ໃນວັນທີ 4 ມີນາ 2014 ທີ່ກະຊວງການຕ່າງປະເທດໄດ້ມີພິທີ ລົງນາມ ໂຄງການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນຈຳນວນ 3 ໂຄງການຄື: ໂຄງການ ພັດທະນາການຈັດການຂີ້ເຫຍື້ອຍ່ອຍສະຫລາຍໃນຕົວເມືອງທີ່ມີຄວາມຍືນຍົງ ທາງດ້ານສິ່ງແວດລ້ອມ, ໂຄງການພັດທະນາອຸປະກອນ ແລະ ສິ່ງອຳນວຍຄວາມ ສະດວກໃນຂົງເຂດອຸຕຸນິຍົມ-ອຸທົກກະ ສາດ ແລະ ໂຄງການພັດທະນາສະພາບ ແວດລ້ອມໃນໂຮງຮຽນມັດທະຍົມຕອນຕົ້ນຢູ່ພາກໃຕ້ ຂອງລາວລວມມູນຄ່າທັງ ໝົດ 3.036 ລ້ານເຢນ ຫລື ປະມານ 30.370.000 ໂດລາສະຫະລັດ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ຕາງໜ້າລັດຖະບານ ລາວ ແລະ ທ່ານ ຮິໂຣຢູກິ ກິຊິ ໂນະ ເອກ ອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນປະຈຳ ສປປ ລາວ ຕາງໜ້າ ລັດຖະບານຍີ່ປຸ່ນ, ມີບັນດາພະ ນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
Ad
5 March 2014
ພຽງອາທິດທ້າຍເດືອນກຸມພາຜ່ານມາເຈົ້າຫນ້າທີ່ປ່າໄມ້ສາມາດຢຶດໄມ້ຜິດກົດຫມາຍໄດ້ຫລາຍກ່ວາ 60 ແມັດກ້ອນ
ຕາມການລາຍງານຂອງກະ ຊວງກະສິກຳ ແລະ ປ່າໄມ້ໃຫ້ ຮູ້ວ່າ: ໃນລະ ຫວ່າງວັນທີ 19-26 ກຸມພາຜ່ານມານີ້, ເຈົ້າຫນ້າທີ່ປ່າ ໄມ້ສາມາດສະກັດກັ້ນ ແລະ ຍຶດ ໄມ້ຜິດກົດຫມາຍໄດ້ຫລາຍກ່ວາ 15.200 ຕັບ, ມີປະມານ 60 ແມັດ ກ້ອນ ຈາກພວກຂ້າຂາຍໄມ້ທີ່ບໍ່ ຖືກຕ້ອງຢູ່ແຂວງສະຫັວນນະເຂດ ແລະ ແຂວງສາລະ ວັນ, ພ້ອມນັ້ນກໍໄດ້ນຳຜູ້ຕ້ອງຫາມາ ດຳເນີນຄະດີ ແລະ ປັບໄຫມທາງແພ່ງເປັນເງິນ 20 ລ້ານກີບ.
ຜູ້ລາຍງານຂ່າວຍັງໃຫ້ຮູ້ວ່າ: ປັດຈຸບັນສະພາບລັກລອບຕັດໄມ້ ແລະ ຊື້-ຂາຍໄມ້ ທີ່ບໍ່ຖືກຕ້ອງ ຕາມລະບຽບກົດຫມາຍແມ່ນຍັງ ມີແຜ່ລາຍ, ເຖິງວ່າກຳລັງເຈົ້າ ຫນ້າທີ່ໄດ້ມີຄວາມພະຍາຍາມສຸມໃສ່ສະກັດກັ້ນ ແລະ ຕ້ານສິ່ງຫຍໍ້ທໍ້ດັ່ງກ່າວ, ແຕ່ຂະບວນການ ຄ້າຂາຍເຖື່ອນດັ່ງກ່າວຍັງມີຢູ່ ແລະ ດຳເນີນໄປດ້ວຍຫລາຍຮູບການເພື່ອປິດ ບັງກົດຫມາຍຄືຢູ່ຫລາຍບ່ອນພວກຄ້າຂາຍໄມ້ ເຖື່ອນໄດ້ໃຊ້ຮູບການຊື້ຈ້າງປະຊາຊົນເພື່ອເຂົ້າປ່າລັກລອບຕັດໄມ້ ແລະ ຮ້າຍ
ງານສະແດງສິນຄ້າຈີນ-ອາຊຽນຊ່ວຍໃຫ້ທຸລະກິດລາວສາມາດ ເຂົ້າເຖິງຕະຫຼາດໃຫຍ່ໄດ້
ໃນວັນທີ 4 ມີນານີ້ ຢູ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ໄດ້ມີ ພິທີສະຫຼຸບຜົນສຳເລັດຂອງການເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 10 ແລະ ຄົບຮອບ 10 ປີ ທີ່ລາວໄດ້ເຂົ້າຮ່ວມງານວາງສະແດງດັ່ງກ່າວໂດຍການເຂົ້າ ຮ່ວມຂອງທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນ ຫຼວງວຽງຈັນ ແລະ ທ່ານ ດຣ ນາມ ວິຍາເກດ ລັດຖະມົນຕີວ່າການກະ ຊວງອຸດ ສາຫະກຳ ແລະ ການຄ້າ ແລະ ຜູ້ຕາງໜ້າໜ້າບັນດາຫົວໜ່ວຍ ທຸລະກິດຂອງລາວເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມ ແລະ ພັດທະ ນາສິນຄ້າ, ຫົວໜ້າກອງເລຂາ CAEXPO ລາວ ກ່າວ ວ່າ: ເພື່ອເປັນການເຊື່ອມໂຍງພາກພື້ນ ຖານຂອງການສ້າງເຂດການຄ້າເສລີ ແມ່ນໜຶ່ງໃນເງື່ອນໄຂພື້ນ ການເຊື່ອມໂຍງ ອາ ຊຽນ-ຈີນ, ດັ່ງນັ້ນໃນກອງປະຊຸມສຸດຍອດຜູ້ນຳອາຊຽນ-ຈີນ ຢູ່ປະເທດອິນ ໂດເນເຊຍ ໃນປີ 2003 ທ່ານ ນາ ຍົກລັດ
ຈັບໄດ້ແລ້ວຄາດຕະກອນໂຫດຂ້າເຈົ້າເອົາຂອງ
ພາຍຫລັງ, ດຳເນີນການສືບສວນ-ສອບສວນ ເປັນເວລາ 2 ວັນ, ກໍລະນີຄະດີຍິງຄົນໜຶ່ງຖືກຂ້າແລ້ວເອົາສົບໄປຖີ້ມລົງຄອງຊົນລະປະທານໃນເຂດບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນ ຫລວງວຽງຈັນ. ໃນທີ່ສຸດເຈົ້າໜ້າທີ່ກໍສາມາດຈັບຄາດຕະ ກອນ ສອງຄົນທີ່ລົງມືຂ້າຍິງດັ່ງກ່າວໄດ້ຄື: ນາງ ດາວ ອາຍຸ 26 ປີ ຢູ່ບ້ານຫັດສະດີ ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ແລະ ນາງ ຄຳສອນ ອາຍຸ 26 ປີ ຢູ່ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ເຊິ່ງຖືກເຈົ້າໜ້າທີ່ກັກຕົວໄດ້ໃນວັນທີ 26 ກຸມພາຜ່ານມານີ້.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ:ເຫດການໂຫດຫຽມດັ່ງກ່າວເກີດຂຶ້ນໃນວັນທີ 24 ກຸມພາ 2014 ໂດຍຜູ້ຕາຍຊື່ນາງ ສີສະຫຽມ ອາຍຸ 50 ປີ ຢູ່ບ້ານຫົງໄຊ, ເມືອງ ປາກຊັນ, ແຂວງບໍລິຄໍາໄຊ ແລະ ຜ່ານການສອບສວນຜູ້ຕ້ອງຫາທັງສອງຮັບສາລະພາບວ່າ: ເຄີຍ
ທະນາຄານໂລກຄາດຄະເນປີນີ້ເສດຖະກິດລາວຈະຂະຫຍາຍຕົວປະມານ 7,2%
ໃນບົດລາຍງານເສດຖະກິດ ສະບັບເດືອນມັງກອນ 2014 ຂອງທະນາຄານໂລກ ໃຫ້ຮູ້ວ່າ: ໃນປີ 2014 ຄາດວ່າເສດຖະກິດ ຂອງ ສປປ ລາວ ຈະຂະຫຍາຍ ຕົວໃນ ລະດັບ 7,2% ເນື່ອງຈາກ ການຄາດຄະເນການຂະຫຍາຍຕົວຊ້າລົງຂອງບາງ ຂະ ແໜງການເປັນຕົ້ນຂະແໜງບໍ່ແຮ່ ແລະ ການກໍ່ສ້າງ. ແຕ່ບັນດານະໂຍບາຍເສດຖະ ກິດຍັງມີລັກສະນະ ເອື້ອອຳນວຍຢູ່.
ໃນວັນທີ 4 ມີນານີ້, ຢູ່ນະ ຄອນຫລວງວຽງຈັນ, ທະນາ ຄານໂລກໂດຍພາຍໃຕ້ການເປັນປະທານຂອງທ່ານນາງ ເຄໂກະ ມີວະ ຜູ້ຕາງໜ້າຫ້ອງການທະ ນາຄານໂລກປະຈຳລາວໄດ້ຈັດ ກອງປະຊຸມເຜີຍແຜ່ບົດລາຍງານດັ່ງກ່າວ ໂດຍໄດ້ເນັ້ນເຖິງສິ່ງ ທ້າທາຍ ແລະ ຄວາມສ່ຽງຕ່າງໆ ຕິດພັນກັບນະໂຍບາຍເສດຖະກິດມະຫາພາກທີ່ມີລັກສະນະເອື້ອອຳນວຍຕໍ່ການພັດທະນາ
ຄູໂບຕ້າຈະເປັນເຄື່ອງຈັກທີ່ຊ່ວຍໃຫ້ການຜະລິດຂອງກະສິກອນລາວມີປະສິດທິພາບຍິ່ງຂື້ນ
ວັນທີ
4 ມີນີ້ ບໍລິສັດ ສະ ຫຍາມຄູໂບຕ້າ ຄໍເປີເຣຊັ່ນ ຈຳກັດ, ໄດ້ຈັດພິທີ ເປີດຕົວແທນຈຳ ໜ່າຍຜະລິດ ຕະພັນຄູໂບຕ້າຢູ່ ລາວເປັນແຫ່ງທຳອິດ ເຊິ່ງພິທີ ໄດ້ຈັດຂຶ້ນຢູ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍ ການເຂົ້າຮ່ວມ ຂອງທ່ານ ຮິໂຣຊິ ກາວາກາມິ HIROSHI KA WA KA
MI ) ກຳມະການຜູ້ຈັດ ການໃຫຍ່, ບໍລິ ສັດສະຫຍາມຄູໂບຕ້າຄໍເປີເຣຊັ່ນ ຈຳກັດ, ພ້ອມດ້ວຍຄະນະຕົວແທນຈຳໜ່າຍ ແລະ ແຂກເຂົ້າຮ່ວມເປັນຈຳນວນຫຼາຍ.
ຜູ້ຈັດການໃຫຍ່ບໍລິສັດດັ່ງ ກ່າວມີຄຳເຫັນໃນພິທີວ່າ: ປີນີ້ບໍລິສັດຂອງຕົນ ໄດ້ກໍ່ຕັ້ງບໍລິສັດ ໃໝ່ໃນກຸ່ມອາ ຊຽນ, ພາຍໃຕ້ເງິນ ລົງທຶນປະມານ 17 ຕື້ກວ່າກີບ (68 ລ້ານບາດໄທ), ໄດ້ແກ່ບໍລິ ສັດຄູໂບ ຕ້າປະເທດລາວຈຳກັດ 7 ຕື້ກວ່າກີບ ( 30 ລ້ານບາດ) ແລະ ປະເທດກຳປູເຈຍ 9 ຕື້ກວ່າ ກີບ (38 ລ້ານບາດ) ເພື່ອຮອງ ຮັບການເປີດປະຊາຄົມເສດຖະ ກິດອາຊຽນ (AEC) ແລະ ການ ຂະຫຍາຍຕົວຂອງທຸລະກິດເຄື່ອງ ຈັກການກະເສດໃນລະ
ທະນາຄານການຄ້າຕ່າງເທດລາວມີ 3 ຜະລິດຕະພັນໃໝ່ໃຫ້ບໍລິການລູກຄ້າ
ວັນທີ
4 ມີນານີ້, ທະນາ ຄານການຄ້າຕ່າງປະເທດລາວ (BCEL) ໄດ້ຈັດ ພິທີຖະແຫຼ່ງ ຂ່າວຂຶ້ນຢູ່ສຳນັກງານໃຫຍ່ຂອງຕົນເພື່ອນຳສະເໜີ 3 ຜະລິດຕະ ພັນ ໃໝ່ຂອງທີ່ພັດທະນາຂຶ້ນມາ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າໃຫ້ບໍລິ ການລູກ ຄ້າ, ໂດຍການເຂົ້າຮ່ວມຂອງ ທ່ານ ວັນຄຳ ວໍລະວົງ, ຜູ້ອຳນວຍການໃຫຍ່ ທະນາຄານດັ່ງ ກ່າວ, ພ້ອມດ້ວຍພະນັກງານ ແລະ ລູກຄ້າຈຳນວນໜຶ່ງເຂົ້າຮ່ວມ.
ທ່ານຜູ້ອຳນວຍການໃຫຍ່ ຖະແຫຼ່ງວ່າ: ທະນາຄານການ ຄ້າຕ່າງປະເທດລາວ ມີຄວາມພູມໃຈນຳເໜີ 3 ຜະລິດ ຕະພັນໃໝ່ ຂອງຕົນເພື່ອຕອບສະໜອງ ຄວາມ ຕ້ອງການຂອງສັງຄົມ, ໂດຍສະເພາະລູກຄ້າຂອງທະນາຄານຄື:1ແມ່ນຜະລິດຕະພັນ BCEL One V.2 (BCEL One ພາກສອງ), 2. ຕູ້ຮັບຝາກເງິນ ຫຼື Cash Deposit Ma chine ແລະ
3 ແມ່ນຜະລິດຕະພັນ B - Pay, ທັງ ສາມຜະລິດ ຕະພັນດັ່ງກ່າວແມ່ນ ໄດ້ຮັບການພັດທະນາຂື້ນເພື່ອຮັບໃຊ້ລູກຄ້າຂອງ ທຄຕລ ໃຫ້ມີູ ຄວາມສະດວກສະບາຍ, ວ່ອງ ໄວທັນ ໃຈໃນການກຳໃຊ້ານບໍລິ ການ, ຊຶ່ງຄຸນລັກຊະນະທີ່ສຳຄັນ ຂອງແຕ່ລະຜະລິດຕະພັນຄືດັ່ງນີ້: BCEL One V.2 ແມ່ນເປັນ
Subscribe to:
Posts (Atom)






