Ad

Ad

4 May 2015

ການຜະລິດເປັນສິນຄ້າຂອງລາວນັບມື້ພົ້ນ​ເດັ່ນ



          ກົມແຜນການ, ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ປູກພືດເປັນສິນ ຄ້າຂອງກະສິກອນໃນປັດຈຸບັນມີທ່າຂະ ຫຍາຍຕົວກວ້າງຂວາງຂຶ້ນເລື້ອຍໆຄື: ປີຜ່ານມານີ້, ການຜະລິດກາເຟ ປະຕິບັດໄດ້ 89.300 ໂຕນ, ສາລີແຂງ ໄດ້ 1 ລ້ານກວ່າໂຕນ, ເພີ່ມຂຶ້ນ 6%, ທຽບກັບຊຸມປີຜ່ານມາຢ່າງພາລາມີເນື່ອທີ່ທັງໝົດ 261 ພັນກວ່າເຮັກຕາ ແລະ ສາມາດກີດຢ່າງໄດ້ ແລ້ວ 30 ພັນກວ່າເຮັກຕາສາມາດໃຫ້ຜົນຜະລິດປະມານ 90 ພັນໂຕນຕໍ່ປີ, ມັນຕົ້ນປະຕິ ບັດໄດ້ 1,5 ລ້ານກວ່າໂຕນ, ເພີ່ມຂຶ້ນ 11%, ອ້ອຍປະຕິບັດໄດ້ 1,6 ລ້ານໂຕນ, ເພີ່ມຂຶ້ນເທົ່າຕົວ, ໝາກເດືອຍປະຕິ ບັດໄດ້ 175 ພັນກວ່າໂຕນ, ເພີ່ມຂຶ້ນ 28%, ນອກນັ້ນຍັງປູກກ້ວຍ, ໝາກນັດ, ໝາກໂມ, ໝາກຫຸ່ງ ແລະ ຖົ່ວຕ່າງໆກໍ່ເພີ່ມຂື້ນເຊັ່ນກັນ, ໂດຍສະເພາະຢູ່ບັນດາ ແຂວງພາກເໜືອແມ່ນເປັນຂະບວນການດີກ່ວາບ່ອນອື່ນ ແລະ ສາມາດ ສົ່ງອອກໄປໃນແຕ່ລະປີໄດ້ເປັນຈຳນວນຫລາຍ ສປ ຈີນ. ສຳລັບການລ້ຽງສັດເປັນສິນຄ້າກໍ່ມີການຂະຫຍາຍຕົວ ແລະ ມີປັດໃຈໃໝ່ຫຼາຍຂຶ້ນ, ດ້ວຍການນຳໃຊ້ແນວພັນປັບປຸງ ແລະ ກ້າວໄປສູ່ການລ້ຽງແບບອຸດສາຫະກຳ(ແບບເປັນຟາມ), ຊຶ່ງປັດຈຸບັນ ທົ່ວປະເທດມີຟາມລ້ຽງງົວທັງໝົດ 195 ຟາມ,
ມີງົວປະມານ 28 ພັນໂຕ, ສຳລັບຟາມລ້ຽງໝູ່ແມ່ນມີທ່າຂະ ຫຍາຍຕົວດີກວ່າໝູ່, ປັດຈຸບັນມີ 775 ຟາມ, ມີໝູ່ 291 ພັນກວ່າໂຕ, ເດັ່ນກວ່າໝູ່ແມ່ນຟາມລ້ຽງໝູ່ຢູ່ນະ ຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຄຳມ່ວນ, ສຳລັບຟາມ ລ້ຽງສັດປີກມີ 405 ຟາມ, ມີສັດປີ ກປະມານ 2 ລ້ານກວ່າໂຕ, ໃນນີ້ຟາມລ້ຽງໄກ່ພັນໄຂ່ມີ 150 ກວ່າຟາມ, ສາມາດສະ ໜອງໄຂ່ໃຫ້ສັງຄົມ ໄດ້ 1 ລ້ານໜ່ວຍ/ມື້, ນອກນັ້ນຍັງມີຟາມລ້ຽງໄກຊີ້ນ, ເປັດພັນໄຂ່, ນົກກະທາ ແລະ ສັດລ້ຽງອື່ນໆກໍເ ຫັນວ່າມີທ່າຂະ ຫຍາຍຕົວດີພໍສົມຄວນ, ສ່ວນການລ້ຽງປາໃສ່ປະຊັງປັດຈຸບັນມີປະມານ 5600 ກວ່າກະຊັງ, ສາມາດ ຕອບສະໜອງ ປາໄດ້ 28 ພັນໂຕນ/ປີ ຫຼື ປະມານ 76 ໂຕນ/ມື້, ສ່ວນການສົ່ງອອກສັດໃຫຍ່ສາມາດປະຕິບັດໄດ້ ທັງໝົດ 119.200 ໂຕ, ໃນນັ້ນມີງົວ 111.700 ໂຕ, ຄວາຍ 7500 ໂຕ, ບັນລຸ 90% ຂອແຜນ ການວາງໄວ້ໂດຍສ່ວນໃຫຍ່ ແມ່ນສົ່ງໄປປະເທດໃກ້ຄຽງ. ກົມແຜນການໃຫ້ຮູ້ອີກວ່າ: ອັນພົ້ນເດັ່ນຂອງຂະບວນຜະລິດເປັນສິນຄ້າໃນປີຜ່ານມາແມ່ນ ການລ້ຽງງົວທອມ, ຊຶ່ງກຳລັງໄດ້ຮັບຄວາມນິຍົມຢ່າງກ້ວາງຂວາງ, ໂດຍສະເພາະຢູ່ເມືອງໜອງແຮດ, ເມືອງຄູນ ແຂວງຊຽງຂວາງ, ເມືອງສອງຄອນແຂວງສະຫວັນນະເຂດ ແລະ ແຂວງວຽງຈັນ, ໂດຍໄດ້ຫັນເນື້ອທີ່ເຮັດໄຮ່ໄປປູກ ຫຍ້າລ້ຽງສັດ ແລະ ລູກງົວທອມ(ເນື່ອທີ່ປະມານ 6 ພັນກວ່າເຮັກຕາ), ສັງລວມ ແລ້ວ ໃນໜຶ່ງປີຜ່ານມານັ້ນແມ່ນສາມາດຮັກສາເກນການຂະຫຍາຍຕົວປົກກະຕິຕາມແຜນການທີ່ວາງໄວ້ ຄື: ຕົວເລກການຜະລິດຊີ້ນ-ປາ ຂະຫຍາຍຕົວ ໃນລະຫວ່າງ 5-6%/ປີ, ຊຶ່ງເຫັນໄດ້ຈາກການ ຜະລິດໝູ ແລະ ປາກະຊັງແມ່ນເພີ່ມຂຶ້ນຢ່າງຈະແຈ້ງ, ຊຶ່ງເຫດຜົນແມ່ນຍ້ອນໂຄງສ້າງຄວາມຕ້ອງການ ແລະ ສະໜອງຊີ້ນຂອງປະເທດເຮົາມີການປັບໂຕ ແລະ ມີການລົງທຶນທັງພາຍໃນ ແລະ ພາຍນອກເປັນຈຳນວນຫຼາຍ ແລະ ຄວາມວ່າການຜະລິດເປັນສິນຄ້ານີ້ ຈະຍັງ ສືບຕໍ່ເພີ່ມຂຶ້ນ, ເນື່ອງຈາກຄວາມຕ້ອງການຂອງຜູ້ບໍລິໂພກກໍນັບມື້ເພີ່ມຂຶ້ນເຊັ່ນດຽວກັນ.

No comments:

Post a Comment