Ad

Ad

20 July 2015

ຮວາເຫວີຍນຳສະເໜີຜະລິດຕະພັນໃໝ່ມືຖືຮຸ່ນ P8



ວັນທີ 18-19 ກໍລະກົດນີ້,  ບໍລິສັດ ຮວາເຫວີຍລາວ (Hua wei), ໄດ້ຈັດກິດຈະກຳທີ່ມີຫົວຂໍ້ ວ່າ ເປີດປະສົບການໃໝ່ກັບ ຮວາເຫວີຍ P8ຂຶ້ນຢູ່ສູນການຄ້າ ວຽງຈັນເຊັນເຕີ ນະຄອນຫຼວງ ວຽງຈັນເພື່ອ ແນະນຳຜະ ລິດຕະພັນຂອງ ຮວາເຫວີຍ ທີ່ພວມໄດ້ຮັບ ຄວາມນິຍົມ ຈາກສັງຄົມລາວເປັນ ຢ່າງດີໂດຍສະເພາະແມ່ນໂທລະສັບມືຖືຮຸ່ນ P8 ທັງເປັນການສືບຕໍ່ ແນະນຳຜະລິດຕະພັນໃໝ່ຂອງຕົນສູ່ສັງຄົມລາວ ໃຫ້ກວ້າງຂວາງຫຼາຍຂຶ້ນ ແລະ ຄືນກຳໄລໃຫ້ແກ່ລູກຄ້າ, ໂດຍມີລູກຄ້າ ເຂົ້າຮ່ວມເປັນຈຳນວນຫຼາຍ.
ຜູ້ຈັດການຝ່າຍໂທລະສັບບໍລິສັດດັ່ງກ່າວທ່ານ ຊູຈິນຢອງ ກ່າວວ່າ: ເພື່ອໃຫ້ລູກຄ້າກໍຄືຜູ້ຊົມ ໃຊ້ຜະລິດຕະພັນຂອງຮວາເຫວີຍໄດ້ສຳ ພັດ ແລະ ທົດລອງໃຊ້ຜະລິດຕະພັນໃໝ່ໆທີ່ມີຄວາມທັນສະໄໝຂອງ
ຮວາເຫວີຍ, ໂດຍສະເພາະໂທສະ ສັບຮຸ່ນ P8  ພ້ອມອຸປະກອນເສີມ ຕ່າງໆ ແລະ ພາຍໃນງານຍັງມີການ ແຈກລາງວັນຢ່າງຫຼວງຫຼາຍ ເພື່ອເປັນການຄືນກຳໄລໃຫ້ແກ່ລູກຄ້າ ແລະ ໃນອະນາຄົດ ຮວາເຫວີຍ ຍັງຈະນຳຜະລິດຕະພັນໃໝ່ຫຼາຍ ຢ່າງເຂົ້າມາເພື່ອໃຫ້ສັງຄົມລາວ, ກໍ ຄືຜູ້ຊົມໃຊ້ໄດ້ສຳພັດກັບປະສົບ ການໃໝ່ໆພ້ອມນັ້ນຮວາເຫວີຍຍັງຈະມີການພັດທະນາດ້ານການຈຳໜ່າຍ ແລະ ການບໍລິການຫຼັງການຂາຍ ໃຫ້ກັ ບລູກຄ້ານຳອີກ.

ຜູູ້ຈັດການຝ່າຍໂທສະສັບບໍລິສັດດັ່ງກ່າວໃຫ້ຮູ້ວ່າ: ໃນປີ 2014 ຜ່ານມາຜະລິດຕະພັນຂອງຮວາເຫວີຍ ແມ່ນຄວບຄຸມຫຼາຍກວ່າ 170 ປະເທດ ແລະ ຫຼາຍກວ່າ 75% ຂອງປະຊາກອນໂລກ, ມີຍອດການສົ່ງອອກໂທສະສັບເປັນອັນດັບ 3 ຂອງໂລກ ແລະ ປັດຈຸບັນຮວາ ເຫວີຍ ມີສູນຄົ້ນຄວ້າ ແລະ ພັດທະ ນາຜະລິດຕະພັນ 16 ແຫ່ງໃນປະ ເທດສະຫະລັດອາເມຣິກາ, ເຢຍລະມັນ, ຊູແອັດ, ລັດເຊຍ, ອິນເດຍ ແລະ ສປ ຈີນ ເປັນຕົ້ນ .

No comments:

Post a Comment