Ad

Ad

30 September 2015

ງານ​ສະ​​ແດ​ງສິລະ​ປະ​ສະ​ເຫລີ​ມສະຫລອງວັນ​ສະ​ຖາປະນາ ສປ ຈີນ ຄົບຮ​ອບ 66 ປີ

 ໃນຕ​ອນຄ່ຳ​ວັນ​ທີ 28 ກັນ​ຍາ ນີ້, ສະຖາ​ນທູ​ດ ສປ ຈີນ ປະຈຳ ສປປ ລາວໄດ້​​ຈັ​ດງານ​ສະ​​ແດງ​ສິລະ​ຈາກຄະນະ​ສິລະ​ປະວັດ​ທະ​ນະ​ທຳ​​ເຂດຫນິງ​ເຊຍ, ຂຶ້ນຢູ່ຫໍ​ວັດ​ທະ​ນະ​ທຳ​ແຫ່​ງຊາດ ນະຄ​ອນຫຼວງ​ວຽງ​ຈັນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່າ​ນ ດຣ ພັນ​ຄຳ ວິ​ພາ​ວັນ, ກຳ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກ​ລັດ​​ຖະມົນຕີ ລັດຖະມົນ​ວ່າ​ກາ​ນກະ ຊວງສຶກສາ​ທິການ​ ​ແລະ ກິລາ, ມີ​ສະຖາ​ນທູ​ດ ສ​ປ ຈີນ ປະຈຳ​ລາວ ​ແລະ ​​ແຂກ​ເຂົ້າຮ່ວ​ມ​​ເປັນ​ຈຳນວນຫຼາຍ, ​ເພ​ື່​ອ​​ສະ​ເຫຼີມສະຫຼອງວັນ​ສະຖາປະ​ນາສາ​ທາ​ລະ​ນະ​ລັດປະຊາຊົນ​ຈີ​ນ ຄົບ​ຮອບ 66 ປີ  1 ຕຸລາ​ນີ້, ​ໃຫ້​ມີ​ບັນ​ຍາກ​າ​ດ​ຄຶ​ກຄື້ນ ມ່ວນຊື່ນ, ຈາກ​ບົດ​ສະ​​ແດງ​ຕ່າງໆ​ຄື: ​ບົດ​ຟ້ອນ​ຂອງ​ຊົນ​ເຜົ່າ​ຫຸຍ, ​ດົນຕີ​ພື້ນ​ເມືອງ, ກາ​ຍະ​ສິນ, ມາຍາ​ກົ​ນ, ຮ້ອງ​​ເພງ​​​ ​ແລະ ​ອື່ນໆກ່ວາ 14 ລາ​ຍການ​. ນອກ​ນີ້ຍັງ​ມີ​ການ​ວາງ​ສະ​​ແດງ​ຮູ​ບພາບຕ່າງໆ​ ທີ່​ເປັນ​​ເອກະລັກ​ແຕ່​ລະ​ທ້ອງ​ຖິ່ນຂ​ອງຈີນ​ອີ​ກ​​ດ້ວຍ.

No comments:

Post a Comment