Ad

Ad

4 May 2015

ຊາວ​ຜູ້​ອອກ​ແຮງ​ງານ​ຍັງ​ລໍ​ຖ້າຮັບ​ເງິນ​ເດືອນ​ປັບປຸງ​ໃໝ່ຈາກ​ຫົວໜ່ວຍທຸະກິດ



          ການສະເຫຼີມສະຫຼອງວັນກຳມະກອນສາກົນຄົບຮອບ 129 ປີ ໄດ້ໝູນ ວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນເດືອນພຶດສະພາ 2015  ແລະໃນປີດັ່ງກ່າວກໍນັບວ່າເປັນນິມິດໝາຍອັນສຳຄັນໃຫ້ແກ່ກຳມະກອນ ແລະ ຊາວຜູ້ອອກແຮງງານລາວທີ່ຈະໄດ້ຮັບເງິນເດືອນ ເພີ່ມທີ່ບັນດາຫົວໜ່ວຍທຸລະກິດຕົນສັງກັດຢູ່ຈາກ 6 ແສນກີບຂຶ້ນມາເປັນ 9 ແສນກີບ, ​ເຊິ່ງລັດຖະບານໄດ້ແຈ້ງໃຫ້ພາກສ່ວນກ່ຽວຂ້ອງເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ມີນາ 2015 ແຕ່ມາຮອດປັດຈຸບັນບັນດາຫົວໜ່ວຍທຸລະກິດສ່ວນໃຫຍ່ບໍ່ທັນຖືສຳຄັນໃນການເອົາໃຈໃສ່ປະຕິບັດຄໍາສັ່ງດັ່ງກ່າວຢ່າງມີຜົນສັກສິດ​.
ຕໍ່ບັນຫາດັ່ງກ່າວບັນດາກຳມະກອນຊາວຜູ້ອອກແຮງງານຕ່າງກໍມີຄວາມສົນໃຈຕໍ່ມະຕິຕົກລົງແລະ ຄໍາສັ່ງຂອງລັດຖະບານທີ່ໄດ້ປະກາດອອກມາເປັນເວລາສອງເດືອນກ່ວາແຕ່ກໍຍັງບໍ່ໄດ້ຮັບຄວາມສົນໃຈແລະ ຖືສຳຄັນຂອງຫົວໜ່ວຍ ທຸລະກິດໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍແລະ ກາງ ຜູ້ທີ່ເຄີຍໄດ້ຮັບເງິນເດືອນ 6 ແສນກີບ ຫາ 8 ແສນກີບ, ມາຮອດປັດຈຸບັນກໍຍັງຄົງຕົວຢູ່ຄືເກົ່າຍັງບໍ່ທັນມີການປ່ຽນແປງ. ໃນກໍລະນີຫາກນາຍຈ້າງບໍ່ຂຶ້ນເງິນເດືອນໃຫເຂົາເຈົ້າແທ້ກຳມະ
ກອນແຮງງານຂັ້ນຕໍ່າສົມຄວນທີຈະໄດ້ຮັບເງິນລ່ວງເວລາຫຼື ເງິນສະຫວັດດີການສັງຄົມຕື່ມເພື່ອຮັບປະກັນໃນການຍົກລະ ດັບຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ສາມາດຮັບປະກັນການປິ່ນປົວສຸຂະພາບໃນເວລາເກີດເຈັບເປັນແຕ່ເປັນໜ້າເສຍດາຍບັນຫາເຫຼົ່ານີ້ນັບວ່າບໍ່ທັນໄດ້ຮັບການເອົາໃຈໃສ່ຈາກນາຍຈ້າງແຕ່ຢ່າງໃດ, ບໍ່ສະເພາະແຕ່ເທົ່ານັ້ນບັນດາຫົວໜ່ວຍທຸລະກິດທີ່ຂຶ້ນກັບລັດກໍຍັງບໍ່ທັນເອົາໃຈໃສ່ ແລະ ຖືສຳຄັນຕໍ່ຂໍ້ຕົກລົງ​​ຂອງລັດຖະບານວາງອອກ ດັ່ງນັ້ນຈຶ່ງຮຽກຮ້ອງໄປຍັງຂະແໜງການທີ່ກ່ຽວຂ້ອງເປັນຕົ້ນກະຊວງແຮງງານສະຫວັດດີການສັງຄົມ, ອົງກາກຳມະບານລາວທຸກຂັ້ນຈົ່ງໄດ້ເອົາໃຈໃສ່ກວດກາຄືນຕໍ່ການປະຕິບັດຂອງ​​ນາຍຈ້າງທີ່ມີຕໍ່ລູກຈ້າງຂອງຕົນເພື່ອເຮັດໃຫ້ມະຕິຄຳສັ່ງລັດຖະບານວາງອອກໄດ້ຮັບການຈັດຕັ້ງປະຕິບັດແລະ ມີຜົນສັກສິດກວ່າເກົ່າ.

No comments:

Post a Comment