Ad

Ad

1 October 2015

ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ເລັ່ງແກ້ໄຂບັນຫານ້ຳມັນຄຸນນະພາບຕ່ຳ ​ແລະ ການ​ນຳ​ເຂົ້າ​ເຖື່ອນ

   
 ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ສໍາພາດຕໍ່ສື່ມວນຊົນໃນລະຫວ່າງດຳເນີນກອງປະຊຸມເປີດກ້ວາງລັດຖະບານປະຈຳສົກປີ 2014-2015 ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ ກໍາລັງເລັ່ງແກ້ໄຂບັນຫານໍ້າມັນປົນເປື້ອນ, ນ້ຳມັນບໍ່ໄດ້ຄຸນະພາບທີ່ຍັງເປັນປະກົດການຫຍໍ້ທໍ້ຂອງສັງຄົມ ກໍຄືຜູ້ຊົມໃຊ້ນ້ຳມັນເຊື້ອໄຟ, ພ້ອມກັນນັ້ນ ກໍເອົາໃຈໃສ່ສະກັດກັ້ນການລັກລອບການນຳເຂົ້ານ້ຳມັນຜິດກົດໝາຍ ຖ້າບໍລິສັດໃດຝ່າຝືນຈະປັບໃໝ ຫຼື ບໍ່ປະຕິບັດຕາມອາດຈະໃຫ້ຢຸດການນຳເຂົ້ານ້ຳມັນກໍ່ເປັນໄດ້ແລະ ຫາກລັດຖະບານ​​ອະນຸມັດນິຕິກຳຕ່າງໆຂອງກະຊວງວິທະຍາສາດວາງອອກ ກໍຈະເຮັດໃຫ້ປາກົດການດັ່ງກ່າວຫລຸດລົງ, ດັ່ງນັ້ນ ເພື່ອຮັບປະກັນການກວດກາ ແລະ ຊຸກຍູ້ການຜະລິດເພື່ອສົ່ງອອກ ກົມມາດຕາຖານ ແລະ ວັດແທກ ໄດ້ມີການກວດກາຄຸນະພາບສິນຄ້າ ແລະ ຢັ້ງຢືນມາດຕາຖານສິນຄ້າດັ່ງກ່າວໃຫ້ມີຄຸນນະພາບແລະ ມາດຕາຖານລະດັບສາກົນ ກ່ອນຈະສົ່ງອອກໄປຕ່າງປະເທດ, ລວມ​​ເຖິງຜະລິດຕະພັນຕ່າງໆທີ່ນຳເຂົ້າມາຈຳໜ່າຍພາຍໃນກໍຕ້ອງຜ່ານການກວດກາເສຍກ່ອນ. ເວົ້າສະເພາະ ການກວດກາຄຸນນະພາບນ້ຳມັນແມ່ນມີຄວາມຈຳເປັນຫລາຍ ເນື່ອງຈາກປັດຈຸບັນມີຫາງສຽງຈົ່ມວ່າຈາກສັງຄົມ ເພາະນໍ້າມັນທີ່ນຳເຂົ້າມາຈຳໜ່າຍນີ້ມີຄຸນນະພາບຕໍ່າເຮັດໃຫ້ອາຍຸການໃຊ້ງານຂອງພາຫະນະ ກໍຄືເຄື່ອງຈັກຫລຸດລົງ ແລະເກີດມົນລະພິດ​​ເພີມຂຶ້ນ, ສະນັ້ນກົມມາດຕາຖານ ແລະ ວັດແທກ ໄດ້ເອົາໃຈໃສ່ໃນການກວດກາຄຸນນະພາບເປັນປະຈຳ, ພາຍຫຼັງທີ່ໄດ້ກວດ ກາແລ້ວກໍຈະໄດ້ອອກໃບຢັ້ງຢືນໃຫ້ແກ່ບໍລິສັດນັ້ນໆ, ​ເຊິ່ງທາງກົມໄດ້​​ເຂັ້ມງວດໃນການກວດກາເປັນຫລັກແລະເລັ່ງໃສ່ການກຳນົດລາຄາ ແລະ ຄ່າບໍລິການໃນການກວດກາ.

     ສຳລັບມາດຕະການກວດການຜູ້ປະກອບການນຳເຂົ້ານ້ຳມັນບໍ່ຖືກຕ້ອງນັ້ນ, ປັດຈຸບັນພວມຢູ່ໃນຂັ້ນຕອນການຮ່າງນິຕິກໍາ, ຈາກນັ້ນຈະນໍາສະເໜີລັດຖະບານເພື່ອອະນຸມັດ ແລະ ປະກາດໃຊ້ນິຕິກຳດັ່ງກ່າວ, ຊຶ່ງຈະມີການກຳນົດກ່ຽວກັບການຕັກເຕືອນ, ສຶກສາອົບຮົມແລະ ປັບໃໝຕາມລະບຽບກົດໝາຍ.

No comments:

Post a Comment