Ad

Ad

1 October 2015

ສານນະຄອນຫລວງວຽງຈັນຕັດສິນລົງໂທດຜູ້ໂຄສະນາຕ້ານ ສປປ ລາວ ຈໍາຄຸກ 4 ປີ 9 ເດືອນ

    ທ້າວ ບຸນທັນ ອາຍຸ 52 ປີ ເຊື້ອຊາດລາວ, ສັນຊາດໂປໂລຍ, ພັກເຊົາຢູ່ບ້ານຈອມມະນີກາງ ເມືອງຈັນທະບູລີ,ນະ ຄອນຫລວງວຽງຈັນ, ຖືກສານປະຊາຊົນນະຄອນຫລວງວຽງຈັນຕັດສີນລົງໂທດໃຫ້ຈໍາຄຸກເປັນເວລາ 4 ປີ 9 ເດືອນໃນຂໍ້ຫາໂຄສະນາຕ້ານສາທາລະນະລະນະລັດປະຊາທິປະໄຕປະຊາຊົນລາວ, ໂດຍຖືກເຈົ້າໜ້າທີ່ຈັບຕົວເມື່ອກາງເດືອນມິຖຸນາ 2015 ໃນຂະນະກຽມເອົາໃບປິວທີ່ມີເນື້ອໃນໃສ່ຮ້າຍປ້າຍສີລັດຖະບານລາວ.
     ເຈົ້າໜ້າທີ່ໃຫ້ຮູ້ວ່າ: ນັບແຕ່ທ້າຍປີ 2014 ເປັນຕົ້ນມາ, ທ້າວ ບຸນທັນ ໄດ້ຮ່ວມກັບຄົນບໍ່ດີຢູ່ຕ່າງປະເທດຕັ້ງກຸ່ມຄົນລາວຮັກຊາດ ແລະ ກຸ່ມລູກຫລານເຈົ້າຟ້າງຸ່ມມະຫາລາດຂຶ້ນ, ແລ້ວພາກັນເຄື່ອນໄຫວໂຄສະນາໃສ່ຮ້າຍປ້າຍສີສາທາລະ ນະລັດປະຊາທິປະໄຕ ປະຊາຊົນລາວ, ໂດຍມີການບິດເບືອນຕໍ່ແນວທາງຂອງພັກ ແລະ ນະໂຍບາຍຂອງລັດດ້ວຍການເວົ້າ, ການຂຽນ, ການພິມໜັງສື, ຮູບເງົາ, ວີດີໂອ ຫລື ພາບ ແລະ ດ້ວຍຮູບການອື່ນໆທີ່ມີເນື້ອໃນຕໍ່ຕ້ານ ສປປ ລາວ ຜ່ານທາງອິນເຕີເນັດ ແລະ ເຟສບຸກ ແລະ  ຕົກມາຮອດວັນທີຕົ້ນເດືອນມິຖຸນາ 2015, ທ້າວບຸນທັນໄດ້
ຮ່ວມກັບທ້າວ ສະຫວ່າງໄຊ ເພື່ອເຮັດໃບປິວທີ່ມີເນື້ອໃນໃສ່ຮ້າຍປ້າຍສີລັດຖະບານລາວ, ໂດຍທ້າວບຸນທັນເປັນຜູ້ແຕ່ງເນື້ອໃນ ແລະ ຈັດພິມໃບປິວ, ສ່ວນທ້າວ ສະຫວ່າງໄຊ ຮັບເອົາໃບປິວໄປແຈກຢາຍ ແລະ ມາຮອດວັນທີ 19 ມິຖຸນາ 2015,ທ້າວບຸນທັນ ໄດ້ເອົາໃບປິວໄປໃຫ້ທ້າວສະຫວ່າງໄຊຢູ່ຈຸດນັດໝາຍແຕ່ຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມກົດໝາຍກ່ອນ.

No comments:

Post a Comment