Ad

Ad

1 October 2015

ລາວ​ວາງ​ງົບ​ຫລາຍ​ຕື້ກີບ​ເພື່ອ​ບູລະນະ​ປົວ​ແປງ​ເສັ້ນທາງ​ໃນ​ຕົວ​ເມືອງ​ຫລວງ

    ດັ່ງພວກເຮົາພວມປະສົບຢູ່ໃນປັດຈຸບັນນີ້ໄປໃສມາໃສກໍພົບຄວາມຫຍຸ້ງຍາກບໍ່ໜ້ອຍ ອັນເນື່ອງມາຈາກເສັ້ນທາງເປ່ເພເປັນບວກເປັນຂຸມ, ​ເປິະເປື້ອນເມື່ອຝົນຕົກລົງມາກໍເຕັມໄປດ້ວຍຂີ້ຕົມແລະແດດອອກກໍມີແຕ່ຂີ້ຝຸ່ນປິວໄຫງ່ໄປທົ່ວບໍລິເວນ, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ຜູ້ທຽວທາງເທົ່ານັ້ນ ມັນຍັງກະທົບຕໍ່ຜູ້ຢູ່ໃກ້ຄຽງເປັນຈຳນວນບໍ່ໜ້ອຍ, ຫ້າງຮ້ານຕ່າງໆຕາມແຄມທາງຫລາຍແຫ່ງໄດ້ປິດກິດຈະການລົງ, ປະຊາຊົນຜູ້ເຄີຍມີລາຍຮັບພໍຢູ່ພໍກິນຈາກການຂາຍເຄື່ອງຂາຍຂອງຕາມແຄມທາງກໍກັບມາທຸກຍາກຂາດເຂີນລົງອີກເພາະກິດຈະການຖືກຢຸດຕິ ຍ້ອນຜົນກະທົບຈາກເສັ້ນທາງແລະ ອື່ນໆເຮັດໃຫ້ໃບໜ້າໃໝ່ຂອງຕົວເມືອງເສົ້າໝອງລົງ. ດັ່ງຫລາຍເສັ້ນທາງໃນນະຄອນຫລວງວຽງຈັນ.

      ​ເພື່ອແກ້ໄຂສະພາບດັ່ງກ່າວແລະ ກຽມຕ້ອນຮັບການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນປີ 2016 ຈະມາເຖິງແລະ ສະເພາະໜ້ານີ້ ກໍເພື່ອສ້າງຜົນງານຄຳນັບຮັບຕ້ອນວັນສະຖາປະນາ ສປປ ລາວ 2 ທັນວາ ຄົບຮອບ 40 ປີແລະ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ມີຄວາມໝາຍສຳຄັນຍິ່ງຂຶ້ນນັ້ນ, ລັດຖະບານໄດ້ອະນຸມັດງົບປະມານໃຫ້ພະແນໂຍທາ
ທິການນະຄອນຫລວງວຽງຈັນນັບຫລາຍສິບຕື້ກີບເພື່ອເລັ່ງມືບູລະນະປົວແປງບັນດາເສັ້ນທາງສາຍຫລັກຕ່າງໆໃນນະຄອນຫລວງວຽງຈັນໃຫ້ກັບມາມີມາດຕະ ຖານແລະ ສວຍສົດງົດງາມຍິ່ງຂຶ້ນ ພາຍຫລັງໄດ້ຮັບຜົນກະທົບຈາກລະດູຝົນແລະ ການກໍ່ສ້າງທີ່ບໍ່ໄດ້ມາດຕະຖານແລະ ຄຸນນະພາ ຄືເສັ້ນທາງແຕ່ບ້ານດອນແດງ-ບ້ານບໍ່ນາງົວເມືອງຈັນທະບູລີ ຈະໄດ້ຮັບງົບປະມານຫລາຍກວ່າ 476 ລ້ານກີບເພື່ອປູຢາງຄືນໃໝ່, ​ເສັ້ນທາງແຕ່ບ້ານທົ່ງສາງນາງຫາໂຮງກາຍະສິນຕັດອອກສູ່ບ້ານດົງປ່າແຫລບເມືອງຈັນທະບູລີ ຈະໄດ້ຮັບງົບຫລາຍກວ່າ 103 ລ້ານກີບເພື່ອການສ້ອມແປງ, ປູຢາງຄືນເສັ້ນທາງ P7 ບ້ານໂພນປ່າເປົ້າໄປຫາໄຟແດງໂພນປ່າເປົ້າເມືອງສີສັດຕະນາກ ມີມູນຄ່າ 182 ລ້ານກວ່າກີບ, ປູຢາງຖະໜົນສີທອງ ມີມູນຄ່າຫລາຍກວ່າ 1 ຕື້ກີບ, ປົວ​​ແປງເສັ້ນທາງແຕ່ໄຟແດງດົງນາໂຊກ-​ໄຟແດງດົງປ່າສັກເມືອງສີໂຄດຕະບອງ ມີມູນຄ່າ 31 ລ້ານກີບ, ປົວແປງເສັ້ນທາງໂພນສະຫວ່າງ-ບ້ານໜອງທາໃຕ້ ມີມູນຄ່າຫລາຍກວ່າ 424 ລ້ານກີບ, ​ເສັ້ນທາງ P3 ​ໂດຍສະເພາະຈຸດ 4 ​ແຍກໄຟແດງໂພນຕ້ອງຫາປ້ຳນ້ຳມັນ ປຕທ ມີມູນຄ່າ 132 ລ້ານກວ່າກີບແລະເສັ້ນທາງ 4 ​ແຍກສະພານທອງຫາເຂດແດນເມືອງໄຊເສດຖາ ຈະໄດ້ຮັບງົບເພື່ອສ້ອມແປງຫລາຍກວ່າ 99 ລ້ານກີບ, ​ເສັ້ນທາງແຕ່ໂຮງຮຽນເອເລັກໂຕຣນິກ-ຕະຫລາດສວນມອນ-ວັດອຳມອນ ຈະໄດ້ຮັບງົບ 131 ລ້ານກວ່າກີບ, ​ເສັ້ນທາງຄູວຽງ-ສາມແຍກໂສກປ່າຫລວງ ຈະໄດ້ຮັບງົບສ້ອມແປງ 385 ລ້ານກວ່າກີບ, ​ເສັ້ນທາງສະພັງໝໍ້-4 ​ແຍກດົງປາຍນາ-​ໂຮງໝໍ 103 ຈະໄດ້ຮັບງົບສ້ອແປງຫລາຍກວ່າ 76 ລ້ານກີບ, ​ເສັ້ນທາງລຽບແຄມສະໜາມບິນວັດໄຕ ມີມູນຄ່າ 106 ລ້ານກວ່າກີບ, ​ເສັ້ນທາງແຕ່ໂຮງແຮມນະຄອນສັກ-ທາງ P3 ມີມູນຄ່າ 79 ລ້ານກວ່າກີບ, ​ເສັ້ນທາງແຕ່ 3 ​ແຍກໂຮງຮຽນກ້າວໜ້າ-ວັດສີສະຫວາດ-3 ​ແຍກວິສາຫະກິດລາວໂທລະຄົມ ຈະໄດ້ຮັບງົບສ້ອມແປງ 74 ລ້ານກວ່າກີບ, ທາງຊອຍຕະຫລາດເຊົ້າ ຈະໄດ້ຮັບງົບປົວແປງ 25 ລ້ານກວ່າກີບ, ​ເສັ້ນທາງຕະຫລາດແລງ-ຂົວຫລວງ ຈະໄດ້ຮັບງົບ 108 ລ້ານກີບ, ທາງຮ່ອມ 15 ບ້ານໂພນປ່າເປົ້າ ຈະໄດ້ຮັບງົບຫລາຍກວ່າ 88 ລ້ານກີບ, ທາງແຕ່ສີ່ແຍກ​​​ໄຟແດງຕະຫລາດທາດຫລວງ-ບ້ານໜອງໄຮ ຈະໄດ້ຮັບງົບປົວແປງຫລາຍກວ່າ 647 ລ້ານກີບ, ທາງແຕ່ສາມແຍກຫໍພັກຊີເກ-ສາມແຍກບ້ານນາທົ່ມຕັດອອໃສ່ 4 ​ແຍກປ່າໄມ້ເມືອງໄຊທານີ ຈະໄດ້ຮັບງົບບູລະນະປົວແປງ 350 ລ້ານກວ່າກີບ. ພິເສດແມ່ນເສັ້ນທາງແຕ່ໄຟແດງດົງໂດກ-ທາງບ້ານສີເກີດ ຈະໄດ້ຮັບງົບຫລາຍກວ່າ 650 ລ້ານກີບໂດຍມອບໃຫ້ບໍລິສັດວິສະວະກຳຢຸນນານ ສປ ຈີນເປັນຜູ້ຮັບຜິດຊອບ, ສ່ວນເສັ້ນ ທາງແຕ່ຊຽງຄວນ-ບ້ານນາລ້ອງເມືອງຫາດຊາຍຟອງ ຈະໄດ້ຮັບງົບຫລາຍກວ່າ 200 ລ້ານກີບໂດຍມອບໃຫ້ເມືອງດັ່ງກ່າວເປັນຜູ້ຮັບຜິດຊອບໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນແລະ ສຳເລັດຕາມກຳນົດເວລາ.

No comments:

Post a Comment