Ad

Ad

8 April 2015

ລາວ-ຫວຽດນາມເພີ່ມທະວີການຮ່ວມມືຂົງເຂດແຮງງານຮອງຮັບການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ



    ກອງປະຊຸມລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ລາວ-ຫວຽດ ນາມ ຄັ້ງທີ V, ໄດ້ຈັດຂຶ້ນໃນລະ ຫວ່າງວັນ ທີ 6-7 ເມສານີ້, ຢູ່ໂຮງແຮມລາວ ພລາຊາ, ນະຄອນຫລວງວຽງຈັນ, ຝ່າຍລາວນໍາໂດຍທ່ານນາງ ອ່ອນຈັນ ທຳມະວົງ ລັດຖະ ມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຝ່າຍ ຫວຽດນາມນຳໂດຍທ່ານນາງ ຟາມ ທິຫ້າຍຈ່ວຽນ ກຳມະການສູນກາງພັກຄອມ ມູນິດຫວຽດນາມ ລັດຖະມົນຕີວ່າການກະຊວງແຮງງານ-ເສຍອົງຄະ ແລະ ສັງຄົມ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນຈຳນວນຫລາຍ.
     ໃນກອງປະຊຸມສອງຝ່າຍໄດ້ພ້ອມກັນທົບທວນການຈັດຕັ້ງປະຕິບັດສັນຍາຮ່ວມມືດ້ານແຮງງານ ແລະ ຂໍ້ຕົກລົງວ່າດ້ວຍ ການຮ່ວມມືໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມທີ່ໄດ້ລົງນາມຮ່ວມກັນຄັ້ງທີ III ໃນປີ 2013 ທີ່ແຂວງ ເທືອ ທຽນເຫວ້, ສສ. ຫວຽດນາມ, ເພື່ອຊອກໃຫ້ເຫັນດ້ານດີເພື່ອສົ່ງເສີມ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ ໄຂໃຫ້ດີຂຶ້ນ ແລະ ພ້ອມນັ້ນ ກໍຈະໄດ້ຮ່ວມກັນປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າໃຫ້ເກີດດອກອອກຜົນດີຂຶ້ນກວ່າເກົ່າ, ທັງເປັນການປະກອບສ່ວນເຂົ້າໃນການສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມ
ມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແນໃສ່ ຜັນຂະຫຍາຍຜົນສຳເລັດກອງປະຊຸມ ຄັ້ງທີ 37 ຂອງຄະນະກຳມະການຮ່ວມມືລະຫວ່າງລາວ-ຫວຽດນາມ, ວ່າດ້ວຍການຮ່ວມມືທະວີພາຄີ ໃນຕົ້ນປີ 2015 ຜ່ານມາ ໃຫ້ກາຍເປັນຮູບປະທຳຕົວຈິງ.

     ໃນສອງປີຕໍ່ໜ້ານີ້ ທັງສອງຝ່າຍເຫັນດີໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງສືບ ຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ເພື່ອຈັດຕັ້ງປະຕິບັດສັນຍາຮ່ວມມືດ້ານຕ່າງໆຂອງ ສອງກະຊວງໃຫ້ເຂົ້າສູ່ລ່ວງເລີກ ແລະ ກວ້າງຂວາງກວ່າເກົ່າ, ໂດຍການໂຄ ສະນາເຜີຍ ແຜ່ລະບຽບກົດໝາຍທີ່ກ່ຽວຂ້ອງຂອງສອງປະເທດ ແກ່ບັນດາຫົວໜ່ວຍທຸລະກິດ, ຜູ້ນຳໃຊ້ແຮງງານນັບແຕ່ສູນ ກາງລົງຮອດທ້ອງຖິ່ນໃຫ້ຮັບຮູ້ ແລະ ເຂົ້າໃຈ, ເພື່ອຮັບປະກັນໃຫ້ແກ່ການນຳເຂົ້າ ແລະ ນຳໃຊ້ຜູ້ອອກແຮງງານຖືກຕ້ອງຕາມ ລະບຽບກົດໝາຍແຕ່ລະປະເທດ; ສືບຕໍ່ຮ່ວມມືຊ່ວຍເຫລືອບຳລຸງ ແລະ ກໍ່ສ້າງພະນັກງານ ນັບແຕ່ໄລຍະສັ້ນ ແລະ ຍາວໃຫ້ເປັນປົກກະຕິ ດ້ວຍທຶນຊ່ວຍເຫລືອລ້າຂອງລັດຖະບານຫວຽດນາມໃນແຕ່ລະສົກປີ ແລະ ພ້ອມນີ້ກໍຈະໄດ້ເພີ່ມທະ ວີແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ວິຊາການຢ້ຽມຢາມເພື່ອແລກ ປ່ຽນບົດຮຽນດ້ານນະໂຍບາຍຄຸ້ມຄອງແຮງງານ, ຈັດຫາວຽກເຮັດງານທຳ, ນະໂຍບາຍເງິນເດືອນ, ຄວາມ ປອດໄພຂອງແຮງງານ, ກວດກາແຮງງານ, ພັດທະນາສີມືແຮງງານ, ຝຶກຄູຝຶກອາຊີບ, ການປະກັນສັງຄົມ, ນະໂຍບາຍພະນັກ ງານປະຕິວັດອາວຸໂສ, ການພັດທະນາຜູ້ສູງອາຍຸ, ຜູ້ພິການ, ໂດຍສະເພາະ ການເອົາໃຈໃສ່ໃນການແລກປ່ຽນຂໍ້ມູນຂ່າວສານຂອງສອງຂະ ແໜງການ, ປະສານສົມທົບຢ່າງສະໜິດ ແໜ້ນໃນວຽກງານຄຸ້ມຄອງແຮງງານຫວຽດນາມ ທີ່ເຂົ້າມາເຮັດວຽກຢູ່ລາວ ໃຫ້ໄດ້ຮັບການປົກປ້ອງສິດຜົນປະໂຫຍດ ຕາມລະບຽບກົດໝາຍທີ່ວາງໄວ້ພ້ອມເປັນການຮອງຮັບການເຂົ້າເປັນປະຊາຄົມເສດຖະກິດອາຊຽນ (AEC) ໃນທ້າຍປີນີ້ໃຫ້ມີປະສິດທິຜົນ.

No comments:

Post a Comment