ຈົນຮອດມື້ນີ້ ຈານແຍ່ຍັງບໍ່ ມີຄຳຕອບວ່າ: “ພອນສະຫວັນ”
ມີຈິງ ຫລື ບໍ່ ຫລື ມີແຕ່ “ພອນສະແຫວງ” ?, ແຕ່ກໍເຄີຍໄດ້ຍິນຫລາຍຄົນຢືນຢັນແບບຫົວເດັດຕີນຂາດວ່າ:
“ພອນສະຫວັນ” ມີຈິງ ໂດຍໃຫ້ຕົວຢ່າງທີ່ມີຊີວິດຊີ ວາວ່າ: ຄົນສອງຄົນຮຽນເປົ່າແຄນນຳຄູຄົນດຽວ,
ໃຊ້ເວລາສໍ່າກັນ, ບົດຮຽນກໍບົດດຽວເຫດໃດຄົນໜຶ່ງຮຽນໄດ້ໄວ ອີກຄົນໜຶ່ງຍາກປານດຶງຂາເຕົ່າເປົ່າຜິດໆພາດໆບໍ່ຖືກຈັງຫວະຈັກເທື່ອ
?. ອີກຕົວຢ່າງໜຶ່ງກໍແມ່ນການຮຽນພາສາ ຕ່າງປະເທດ ຄົນໜຶ່ງຮຽນໄດ້ໄວປານຈະຫລວດ, ແຕ່ອີກຄົນໜຶ່ງຊ້າຮ້າຍກວ່າຫອຍໄຕ່.
ການທີ່ຮຽນເປົ່າແຄນເປັນໄວ ແລະ ຮຽນພາສາຕ່າງປະເທດໄດ້ດີໄດ້ເກັ່ງກວ່າຄົນອື່ນທີ່ຮຽນນຳກັນນັ້ນລະຄື
“ພອນສະຫວັນ”. ພອນສະຫວັນແມ່ນ ຫຍັງ ? ຄຳຕອບມີຢູ່ໃນຕົວຂອງມັນແລ້ວ
ຄືຄວາມສາມາດທີ່ມີມາແຕ່ມື້ເກີດຂອງຄົນໆໜຶ່ງ ໂດຍບໍ່ໄດ້ຊື້ໄດ້ຫາ ແລະ ບໍ່ ສາມາດບິແບ່ງໃຫ້ຄົນອື່ນໄດ້
ເພາະເປັນ “ພອນ” ທີ່ສະຫວັນໄດ້ມອບໃຫ້ເປັນພິເສດ. ແຕ່ກໍມີຄົນອີກຈຳນວນບໍ່ໜ້ອຍ ທີ່ບໍ່ເຊື່ອໃນພອນສະຫວັນ
ແລະ ບອກວ່າ: ພອນສະຫວັນບໍ່ມີ-ມີແຕ່ພອນສະແຫວງ ຄືຄວາມສາມາດທຸກຢ່າງ, ບົດ ຮຽນທຸກບົດ, ປະສົບປະການທຸກແນວແມ່ນຄົນເຮົາເປັນຜູ້ສ້າງເອົາເອງ.
ພອນສະແຫວງນັ້ນລະເປັນແມ່ແຮງກໍ່ໃຫ້ເກີດ ພອນສະຫວັນ, ບໍ່ມີເທວະດາຟ້າດິນອິນພົມອົງໃດປະດິດປະທານຄວາມສາມາດໃຫ້ຄົນເຮົາ.
ຄົນເຮົາເກີດມາສະເໝີ ເໝືອນກັນໝົດ. ເຫດຜົນຂອງຄົນກຸ່ມນີ້ໜ້າຟັງແຕ່ກໍບໍ່ສາມາດຕອບໂຈດໃຫ້ຫລາຍຄົນໄດ້ເພາະໃນໂລກນີ້ຍັງມີສິ່ງທີ່ເປັນ
“ອັດສະລິຍະ” ທີ່ບຸກຄົນຫອບຫິ້ວມາແຕ່ມື້ເກີດ. ອັດສະລິຍະຊົນເຫລົ່ານີ້ໄດ້ສ້າງສິ່ງມະຫັດສະຈັນໃຫ້ໂລກຕະລຶງຊຶງເຊີ້
ເຊັ່ນຮຽນຈົບມະຫາວິທະຍາໄລແຕ່ໄວເດັກ, ເປັນນັກປາດໂດຍບໍ່ຈຳເປັນເຂົ້າໂຮງຮຽນ ແລະ ອື່ນໆ.
ເມື່ອໄດ້ຟັງຄຳເຫັນຂອງຄົນທັງສອງກຸ່ມພ້ອມຕົວຢ່າງທີ່ພິສູດໄດ້ແລ້ວຈານແຍ່ແຮງຍິ່ງມືດແປດດ້ານ
ເລື່ອງພອນສະ ຫວັນກັບພອນສະແຫວງວ່າອັນໃດສຳຄັນກວ່າອັນໃດ, ອັນໃດເປັນກຳລັງໜູນຕົ້ນຕໍ, ມີພອນສະຫວັນກ່ອນບໍຄົນເຮົາຈຶ່ງ
ປວດຢາກເຮັດຢາກສ້າງສິ່ງໃດສິ່ງໜຶ່ງຈົນກາຍເປັນພອນສະແຫວງ ຫລື ຕ້ອງມີພອນສະແຫວງກ່ອນຄືຊອກຮູ້ຮໍ່າຮຽນ
ຊອກເຮັດຊອກສ້າງເອົາເອງຈົນມີຄວາມຊຳນິຊຳນານ ກາຍເປັນພອນສະຫວັນ ?.
ທ່າມກາງຄວາມສັບສົນໃນການຕອບໂຈດນີ້, ຈານແຍ່ເລີຍ
ວາງເສີຍ ບໍ່ສົນມັນອີກລະເລື່ອງ ພອນສະຫວັນ ວ່າມີຈິງ ຫລື ບໍ່. ເມື່ອນັກຂຽນລຸ້ນສືບທອດບອກວ່າ:
ຈານແຍ່ມີພອນສະຫວັນຈຶ່ງຂຽນເກັ່ງມີຄົນຕິດໃຈອ່ານ, ຈານ ແຍ່ກໍພໍໄດ້ແຕ່ຍິ້ມແຫ້ງໆຂົມໃຈກິນຕຳໝາກຍໍໃນສິ່ງທີ່ຕົນເອງຍັງບໍ່ປົງໃຈເຊື່ອຄືບໍ່ເຊື່ອ
ແລະ ບໍ່ປະຕິເສດເລື່ອງພອນສະ ຫວັນແຕ່ຢຶດໝັ້ນກັບຄະຕິສອນໃຈວ່າ: “ຊີວິດຄືການຕໍ່ສູ້” ຄົນເຮົາສູ້ແຕ່ມື້ເກີດຈົນຮອດມື້ກະດູກເຂົ້າໝໍ້.
ທີ່ວ່າຜົນງານການຂີດຂຽນຂອງຈານແຍ່ພໍມີຄົນຕິດຕາມອ່ານນັ້ນ, ຈານແຍ່ເຮັດມັນ ດ້ວຍຄວາມຮັກ,
ເຮັດມາແຕ່ເວ ລາຮຽນຢູ່ຫ້ອງ ປ-ປາ, ກ-ໄກ່. ເວລາເຂົ້າການເປັນມະນຸດເງິນເດືອນເມື່ອ 35 ປີຢ້ອນຫລັງໃນຂົງເຂດວຽກສື່,
ຈານແຍ່ກໍເຄື່ອນໄຫວວຽກງານດ້ານນີ້ດ້ວຍຄວາມຮັກ, ເຮັດຢ່າງເປັນປົກກະຕິ ໂດຍບໍ່ສົນໃຈວ່າຈະຢູ່ໃນຖາ
ນະຕຳ ແໜ່ງໃດກໍຕາມເພາະຢຶດໝັ້ນໃນຄຳຂວັນທີ່ອ່າວຄັບແຄບ ວ່າ: “ນັກຂຽນ-ນັກປະພັນ ເຮັດ ຫລາຍອາຊີບໄດ້
ແຕ່ຄົນໃນ ຫລາຍອາຊີບມາເຮັດອາຊີບແທນນັກປະພັນ-ນັກກະວີບໍ່ຄ່ອຍໄດ້ດີ” (ຂໍຢ້ຳອີກວ່າເປັນຄຳຂວັນຄັບແຄບສ່ວນຕົວ
!).
ຖ້າມີໃຜຜູ້ໜຶ່ງສະລອກກອກຖາມຈານແຍ່ວ່າ: ພູມໃຈໃນຜົນສຳເລັດໃດໃນຊີວິດກວ່າໝູ່
? ຄຳຕອບກໍຄື “ພູມໃຈ ໃນນາມມະຍົດ ສິລະປິນສາຂາວັນນະກຳ” ທີ່ລັດຖະບານມອບໃຫ້ຕົນໃນປີ
2010. ພູມໃຈເພາະມັນເປັນຜົນງານທີ່ ເຮັດມາດ້ວຍຄວາມຮັກ. ຈານແຍ່ ເວົ້າຍາວສາວຍືດເລື່ອງ
“ພອນ ສະຫວັນ” ພຽງເພື່ອສະຫລຸບດ້ວຍປະໂຫຍກສັ້ນ ກຸດດຸດວ່າ: ຢ່າສົນໃຈເລື່ອງພອນສະຫວັນ, ແຕ່ໃຫ້ຂະຫຍັນເຮັດວຽກ-ເຮັດດ້ວຍຄວາມຮັກ,
ເຮັດຢ່າງຕໍ່ເນື່ອງ, ເລື່ອງ ພອນສະຫວັນຖ້າມີຈິງ ມັນຫາກຊິມາເອງ.
No comments:
Post a Comment