Ad

Ad

11 August 2015

ນາຍົກ​ລັດຖະມົນ​ຕີ ທອງ​ສິງ ທຳ​ມະ​ວົງ​ ສຳ​​ເລັດ​ການ​ເຂົ້າ​ຮ່ວມ​ພິທີ​ສະ​ເຫລີ​ມສະຫລອງ​ວັນຊາ​ດສິງກະ​ໂປ​ຄົບຮອບ 50 ປີ



ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ລີຊ່ຽນ ລຸງ ນາຍົກລັດຖະມົນຕີ​​​ແຫ່ງສາທາລະນະລັດສິງກະໂປ, ຄະນະຜູ້​​ແທນຂັ້ນສູງຂອງລາວນຳໂດຍທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປ​​ເຂົ້າຮ່ວມພິທີສະເຫລີມສະຫລອງວັນຊາດສິງກະໂປຄົບຮອບ 50 ປີ ຢູ່ສາສາທາລະນະລັດ ສິງກະໂປ ໃນວັນທີ 9 ສິງຫາ 2015. ພາຍຫລັງ​​ເດີນທາງເຖິງສິງກະໂປ, ທ່ານນາຍົກລັດຖະມົນຕີແລະ ບັນດາຫົວໜ້າຄະນະຜູ້ແທນຕ່າງປະເທດກໍໄດ້ເຂົ້າຮ່ວມງານລ້ຽງອາຫານທ່ຽງ, ​ຊຶ່ງຈັໂດຍທ່ານໂທນີຕັນເກັງຢຳ ປະທານາທິບໍດີສິງກະໂປແລະໃນຕອນບ່າຍວັນດຽວກັນກໍໄປຮັບຊົມການສວນສະໜາມສະເຫລີມ ສະຫລອງວັນຊາດສິງກະໂປຄົບຮອບ 50 ປີ.
ການເດີນທາງໄປຄັ້ງນີ້​​ແມ່ນເພື່ອຮັດແໜ້ນສາຍພົວພັນມິດຕະພາບແລະເພີ່ມທະວີການຮ່ວມມືລະຫວ່າງ ສປປ
ລາວແລະ ສິງກະໂປໃຫ້​​ແຕກດອກອອກຜົນຍິ່ງໆຂຶ້ນ. ການນຳຂັ້ນສູງຂອງສິງກະໂປໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແລະ ຄະນະຜູ້ແທນລາວ, ທີ່ໄດ້​​ເຂົ້າຮ່ວມພິທີສະເຫລີມສະຫລອງວັນຊາ​​ດສິງກະໂປໃນຄັ້ງນີ້, ກ່ອນເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບໃນວັນທີ 10 ສິງຫາ 2015.

No comments:

Post a Comment