Ad

Ad

15 September 2015

ຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດຢູ່ນະຄອນຫລວງວຽງຈັນ ​ໄດ້​ກາຍ​ເປັນ​ລາຍ​ວັນ

   
 ພຽງວັນທີ 7-13 ກັນຍານີ້, ຢູ່ນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 30 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 6 ຄົນ, ໄດ້ຮັບບາດເຈັບສົມຄວນ 23 ຄົນ, ສາຫັດ 3 ຄົນ, ມີພາຫະນະເປ່ເພເສຍຫາຍຫລາຍ ມີມູນຄ່າຫລາຍກວ່າ 280 ລ້ານກີບ.
     ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ​ເຫດຮ້າຍແຮງໄດ້ເກີດຂຶ້ນ ໃນຕອນຄ່ຳຂອງວັນທີ 9 ກັນຍາ, ຢູ່ເຂດບ້ານນາໄຮ່ຄຳ, ມີລົດໃຫຍ່ຄັນໜຶ່ງປິ້ນ ເຮັດໃຫ້ຜູ້ຂັບຂີ່ ອາຍຸ 39 ປີ ຢູ່ບ້ານນາໄຊ ເມືອງໄຊເສດຖາ ເສຍຊີວິດຄາທີ່, ໃນຕອນເຊົ້າມືດຂອງວັນຕໍ່ມາ, ຢູ່ເຂດບ້ານດົງປາ ແຫລບ ເມືອງຈັນທະບູລີ, ໄດ້ເກີດເຫດລົດໃຫຍ່ ເສຍຫລັກຕຳເສົາໄຟຟ້າຢ່າແຮງ ເຮັດໃຫ້ຜູ້ຂັບຂີ່ ອາຍຸ 25 ປີ ຢູ່ບ້ານໂພນສີນວນ ເມືອງໄຊເສດຖາ ເສຍຊີວິດຄາທີ່ ແລະ ຕອນເຊົ້າຂອງວັນດຽວກັນ ຮັບສົ່ງນັກສຶກສາໄປຝຶກງານ ເສຍຫລັກຕຳເອົາຕົ້ນໄມ້ຢູ່ແຄມທາງເຂດບ້ານສະພັງມຶກ ເຮັດໃຫ້ນັກສຶກສາເສຍຊີວິດ 2 ຄົນຄື: ທ້າວ ວິລະເພັດ ອາຍຸ 16 ປີ ແລະ ທ້າວ ລັກສະມັນ ອາຍຸ 18 ປີ, ເຊິ່ງທັງສອງຢູ່ບ້ານດ່ານຊ້າງ ເມືອງໄຊທານີ
ແລະ ໃນຕອນຄ້າຍແລງຂອງວັນທີ 12 ກັນຍານີ້, ຢູ່ເຂດບ້ານສົມປະເສີດ ເມືອງປາກງື່ມ ໄດ້ເກີດເຫດລົດໃຫຍ່ຕຳລົດຈັກ ເຮັດໃຫ້ຜູ້ຂັບຂີ່ລົດຈັກ ອາຍຸ 24 ປີ ຢູ່ບ້ານດັ່ງກ່າວ ເສຍຊີວິດຄາທີ່ ແລະ ໃນຕອນດຶກຂອງວັນດຽວກັນ, ຢູ່ ເຂດບ້ານດົງປາແຫລບ ເມືອງ ຈັນທະບູລີ ໄດ້ເກີດເຫດລົດຈັກຕຳທ້າຍລົດໃຫຍ່ທີ່ຈອດຢູ່ແຄມທາງ ເຮັດໃຫ້ຜູ້ຂັບຂີ່ລົດຈັກອາຍຸ 28 ປີ ຢູ່ບ້ານໜອງປິງ ເມືອງຈັນທະບູລີ ເສຍຊີວິດຄາທີ່.

    ຈາກສະພາບດັ່ງກ່າວ ເຫັນວ່າປັດຈຸບັນມີອຸປະຕິເຫດເພີ້ມຂຶ້ນເປັນຈຳນວນຫລາຍ, ດັ່ງນັ້ນ ຈຶ່ງເຕືອນມາຍັງນັກຂັບຂີ່ຈົ່ງເອົາໃຈໃສ່ປະຕິບັດກົດລະບຽບຈາລະຈອນໃຫ້ເຂັ້ມງວດເພື່ອຫລຸດຜ່ອນອຸປະຕິເຫດທີ່ຮ້າຍແຮງຕາມມາ.

No comments:

Post a Comment