Ad

Ad

30 September 2015

ໃຫ້​ລະວັງ​ຢູ່​ຕາມ​ທ້ອງ​ຕະລາດຍັງ​ມີ​ການ​ນຳ​ໃຊ້​ສານ​ກັນ​ບູດ​​ແຊ່ອາຫານ​ຢ່າງແຜ່​ຫຼາຍ

​​          
  ຫົວໜ້າຂະແໜງລ້ຽງສັດແລະ ການປະມົງ, ນະຄອນຫຼວງວຽງຈັນແຈ້ງຕໍ່ນັກຂ່າວພວກເຮົາໃນວັນ 29 ກັນຍານີ້ວ່າ: ຕະຫຼອດໄລຍະຜ່ານມາໜ່ວຍງານຂອງຕົນໄດ້ເອົາໃຈໃສ່ໃນການລົງກວດກາອາຫານຢູ່ຕາມຕະຫຼາດຕ່າງໆ​​ໃນນະຄອນຫຼວງວຽງຈັນຢ່າງເປັນປະຈຳເພື່ອ​​​ແນ່ໃສ່ຄວບຄຸມທາງດ້ານໂພສະນາການໃຫ້ຖືກຫຼັກອະນາໄມປາສະຈາກສານປົນເປື້ອນຕ່າງໆທີ່ອາດສົ່ງຜົນກະທົບບໍ່ດີຕໍ່ສຸຂະພາບຂອງປະຊາຊັນແລະເຫັນວ່າຍັງມີຊາວຄ້າຂາຍຈຳນວນໜຶ່ງຢູ່ຕາມຕະ ຫຼາດຕ່າງໆຍັງນຳໃຊ້ສານກັນບູດ​ ​( ຟອ໋ກໂມນ ) ເຂົ້າໃນການແຊ່ອາຫານຢ່າງແຜ່ຫຼາຍຄື: ຢູ່ຕະຫຼາດຂົວດິນ, ຕະຫຼາດສະພານທອງກວດພົບການນຳໃຊ້ສານກັນບູດຢູ່ໃນອາຫານຈຳນວນ 7 ລາຍການແລະ ສ່ວນຫຼາຍແມ່ນອາຫານທະເລເຊັ່ນ: ປາ​ຫມຶກ, ຢໍ່ຂາວ, ຊີ້ນສ່ວນສັດແລະ ອື່ນໆ,​ ໂດຍແມ່ຄ້າສ່ວນຫຼາຍຈະໃຊ້ສານກັນບູດເພື່ອໃຫ້ສາມາດຮັກສາອາຫານໄວ້ໄດ້ດົນແລະເບິ່ງຄືວ່າອາຫານປະເພດດັ່ງກ່າວສົດຢູ່ຕະຫຼອດເວລາ,​ ແຕ່ສານດັ່ງກ່າວມີຜົນ ກະທົບຮ້າຍແຮງຕໍ່ສຸຂະພາບຂອງຜູ້ບໍລິໂພ, ດັ່ງນັ້ນພາກສ່ວນກ່ຽວຂ້ອງກໍໄດ້ກ່າວວ່າຕັກເຕືອນແມ່ຄ້າຜູ້ກະທຳຜິດ , ພ້ອມທັງນຳເອົາອາຫານທີ່ປົນ​​ເປື້ອນນັ້ນໄປທຳລາຍຖິແລະ ຫາກຜູ້ກ່ຽວຍັງລະເມີດແລະ ກວດພົບ​​ໃນຄັ້ງຕໍ່ໄປກໍ່ຈະຖືກດຳເນີນມາດຕະການຕາມລະບຽບກົດໝາຍ, ເນື່ອງຈາກສານສານຟ໋ອກໂມນນັ້ນເປັນສານເຄມີທີ່ອັນຕະລາຍຕໍ່ສຸຂະພາບ, ​ເຊິງສ່ວນຫຼາຍຈະນຳໃຊ້ສະເພາະວຽກງານສາທາລະນະສຸກເທົ່ານັ້ນ(​ໃຊ້ແຊ່ສົບຄົນຕາຍ) ​ແລະ ຖ້າຫາກມີ ການສູບດົມ ຫຼື ກິນສານດັ່ງກ່າວເຂົ້າໄປຈະເຮັດໃຫ້ຮ່າງກາຍໄດ້ຮັບຜົນກະທົບຫຼາຍຢ່າງຄື: ສານດັ່ງກ່າວຈະໄປທຳລາຍລະບົບຫາຍໃຈ, ສະໜອງ,ລ ະບົບຍ່ອຍອາຫານແລະ ຈຸລັງຕ່າງໆເຮັດໃຫ້ລະບົບຍ່ອຍອາຫານເປັນບາດ​​ແຜ່,ສົ່ງຜົນໃຫ້ສຸຂະພາບຊຸດໂຊມ​ ​ແລະ ກໍໃຫ້ເກີດພະຍາດອື່ນໆຕາມາແລະ ກໍໃຫ້ເກີດພະຍາດມະເຮັງອີກດ້ວຍ.

ຫົວຂະແໜງລ້ຽງສັດໃຫ້ຮູ້ອີກວ່າ: ​ເພື່ອ​​ປ້ອງກັນບໍ່ໃຫ້ມີການນຳໃຊ້ສານປົນເປື່ອນຕ່າງໆ​​ເຂົ້າໃນການແຊ່ອາ ຫານພາກສ່ວນກ່ຽວຂ້ອງຈະຕ້ອງໄດ້ເພີ່ມຄວາມເຂັ້ມງວດໃນການກວດກາຕາມທ້ອງຕະຫຼາດຕ່າງໆໃຫ້​​ເປັນປະຈຳ ​​ແລະມີມາດຕະການເຂັ້ມງວດຕໍ່ຜູ້ລະເມີດ, ຖ້າກວດພົບເຫັນຈະຕ້ອງໄດ້ດຳເນີນຄະດີຕາມລະບຽບກົດໝາຍ,​ ເພື່ອບໍ່ສົ່ງຜົນກະທົບຮ້າຍຕໍ່ສຸຂະພາບຂອງຜູ້ບໍລິໂພ.

No comments:

Post a Comment