Ad

Ad

14 September 2015

ກອງປະຊຸມອົງຄະນະພັກກະຊວງພາຍໃນອັດລົງດ້ວຍຜົນສໍາເລັດຈົບ​ງາມ

ກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກກະຊວງພາຍ, ໄດ້ອັດລົງດ້ວຍຜົນສໍາເລັດຈົບງາມໃນວັນທີ 11 ກັນຍານີ້,ພາຍຫລັງດໍາເນີນມາເປັນເວລາ 2 ວັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ອາຊາງ ລາວລີ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ກອງປະຊຸມໄດ້ເປັນເອກະພາບເລືອກເອົາສະຫາຍ ຄໍາໝັ້ນ ສູນວິເລີດເປັນເລຂາຄະນະພັກສະໄໝທີ I, ສະຫາຍ ຄໍາມູນ ວິພົງໄຊ ເປັນຮອງເລຂາ ແລະ ສະຫາຍ ສີພຸກ ວົງພັກດີເປັນປະທານກວດກາ, ສະຫາຍ ດວງມະນີ ສຸວັນໂນແລະ ສະຫາຍ ທອງວັນ ສີສະຫວັນ ເປັນຮອງປະທານກວດກາ, ພ້ອມທັງຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ຈະມີຂຶ້ນໃນຕໍ່ໜ້ານີ້.

ໃນໂອກາດດັ່ງກ່າວ, ສະຫາຍ ອາຊາງ ລາວລີ ໄດ້ໃຫ້ກຽດໂອ້ລົມຊີ້ນໍາຕໍ່ຄະນະພັກຊຸດໃໝ່, ຊຶ່ງໄດ້ເນັ້ນໃຫ້ຍົກສູງຄວາມຮັບຜິດຊອບຂອງຕົນເພື່ອເສີມຂະຫຍາຍຜົນສໍາເລັດ ແລະ ແກ້ໄຂບັນດາຂໍ້ຄົງຄ້າງ, ຈັດຕັ້ງປະຕິບັດບັນດາທິດທາງ, ແຜນການທີ່ກອງປະຊຸມວາງອອກໃຫ້ມີຜົນສໍາເລັດ, ເອົາໃຈໃສ່ເຊີດຊູພາລະບົດບາດແລະ ຄວາມສາມາດໃນການເຄື່ອນ
ໄຫວວຽກງານວິຊາສະເພາະຂອງຂະແໜງພາຍໃນໃຫ້ສູງຂຶ້ນຕື່ມອີກ, ​ເອົາໃຈໃສ່​​ປັບປຸງວຽກງານຄຸ້ມຄອງລັດຖະກອນໃຫ້ເຂັ້ມແຂງບົນພື້ນຖານສ້າງແລະ ປັບປຸງນິຕິກໍາກ່ຽວຂ້ອງ, ປັບປຸງລະບົບການພັດທະນາ, ຄົ້ນຄວ້າບັນດາຄ່າຕອບແທນ ແລະ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານຄຸ້ມຄອງລັດຖະກອນແລະ ອື່ນໆ. ສົມທົບກັບອົງການປົກຄອງທ້ອງຖິ່ນເພື່ອກໍານົດສິດ, ໜ້າທີ່ແລະ ຄວາມຮັບຜິດຊອບດ້ານການບໍລິຫານລັດແລະ ການຄຸ້ມຄອງເສດຖະກິດ-ສັງຄົມຂອງທ້ອງຖິ່ນແຕ່ລະຂັ້ນບົນພື້ນຖານເພີ່ມສິດ, ​ເພີ່ມຄວາມຮັບຜິດຊອບໃຫ້ທ້ອງຖິ່ນ, ກວດ ກາແລະກໍານົດໂຄງປະກອບກົງຈັກຂອງອົງການປົກຄອງເມືອງແລະ ບ້ານໃຫ້ມີກໍາລັງແຮງພຽງພໍກັບຄວາມຮັບຜິດ ຊອບທີ່ມອບໝາຍໃຫ້, ຕ້ອງເອົາໃຈໃສ່ວຽກງານທີ່ມີລັກສະນະລະອຽດອ່ອນເປັນຕົ້ນແມ່ນວຽກງານກ່ຽວກັບຊົນເຜົ່າ, ສາສະໜາ, ສະມາຄົມ, ມູນນິທິແລະ ວຽກງານຄຸ້ມຄອງພົນລະເມືອງ, ​ຕ້ອງໄດ້ຄົ້ນຄ້ວາ, ​ສ້າງແລະ ປັບປຸງບັນດານິຕິກໍາທີ່ກ່ຽວຂ້ອງໃຫ້ຮັດກຸມຕື່ມເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ເປັນເອກະພາບ, ສຸມໃສ່ແກ້ໄຂບັນຫາເຂດແດນເຊື່ອມຕໍ່ລະຫວ່າງທ້ອງຖິ່ນຂັ້ນຕ່າງໆ, ວຽກງານກ່ຽວກັບແຜນທີ່, ສໍາເນົາເອກະສານ, ການແຂ່ງຂັນແລະ ການຍ້ອງຍໍອື່ນໆໃຫ້ຮັດກຸມມີປະສິດທິຜົນດີກວ່າເກົ່າ.

No comments:

Post a Comment