Ad

Ad

8 April 2015

ນະຄອນຫຼວງວຽງຈັນ, ສະຫຼອງວັນສຸຂະພາບໂລກ2015 ພາຍ​ໃຕ້ຫົວຂໍ້: "ອາຫານປອດໄພ"



ວັນທີ 7 ເມສານີ້,   ກະຊວງສາທາລະນະສຸກ ຮ່ວມກັບອົງການ ອະນາ ໄມໂລກປະຈຳລາວ ໄດ້ຈັດງານສະຫຼອງວັນສຸຂະພາບໂລກປະຈຳປີ 2015 ພາຍໃຕ້ຫົວຂໍ້ວ່າ: "ອາຫານປອດໄພ ", ຂຶ້ນທີ່ນະຄອນຫລວງວຽງຈັນໂດຍການເຂົ້າຮ່ວມຂອງ ທ່ານ ສຈ. ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະ ຊວງສາ ທາລະນະສຸກ, ທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານນາງ ດຣ. Juliet Fleischl ຜູ້ຕາງໜ້າອົງການອານາໄມໂລກປະຈຳລາວພ້ອມດ້ວຍທູຕານຸທູດ, ຜູ້ຕາງຫນ້າອົງ ການຈັດຕັ້ງສາກົນ,  ແລະ ມວນຊົນຊານະຄອນ ຫຼວງວຽງຈັນ ເກືອບ 200 ຄົນເຂົ້າຮ່ວມ.
ທ່ານ ສຈ. ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ມີຄຳເຫັນໃນພິທີວ່າ: ການສະຫຼອງວັນສຸຂະພາບໂລກປີນີ້, ​ແມ່ນເນັ້ນໃສ່ອາຫານປອດໄພຊື່ງມີຄວາມສຳຄັນຕໍ່ທຸກຄົນໃນໂລກ ແລະ ເປັນ ຄວາມຮັບຜິດຊອບຂອງຫຼາຍພາກສ່ວນຄື: ລັດຖະບານ, ຜູ້ບໍລິໂພກ, ເອກະຊົນ ແລະ ອົງການຈັດຕັ້ງຕ່າງໆ. ສຳລັບ
ກະຊວງສາທາລະນະສຸກການຮັບປະກັນອາຫານປອດໄພແມ່ນນອນຢູ່ໃນວຽກງານກັນພະຍາດ ແລະ ປົກປ້ອງສຸຂະພາບ ຜູ້ບໍລິໂພກເປັນຕົ້ນ, ການຮັບປະກັນອາຫານປອດໄພ, ການປ້ອງກັນອາຫານຈາກການມີຄວາມສ່ຽງຂອງອາຫານເປັນພິດ, ພະຍາດທີ່ເກີດຈາກ ອາຫານ, ການປົນເປື້ອນທີ່ເປັນສາເຫດໃຫ້ມີການເຈັບເປັນຖອກທ້ອງ ຊື່ງເປັນບັນ ຫາທາງດ້ານສາ ທະລະນະສຸກ. ໂດຍສົ່ງເສີມ ແລະ ຄຸ້ມຄອງບັນດາຜູ້ຜະລິດ, ຈຳໜ່າຍ, ສົ່ງອອກ ແລະ ນຳເຂົ້າອາຫານໃຫ້ປະຕິບັດ ຕາມຫຼັກການການຜະລິດທີ່ມີສຸຂະນາໄມ, ຮັບປະກັນໃຫ້ມີຄຸນະພາບ, ໂພຊະນາການ ແລະ ປາສະຈາກການປົນເປື້ອນ.
ທ່ານ ກ່າວອີກວ່າ: ປັດຈຸບັນ, ລາວໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ແລະ ອາຊຽນຊື່ງມັນໄດ້ຮຽກຮ້ອງ ໃນການຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງອາຫານ ໃຫ້ສູງຂຶ້ນ ໂດຍໃຫ້ມີການປະຕິບັດຕາມມາດຕະ ຖານສາກົນ ແລະ ພາກພື້ນທາງດ້ານອາຫານ ແລະ ດ້ານການບໍລິຫານຄຸນນະພາບໃຫ້ດີຂຶ້ນ. ໂດຍສະ ເພາະໃນປັດຈຸບັນ, ກຳລັງກະກຽມເຂົ້າເປັນສະມາຊິກອົງການການຄ້າໂລກ  ແລະ ປະຕິບັດການເຊື່ອມສານກັບປະເທດອາຊຽນໃນປີ 2015. ສະນັ້ນ, ວຽກງານຄຸ້ມຄອງອາຫານປອດໄພໄດ້ກາຍເປັນບັນຫາທີ່ມີຄວາມສຳຄັນສຳລັບການຄ້າ, ການພັດທະນາເສດຖະກິດຂອງປະເທດຊາດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນລາວ.

No comments:

Post a Comment