Ad

Ad

30 April 2015

ເຝິກ​ອົບ​ຮົບກ່ຽວກັບການປ່ຽນແປງດິນຟ້າອາກາດ, ໃຫ້ສື່ມວນຊົນລາວ



ໃນວັນທີ 29 ເມສາ ນີ້ ຢູ່ໂຮງແຮມ ວັນຊະນະ ຮີເວີໄຊ ນະຄອນຫລວງວຽງຈັນ, ສະຖາບັນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້ແຫ່ງຊາດ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຈັດຊຸດ​ເຝິກອົບ ຮົມ​ກ່ຽວ​ກັບການມີສ່ວນຮ່ວມຂອງສື່ມວນຊົນລາວໃນການໃຫ້ຄວາມຮູ້ທາງດ້ານວິທະ ຍາສາດກ່ຽວກັບການຄໍ້າປະກັນສະບຽງອາຫານ, ກະສິກໍາ ແລະ ການປ່ຽນແປງດິນ ຟ້າອາກາດໃນ ສປປ ລາວ ໂດຍການເຂົ້າຮ່ວມຂອງທ່ານ ດຮ ວັນທອງ ແພງວິຈິດ ຮອງຫົວຫນ້າສະຖາບັນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້ ແຫ່ງຊາດ, ທ່ານ ສົມສະຫນຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ​ແລະ ມີ​ສື່​ມວນ​ຊົນ​ລາວຈາກ​ສູນ​ກາງ ​ແລະ ທ້ອງ​ຖິ່ນ.
ທ່ານ ຮອງຫົວຫນ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດໃຫ້ຮູ້ວ່າ:ການຈັດກອງປະຊູມໃນຄັ້ງນີ້ກໍເພື່ອເຊື່ອມໂຍງ ຄວາມ ຮູ້ພື້ນຖານທາງດ້ານວິທະຍາສາດ ແລະ ການປ່ຽນແປງໃຫມ່ກັບແຜນດໍາເນີນງານແຫ່ງຊາດຕໍ່ສະພາບການປ່ຽນ ແປງຂອງດິນ ຟ້າອາກາດໃນການຜະລິດກະສິກໍາ ແລະ ການຄໍ້າປະກັນສະບຽງອາຫານໃນ ສປປ ລາວ  ແນໃສ່ໃຫ້ນັກ ໄດ້ຮັບຮູ້ ແລະ
ເຂົ້າໃຈຢ່າງ​ເປັນ​ເອກະ​ພາບ​ໃນ​ບາງ​ບັນຫາເຊັ່ນ  ສິ່ງທ້າທາຍສໍາຄັນຕໍ່ການປ່ຽນແປງດັ່ງກ່າວ, ຍົກລະດັບຂີດຄວາມສາ ມາດ ໃນການລາຍງານໂດຍຖືເອົາວິທະຍາສາດເປັນບ່ອນອິງ ເພື່ອລິເລີ່ມການສື່ສານໃຫ້ລະອຽດ ແລະ ຈະແຈ້ງແຕ່ຫົວທີ, ທັງເປັນການກະຕຸກຊຸກຍູ້ໃຫ້ແກ່ບັນດາຂະແຫນ່ງການກ່ຽວຂ້ອງ, ຕ່າງ​ໆ​ໄດ້​ໃຫ້​ຄວາມ​ສຳຄັນ ​ແລະ ມີ​ແຜນ​ຮອງ​ຮັບກ່ ຽວກັບສະພາບດິນຟ້າອາກາດ, ກະສິກໍາ ແລະ ການຄໍ້າປະກັນສະບຽງອາຫານໃນ ສປປ ລາວ.
ທ່ານ ຍັງກ່າວອີກວ່າ:ການດໍາລົງຊີວິດຂອງມວນມະນຸດເຮົາແມ່ນຕິດພັນກັບການນໍາໃຊ້ຊັບພະຍາກອນທໍາ ມະຊາດ ເຊັ່ນ: ການນໍາເອົາພຶດພັນຕ່າງໆ,ການລ່າສັດ ແລະ ຫາປາ ເພື່ອນໍາມາບໍລິໂພກ,ແຕ່ຍ້ອນມີການເພີ່ມຂຶ້ນຂອງປະຊາກ ອນສິ່ງ ດັ່ງກ່າວຈຶ່ງມີ​ຄວາມ​ຕ້ອງການເພີ່ມຂຶ້ນ​ເຮັດໃຫ້ການພັດທະນາ ແລະ ນໍາໃຊ້ຊັບພະຍາກອນຫລາຍຂຶ້ນ ແລະ ກໍ່ໃຫ້ ເກີດຜົນກະ ທົບ ຫລື ສ້າງຄວາມເສຍຫາຍຕໍ່ສະພາບແວດລ້ອມ, ການສູນເສຍແຫລ່ງຊັບພະຍາກອນທໍາມະຊາດທັງທາງກົງ ແລະ ທາງອ້ອມ, ປະກົດການອາຍພິດເຮືອນ  ເຊິ່ງທັງ​ຫມົດ​ນີ້​ລ້ວນ​ແຕ່​ແມ່ນສະພາບການປ່ຽນແປງດິນຟ້າອາກາດ,
ແມ່ນຄວາມຜິດປົກກະຕິຂອງດິນຟ້າອາກາດເຊັ່ນ: ອຸນຫະພູມອາກາດສະເລ່ຍຂອງໂລກເພີ່ມຂຶ້ນສູງ, ໄພພິບັດ ທໍາມະຊາດເກີດມີຄວາມຮຸນແຮງຖີ່ຂຶ້ນເຊັ່ນ: ໄພນໍ້າຖ້ວມ, ໄພແຫ້ງແລ້ງ, ພະຍຸ, ຝົນບໍ່ຕົກຕາມລະດູການ, ລະດັບນໍ້າທະເລສູງຂຶ້ນ.

No comments:

Post a Comment