Ad

Ad

15 September 2015

ເກີດ​ເຫດການ​ຄາດ​ຕະກຳ​ຢູ່​ບ້ານ​ທ່າ​ງ່ອນ

     ພະແນກສືບສວນ-ສອບສວນ ປກສ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ໃນວັນທີ 12 ກັນຍາຜ່ານມານີ້, ​ເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກອຳນາດການປົກຄອງບ້ານທ່າງ່ອນເມືອງໄຊທານີ ວ່າ: ພົບສົບຍິງຄົນໜຶ່ງຖືກຂ້າຕາຍແລ້ວຍັດໃສ່ກະເປົາລາຍໃຫຍ່ໄປຖີ້ມໄວ້ຢູ່ອ່າງນ້ຳເກົ່າຂອງສວນຄອກມ້າບ້ານເວີນຄຳ, ທີ່ຢູ່ຫ່າງຈາກເຮືອນປະຊາຊົນຜູ້ເຝົ້າສວນຄອກມ້າດັ່ງກ່າວ ປະມານ 7 ​ແມັດແລະເຈົ້າໜ້າທີ່ກໍໄດ້ລົງສັນລະສູດສົບແລະ ຮູ້ວ່າຜູ້ຕາຍຊື່ນາງ ຫງວຽນ ທິເຮືອງ (ສັນຊາດຫວຽດນາມ) ມີອາຍຸ 37 ປີ ອາຊີບຄ້າຂາຍເຊິ່ງໄດ້ມາພັກເຊົາຢູ່ບ້ານທ່າງ່ອນເພື່ອເຮັດທຸລະກິດຂາຍເຄື່ອງຜ່ອນ.
     ຄົນໄກ້ຊິດຂອງຜູ້ເສຍຊີວິດໃຫ້ຮູ້ວ່າ: ​ໃນແລງວັນທີ 9 ກັນຍາຜ່ານມາ, ຜູ້ຕາຍໄດ້ອອກໄປເກັບເງິນນຳລູກຄ້າແລະ ຈົນຄ່ຳມືດກໍບໍ່ເຫັນຜູ້ກ່ຽວກັບມາ​​ເຮືອນ, ໝູ່ຄູ່ແລະ ຍາດພີ່ນ້ອງໄດ້​​ໂທລະສັບແລະ ອອກຊອກຫາແຕ່ບໍ່ເຫັນ, ຈົນ 3 ມື້ຕໍ່ມາຈິ່ງມີຜູ້ພົບເຫັນສົບດັ່ງກ່າວ.

     ​ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜ່ານການສືບສວນ​-ສອບສວນເຈົ້າໜ້າທີ່ສາມາດນຳຈັບຕົວຜູ້ຕ້ອງສົງໃສໄດ້ແລ້ວແລະ ພວມດຳເນີນຄະດີສັ່ງຟ້ອງໄອຍະການແລະ ສານລົງໂທດຕາມລະບຽບກົດໝາຍ.

No comments:

Post a Comment