Ad

Ad

4 May 2015

ໄຮ​ນ​ີ​ເກັນ ມອບ​ໂຊກ​ປີ້​ເຂົ້າ​ເບິ່ງ​ການ​ແຂ່ງ​ຂັນ​ບານເຕະຢູຟາ ​ແຊ໊ມປຽນລິກ ຮອບ​ຊິງ​ຊະນະ​ເລີດ ຄັ້ງທີ 2


​ວັນທີ 2 ເມສານີ້ ຢູ່ຮ້ານອາຫານອິນທາ ນະຄອນຫຼວງວຽງຈັນ, ບໍລິສັດ ລາວ ອາເຊຍ ປາຊີຟິກ ບີເວີຣີ ຈຳກັດ ໄດ້ຈັດງານຈັບລາງວັນຄັ້ງທີ 2 ເພື່ອມອບໂຊກປີ້ເຂົ້າ​​ເບິ່ງການແຂ່ງຂັນເຕະບານຢູຟາແຊ໊ມປຽນລີກ (UEFA CHAMPIONS LEAGUE ) ຮອບຊິງຊະນະເລີດ ຢູ່ເມືອງເບີລິນ ປະເທດເຢຍລະມັນ ໂດຍມີ ທ່ານ ນາງ ວີໂອນາ ຜູ້ຈັດການຝ່າຍຜະລິດຕະພັນໄຮນີເກັນ ( heineken) ແລະ ສື່ມວນຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
          ໄຮນີເກັນ, ​ເປັນຜູ້ສະໜັບສະໜູນຢ່າງເປັນທາງການຂອງການແຂ່ງຂັນເຕະບານ UEFA CHAM PIONS LEAGUE ໂດຍເລີ່ແຕ່ປີ 2005 ເປັນຕົ້ນມາເຊິ່ງເປັນການແຂ່ງຂັນເຕະບານລະຫວ່າງສະໂມສອນຕ່າງໆພາຍໃນທະວີບເອີຣົບ, ​ເປັນລາຍການແຂ່ງຂັນບານເຕະທີ່ສຳຄັນ​​ໃນໂລກແລະໃນປີ 2015 ນີ້ ໄຮນີເກັນ ຈຶ່ງມອບໂປໂມຊັນ​​ພິເສດເພື່ອເປັນ
ການມອບຄວາມມ່ວນຊື່ນ ແລະ ຄືນກຳໄລໃຫ້ກັບລູກຄ້າໂດຍການແຈກຂອງລາງ ວັນຕ່າງໆ ແລະ ປີ້ເຂົ້າ​​ເບິ່ງການແຂ່ງຂັນ UEFA CHAMPIONS LEAGUE ໂດຍຜູ້ໂຊກດີ​​ໄດ້ໄປເບິ່ງການແຂ່ງຂັນເຕະບານຮອບຊິງຊະນະເລີດຢູ່ເມືອງເບິລິນ ປະເທດເຢຍລະມັນ ຄັ້ງທີ 2 ນີ້ ໄດ້ແກ່ ທ້າວ ອາລຸນສັກ ອິນທິລາດ ຢູ່ ບ້ານ ດົງປາແລບເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ຜູ້ໂຊກດີຈາກການຈັບລາງວັນຄັ້ງທີ 1 ແລະ 2 ຈະໄດ້ເດີນທາງໄປເບິ່ງການແຂ່ງຂັນໃນວັນທີ 2 ມິຖຸນາ 2015 ນີ້.

No comments:

Post a Comment