Ad

Ad

1 October 2015

ລາວ-ໄທ ເພີ່ມທະວີຮ່ວມມືຕ້ານການຄ້າມະນຸດ

      ກອງປະຊຸມປຶກສາຫາລືຮ່າງສັນຍາວ່າດ້ວຍການຮ່ວມມືສະກັດກັ້ນ ແລະ ຕ້ານການຄ້າມະນຸດລະຫວ່າງ ປປ ລາວ ແລະ ຣາຊະອານາຈັກໄທ,ໄດ້ຈັດຂື້ນເມື່ອບໍ່ດົນນີ້ທີ່ແຂວງຫລວງພະບາງ, ໂດຍການເປັນປະທານຂອງທ່ານ ພັນເອກ ດຣ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕຳຫລວດ, ຄະນະຊີ້ນຳລະດັບຊາດຕ້ານການຄ້າມະນຸດຂອງ ສປປ ລາວ ແລະ ທ່ານນາງ ເສົາວະນີ ຄົມພັດ ຫົວໜ້າກົມກວດກາກະຊວງພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງຊາດແຫ່ງຣາຊະອານາຈັກໄທ, ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນຈໍານວນຫລາຍ, ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືຮ່າງເນື້ອໃນສັນຍາທີ່ລັດຖະບານທັງສອງຝ່າຍໄດ້ຕົກລົງເຫັນດີໃນບົດບັນທຶກແຕ່ປີ 2005-2015 ເພື່ອປັບປຸງໃຫ້ມີເນື້ອໃນຮັດກຸມກວ່າເກົ່າ ໂດຍສະເພາະການຄ້າແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງຫາລືກ່ຽວກັບໂຄງຮ່າງ ແລະ ເນື້ອໃນວ່າດ້ວຍການຮ່ວມມືສະກັດກັ້ນ ແລະ ຕ້ານການຄ້າມະນຸດການປົກປ້ອງຊ່ວຍ ເຫລືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃຫ້ແທດເໝາະກັບສະພາບປັດຈຸບັນເພື່ອສືບຕໍ່ຜັນຂະຫຍາຍການຮ່ວມມືສອງຝ່າຍກໍຄືລັດຖະບານທັງສອງປະເທດໃຫ້ມີປະສິດທິຜົນຍິ່ງຂຶ້ນ ແລະ ສາມາດເຊື່ອມໂຍງກັບສາກົນ, ໂດຍສະເພາະການເຂົ້າເປັນປະຊາຄົມເສດຖະກິດອາຊຽນ (AEC)ໃນທ້າຍປີ 2015 ນີ້.

No comments:

Post a Comment