Ad

Ad

1 October 2015

ລາວປະດັບຫຼຽນກາມິດຕະພາບໃຫ້ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທປະຈໍາລາວ

ໃນຕອນບ່າຍຂອງວັນທີ 30 ກັນຍານີ້, ກະຊວງການຕ່າງປະເທດ, ໄດ້ຈັດພິທີປະດັບຫຼຽນກາມິດຕະພາບໃຫ້ແກ່ທ່ານ ພິສະນຸ ຈັນວິທັນ ເອກອັກຄຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຣາຊະ ອານາຈັກໄທ ປະຈຳລາວ, ໂດຍມີ ທ່ານ ນາງເພົາ ເອີນທະວັນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງລາວ ປະດັບຫຼຽນດັ່ງກ່າວ ເພື່ອສັນລະເສີນ, ຊົມເຊີຍຜົນງານ ແລະ ຄຸນງາມ ຄວາມດີທີ່ໄດ້ປະກອບສ່ວນໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ ລະຫວ່າງສອງປະເທດ ລາວ ແລະ ໄທ ໃນໄລຍະການປະຕິບັດໜ້າທີ່ຕະຫຼອດ 3 ປີ. ທ່ານທູດ ໄດ້ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຢ່າງໃກ້ຊິດ ລະຫວ່າງ ລາວ ແລະ ໄທ ໃຫ້ມີການຂະຫຍາຍຕົວຫຼາຍດ້ານເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດ ແລະ ການຮ່ວມມືເພື່ອການພັດທະນາຊຶ່ງໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດຢ່າງຕໍ່ເນື່ອງ.  ຕະຫຼອດໄລະຍະເວລາປະຕິບັດໜ້າທີ່ດັ່ງກ່າວ ທ່ານເອກອັກຄະຣາຊະທູດ ໄດ້ມີຄວາມພະຍາຍາມ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການ
ປະສານສົມທົບ, ຕິດຕາມ ແລະ ອຳນວຍຄວາມສະດວກດ້ານຕ່າງໆໃຫ້ແກ່ການຢ້ຽມຢາມ, ເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນຂັ້ນສູງຂອງລາວ ແລະ ໄທ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຄື່ອນໄຫວຢ່າງຕັ້ງໜ້າເຂົ້າໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ດ້ວຍການຊຸກຍູ້ບັນດາແຜນງານການຮ່ວມມືທັງຂຸດຄົ້ນຊອກຫາທ່າແຮງອັນສອດຄ່ອງ ແລະ ເໝາະສົມກັບຄວາມຕ້ອງການຂອງ ສປປ ລາວ.
ນອກຈາກນັ້ນ, ທ່ານທູດ ຍັງໄດ້ອອກແຮງເຄື່ອນໄຫວໃນການຊຸກຍູ້ສົ່ງເສີມການຄ້າ ແລະ ການລົງທຶນລະ ຫວ່າງສອງປະເທດ ດ້ວຍຮູບການສົ່ງເສີມການຜະລິດເປັນສິນຄ້າໃຫ້ແກ່ປະຊາຊົນລາວ. ຊຶ່ງໄດ້ຈັດກິດຈະກຳຕ່າງໆໃຫ້ຂະແໜງການທີ່ກ່ຽວຂ້ອງທັງສອງປະເທດໄດ້ມີການເຄື່ອນໄຫວຮ່ວມກັນທັງເປັນການສົ່ງເສີມການພັດທະນາທາງດ້ານເສດຖະກິດໃຫ້ມີປະສິດທິຜົນສູງຂື້ນກວ່າເກົ່າ.

            ໃນໂອກາດດຽວກັນນີ້ ທ່ານ ພິສະນຸ ຈັນວິທັນ, ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງຣາຊະອາ ນາຈັກໄທ ປະຈຳ ສປປ ລາວ ໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານ ແຫ່ງ ສປປ ລາວ ທີ່ໃຫ້ກຽດປະດັບຫຼຽນດັ່ງກ່າວໃຫ້ແກ່ຜູ້ກ່ຽວ ແລະ ຍັງໃຫ້ຄຳເຫັນວ່າລັດຖະບານໄທ ຈະຍັງສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຕໍ່ໄປອີກ ໃນອານາຄົດ.

No comments:

Post a Comment