Ad

Ad

11 August 2015

ວິທະຍຸ​ກະຈາຍສຽງແຫ່ງ​ຊາດລາວ-ຫວຽດນາມ ຮ່ວມລົງ​ນາມສັນຍາ​ຮ່ວມ​ມືສະບັບ​​ໃໝ່



ວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ຮ່ວມລົງນາມໃນສັນຍາຮ່ວມມືສະບັບໃໝ່ສຳລັບສົກປີ 2015-2018 ກັບວິທະຍຸກະຈາຍສຽງແຫ່ງຊາດຫວຽດ ນາມ(VOV) ​ໃນວັນທີ 10 ສິງຫາ 2015 ທີ່ນະຄອນຫລວງວຽງຈັນ ​​​ແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດວຽກງານວິທະຍຸກະຈາຍສຽງລະຫວ່າງສອງປະເທດບົນພື້ນຖານນ້ຳໃຈມິດຕະພາບ, ຄວາມສະເໝີພາບແລະຕ່າງຝ່າຍຕ່າງມີຜົນປະໂຫຍ. ໂດຍການຮ່ວມລົງນາມລະຫວ່າງທ່ານສີພານົງລາດຜູ້ອຳ ນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວແລະທ່ານຫງວຽນດັງຕ໋ຽນຜູ້ອຳນວຍ ການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ. ​ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານສະຫວັນຄອນຣາຊ ມຸນຕຣີ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທຳແລະທ່ອງທ່ຽວ, ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
            ເນື້ອໃນສັນຍາໄດ້ລະບຸວ່າ: ສອງຝ່າຍໄດ້ເປັນເອກະພາບຕົກລົງຮ່ວມມືກັນບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍແນໃສ່ເພີ່ມທະວີການອອກຂ່າວ, ບົດຄວາມ, ສາລະຄະດີ, ລາຍການສິລະປະ-ວັນນະຄະດີກ່ຽວກັບປະສົບການ-ບົດຮຽນ,
ຜົນງານໃນຂົງເຂດການເມືອງ, ​ເສດຖະກິດ, ວັດທະນະທຳ-ສັງຄົມແລະຂົງເຂດອື່ນໆ ຂອງແຕ່ລະປະເທດໃນຂອບເຂດຄວາມສາມາດແລະຄວາມຕ້ອງການຂອງແຕ່ລະຝ່າຍ. ​ໃນໂອກາດເຫດການສຳຄັນຂອງຊາດສອງຝ່າຍຈະແລກປ່ຽນຂໍ້ມູນຂ່າວສານ, ບັນດາລາຍການກະຈາຍສຽງ, ລາຍການເພງຂອງບັນດາເຜົ່າ, ​ເພງໃໝ່, ລາຍການພິເສດຕ່າງໆເພື່ອອອກອາກາດທາງວິທະຍຸຫລືຜ່ານຊ່ອງທາງອື່ນໆ ຂອງສອງປະເທດບົນພື້ນຖານນ້ຳໃຈມິດຕະພາບແລະການຊ່ວຍເຫລືອເຊິ່ງກັນແລະກັນ; ການຮ່ວມມືດ້ານວິຊາການ, ​ເຕັກນິກການກະຈາຍສຽງແລະເຕັກໂນໂລຊີຂໍ້ມູນຂ່າວສານນັ້ນ, ຝ່າຍຫວຽດນາມພ້ອມທີ່ຈະໃຫ້ການຊ່ວຍເຫລືອແກ່ວິທະຍຸກະຈ່າຍສຽງແຫ່ງຊາດລາວໃນການບຳລຸງສ້າງນັກຂ່າວ, ນັກຈັດລາຍການແລະພະນັກງານເຕັກນິກໃນແຕ່ລະປີແລະ ​​ແຕ່ລະປີສອງຝ່າຍຈະຜັດປ່ຽນກັນແຕ່ງຕັ້ງ ຄະນະນຳພາພະນັກງານໄປຢ້ຽມຢາມແລະເຮັດວຽກເພື່ອປຶກສາຫາລື, ສຳຫລວດກວດກາຄືນແລະສ້າງແຜນການຮ່ວມມືຢ່າງລະອຽດໃຫ້ປີຕໍ່ໄປ.
ສະຖານນີວິທະຍຸກະຈາຍສຽງແຫ່ງຊາດລາວ​ ​ແລະວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມໄດ້ເຊັນສັນຍາຮ່ວມມືສອງຝ່າຍນັບແຕ່ປີ 1990 ​ເປັນຕົ້ນມາແລະສັນຍາສະບັບນີ້ເປັນສະບັບທີ 7 ທີ່ໄດ້ລົງນາມຮ່ວມກັນເຊິ່ງສັນຍາຮ່ວມມືດັ່ງກ່າວ ມີຜົນສັກສິດໃນກຳນົດເວລາ 3 ປີນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

No comments:

Post a Comment