi Dialogue) ຄັ້ງທີ 6 ທີ່ ນິວເດັນລີ, ສ.ອິນເດຍ ພາຍໃຕ້ຫົວຂໍ້: “ຜັນຂະຫຍາຍວິໄສທັດ
ອາຊຽນ-ອິນເດຍ ໃຫ້ປາກົດຜົນເປັນຈິງ ເພື່ອການ ເປັນຄູ່ຮ່ວມ ແລະ ຄວາມວັດທະນາຖາວອນ”.
ໃນພິທີເປີດກອງປະຊຸມ,
ທ່ານ ຮອງນາຍົກ ທອງລຸນ ສີສຸລິດ ກໍໄດ້ຮັບກຽດຂຶ້ນກ່າວບົດປາໄສໂດຍທ່ານໄດ້ເນັ້ນບາງ
ຈຸດວ່າ: ຂ້າພະເຈົ້າຂໍເລ່ີມຕົ້ນດ້ວຍການເວົ້າເຖິງສະພາບການກ່ຽວກັບພູມສາດການເມືອງ ແລະ ເສດຖະກິດຂອງພາກພື້ນ ແລະ
ຂອງໂລກທີ່ມີລັກສະນະສັບສົນ ແລະ ປ່ຽນແປງຢູ່ຕະຫລອດເວລາ. ຢູ່ຫລາຍຂົງເຂດທົ່ວໂລກຍັງມີບັນຫາຂໍ້ພິພາດ ແລະ ຂໍ້ຂັດ
ແຍ່ງທີ່ຍັງບໍ່ສາມາດແກ້ໄຂໄດ້ ເຊິ່ງເປັນອຸປະສັກຕໍ່ສັນຕິພາບ, ສະຖຽນລະພາບ ແລະ
ຄວາມວັດທະນາຖາວອນໃນພາກພື້ນ ເຫລົ່ານັ້ນ ແລະ ໃນໂລກໂດຍລວມ. ເຖິງແນວໃດກໍຕາມ, ໃນເວລາດຽວກັນກໍສັງເກດເຫັນວ່າການຮ່ວມມືທີ່ເພ່ີມທະວີຂຶ້ນ
ລະຫວ່າງບັນດາປະເທດຕ່າງໆໄດ້ປົກປັກຮັກສາ ແລະ ສືບຕໍ່ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ
ການພັດທະນາ, ຕາມ ຄວາມຄິດເຫັນຂອງຂ້າພະເຈົ້າ, ທຸກໆປະເທດຄວນຈະໃຊ້ທຸກຄວາມພະຍາຍາມເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ທ່າອ່ຽງ
ລວມດັ່ງກ່າວ ແລະ ຮັບປະກັນວ່າການແຂ່ງຂັນ ແລະ ການຮ່ວມມືນັ້ນສາມາດນຳເອົາຜົນປະໂຫຍດມາໃຫ້ແກ່ທຸກຝ່າຍ.ຈຸດວ່າ: ຂ້າພະເຈົ້າຂໍເລ່ີມຕົ້ນດ້ວຍການເວົ້າເຖິງສະພາບການກ່ຽວກັບພູມສາດການເມືອງ ແລະ ເສດຖະກິດຂອງພາກພື້ນ ແລະ
ຂອງໂລກທີ່ມີລັກສະນະສັບສົນ ແລະ ປ່ຽນແປງຢູ່ຕະຫລອດເວລາ. ຢູ່ຫລາຍຂົງເຂດທົ່ວໂລກຍັງມີບັນຫາຂໍ້ພິພາດ ແລະ ຂໍ້ຂັດ
ປັດຈຸບັນອາຊຽນກຳລັງສູ້ຊົນເລັ່ງລັດຂະບວນການສ້າງປະຊາຄົມອາຊຽນ
ໂດຍສະເພາະການສ້າງປະຊາຄົມເສດຖະກິດ ອາຊຽນ (AEC)
ໃຫ້ສຳເລັດພາຍ ໃນປີ 2015 ເຊິ່ງຈະສະແດງໃຫ້ເຫັນເຖິງການຮ່ວມມືທີ່ມີໝາກມີຜົນຢູ່ພາຍໃນອາຊຽນ
ອັນຈະປະກອບສ່ວນເປັນກຳລັງຂັບເຄື່ອນຂອງພາກພື້ນອາຊີເຂົ້າໃນການສ້າງຕັ້ງຄູ່ຮ່ວມມືສາກົນໃໝ່.
ການທີ່ອາຊຽນ ເປັນປະຊາຄົມໜຶ່ງດຽວດ້ວຍຫລັກການແຫ່ງການຮັບຮູ້ຄວາມຫລາກຫລາຍຂອງລະບົບການເມືອງທີ່
ແຕກຕ່າງ ແລະ ຄວາມຫລາກຫລາຍທາງດ້ານວັດທະນະທຳຂອງແຕ່ລະປະເທດທີ່ປະສານກັນເຂົ້າໃຫ້ເປັນປະຊາຄົມທີ່ມີໂອ
ກາດຮຽນຮູ້ເຊິ່ງກັນ ແລະ ກັນ, ເປັນປະຊາຄົມທີ່ປົກປ້ອງ ແລະ ແບ່ງປັນໃຫ້ແກ່ກັນນັ້ນແມ່ນໜຶ່ງໃນຈຸດພິເສດຂອງການ
ເປັນກຸ່ມປະເທດໃນໂລກ ແລະ ຫວັງຢ່າງຍິ່ງວ່າປະຊາຄົມໂລກຈະໃຫ້ການເອື້ອເຟື້ອຕໍ່ທິດທາງນີ້ຂອງອາຊຽນ.
ອິນເດຍ ໄດ້ເປັນຄູ່ຮ່ວມເຈລະຈາທີ່ສຳຄັນຂອງອາຊຽນ.
ຜູ້ນຳຂອງອາຊຽນ ແລະ ອິນເດຍ ໄດ້ຮັບຮອງເອົາ “ວິໄສທັດ” ໃນປີ 2012 ທີ່ນິວເດັນລີ ໃນໂອກາດ
ກອງປະຊຸມສຸດຍອດສະເຫລີມສະຫລອງຄົບຮອບສອງທົດສະວັດ ແຫ່ງການພົວພັນ ຮ່ວມມືອາຊຽນ-ອິນເດຍ ແລະ
ໄດ້ຍົກລະດັບການພົວພັນເປັນ “ຄູ່ຮ່ວມຍຸດທະສາດ”. ວິໄສທັດດັ່ງກ່າວໂດຍ ອີງໃສ່ການ ພົວພັນທີ່ແຂງແຮງ
ຂອງສອງຝ່າຍໄດ້ກຳນົດແນວທາງການຮ່ວມມືໃນອະນາຄົດລະຫວ່າງອາຊຽນ ແລະ ອິນເດຍ ແນ ໃສ່ກ້າວ ໄປສູ່ສັນຕິພາບ
ແລະ ຄວາມວັດທະນາຖາວອນຮ່ວມ ກັນ.
ການເປັນຄູ່ຮ່ວມລະຫວ່າງອາຊຽນ ແລະ ອິນເດຍ
ໃນໄລຍະ 20 ປີທີ່ຜ່ານມາໄດ້ຂະຫຍາຍ ຕົວຢ່າງສຳຄັນໂດຍ ກວມເອົາຫລາຍຂົງເຂດລວມທັງດ້ານການເມືອງ-ຄວາມໝັ້ນຄົງ,
ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ຄວາມຄືບໜ້າ ໃນແຕ່ລະດ້ານໄດ້ຮັບໝາກຜົນຢ່າງໜ້າຊົມເຊີຍໂດຍການຈັດຕັ້ງປະຕິບັດສັນຍາ
ແລະ ຂໍ້ລິເລ່ີມຕ່າງໆຮ່ວມກັນ. ອິນເດຍເປັນ ປະເທດໜຶ່ງ ທີ່ປະກອບສ່ວນຢ່າງຫ້າວຫັນໃນຂອບອາຊຽນ+1,
ເວທີພາກພື້ນອາຊຽນ (ARF), ກອງປະຊຸມສຸດຍອດອາຊີຕາ ເວັນອອກ (EAS) ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ
(ADMM-Plus). ການເຊື່ອມຕໍ່ດ້ານການ ຄ້າ ແລະ ການຮ່ວມມືດ້ານເສດຖະກິດໄດ້ມີການເພ່ີ່ມທະວີຂຶ້ນໂດຍການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ອິນເດຍ
ລວມທັງສັນຍາການຄ້າຜະລິດຕະພັນເຊິ່ງໄດ້ຊ່ວຍເຮັດໃຫ້ການຄ້າສອງຝ່າຍເພ່ີມຂຶ້ນ ເຖິງ 75,6 ຕື້ໂດລາສະຫະລັດ
ໃນປີ 2012. ທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເນັ້ນຕື່ມວ່າ: ການສົ່ງເສີມການພົວພັນລະຫວ່າງບັນດາປະເທດສະມາ
ຊິກອາຊຽນ ແລະ ອິນເດຍ ໃນປັດຈຸບັນແມ່ນສະທ້ອນໃຫ້ເຫັນເຖິງການຜັນຂະຫຍາຍນະໂຍບາຍເບິ່ງໄປທາງທິດຕາເວັນ
ອອກຂອງອິນເດຍ ແລະ ທ່ານ ຮອງນາຍົກໄດ້ເນັ້ນທ່າແຮງບົ່ມ ຊ້ອນຫລາຍຢ່າງທີ່ສາມາດຂຸດຄົ້ນເພື່ອເພ່ີມທະວີການຮ່ວມມື
ສອງຝ່າຍກໍຄືເສີມຂະຫຍາຍສາຍພົວພັນອາຊຽນ-ອິນເດຍ ໃນອະນາຄົດ ຄືຕ້ອງມີຄວາມພະຍາຍາມ ແລະ ມີການປະກອບ
ສ່ວນ ຂອງບັນດາຂະແໜງການ ແລະ ສະຖາບັນຕ່າງໆທີ່ກ່ຽວຂ້ອງ. ຜົນສຳເລັດຂອງການເຈລະຈາສັນຍາການຄ້າດ້ານການບໍລິ
ການ ແລະ ການຄ້າດ້ານການລົງທຶນລະຫວ່າງອາຊຽນ ແລະ ອິນເດຍ ໃນທ້າຍປີ 2012 ເປັນບາດກ້າວອັນສຳຄັນເຊິ່ງຈະເປັນ
ການປະກອບສ່ວນເຮັດໃຫ້ສັນຍາການຄ້າເສລີອາຊຽນ-ອິນເດຍປະສົບຜົນສຳເລັດ.ເນັ້ນເຖິງຄວາມປາຖະໜາ
ແລະ ເຈດຕະນາ ລົມອັນແຮງກ້າຂອງອາຊຽນ ແລະ ອິນເດຍໃນການສຶກສາຄົ້ນຄວ້າເພື່ອໃຫ້ມີການເຊື່ອມໂຍງດ້ານພື້ນ
ຖານໂຄງລ່າງທີ່ມີປະສິດ ທິຜົນຫລາຍຂຶ້ນເຊິ່ງຈະຊ່ວຍເອື້ອອຳນວຍ ແລະ ສືບຕໍ່ສົ່ງເສີມການຄ້າ
ແລະ ການລົງທຶນລະຫວ່າງ ສອງພາກພື້ນໃນຊຸມປີ ຕໍ່ໜ້າ ແລະ ເພ່ືອສືບຕໍ່ເສີມະຫຂາຍການຮ່ວມມືຂອງພວກເຮົາ,
ຂ້າພະເຈົ້າຢາກຊຸກຍູ້ໃຫ້ມີການຮ່ວມມືຫລາຍຂຶ້ນໃນດ້ານ ກະສິກຳ ແລະ ປ່າໄມ້ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ,
ການຮ່ວມມືດ້ານພະລັງງານໂດຍສະ ເພາະພະລັງງານ ຊີວະພາບ ແລະ ພະລັງງານທົດແທນ ແລະ ການຮ່ວມມືດ້ານຢາພື້ນເມືອງເພື່ອປິ່ນປົວ
ແລະ ປ້ອງກັນພະຍາດ ແລະ ການຖ່າຍທອດເຕັກໂນໂລຊີ ໂດຍການນຳໃຊ້ສູນອາຊຽນ-ອິນເດຍ ແລະ ຮ່ວມກັນສຶກສາຄົ້ນຄວ້າຊອກຫາຊ່ອງທາງນະວັດ
ຕະກຳໃໝ່ເພື່ອສືບຕໍ່ເສີມຂະ ຫຍາຍການຮ່ວມມືອາຊຽນ-ອິນ ເດຍ ຫລັງປີ 2015 ພາຍຫລັງ ການສ້າງປະຊາຄົມ
ອາຊຽນ.
ສຳລັບການຮ່ວມມືສອງຝ່າຍ
ລະຫວ່າງ ສປປ ລາວ ແລະ ອິນເດຍ, ຂ້າພະເຈົ້າຂໍຖືໂອກາດນີ້ສະແດງຄວາມ ຂອບອົກຂອບໃຈຢ່າງຈິງໃຈມາຍັງລັດຖະບານ
ແລະ ປະຊາຊົນອິນເດຍທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ຢ່າງຕໍ່ເນື່ອງແກ່ ສປປ ລາວໃນການຈັດຕັ້ງປະຕິບັດ
ຫລາຍໂຄງການທີ່ສຳຄັນເຊັ່ນ: ສ້າງລະບົບສາຍສົ່ງໄຟຟ້າ, ຊົນລະປະທານ, ສູນພັດທະນາຊັບ ພະຍາກອນມະນຸດ,
ສາທາລະນະສຸກ, ວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການບິນ. ໃນຊຸມ ປີທີ່ຜ່ານມາ, ການຮ່ວມມືລະຫວ່າງ
ສປປ ລາວ ແລະ ອິນເດຍ ໄດຮັບການເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກ ໂດຍຜ່ານຂອບວຽກຂອງຄະນະກຳມະການຮ່ວມມືລາວ-ອິນເດຍ
ເຊິ່ງຜົນຂອງການຮ່ວມມືໃນຂົງເຂດຕ່າງໆແມ່ນມີໝາກຜົນ ດີ. ປີ 2011 ເປັນປີຄົບຮອບ 55 ປີ ແຫ່ງການພົວພັນດ້ານການທູດລະຫວ່າງລາວ-ອິນເດຍ,
ຂ້າພະເຈົ້າເຫັນວ່າການສືບຕໍ່ມູນ ເຊື້ອທີ່ເປັນພື້ນຖານທີ່ດີດັ່ງກ່າວບວກກັບຄວາມພະຍາຍາມຮ່ວມຂອງສອງຊາດ,
ການຮ່ວມມືລະຫວ່າງສອງປະເທດຂອງພວກ ເຮົາຈະໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
No comments:
Post a Comment