Ad

Ad

6 October 2015

ປກສ ບໍ່ແກ້ວຈັບໂຈນຊິງ​ຊັບຕົວອັນຕະລາຍມາດໍາເນີນຄະດີ

ຂ່າວ-ພາບ: ຫນັງສືພິມ ປກສ
ທ້າວ ສີຈັນ ອາຍຸ 38 ປີ ຢູ່ບ້ານຂອນແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຖືກເຈົ້າໜ້າທີ່ ປກສແຂວງດັ່ງກ່າວຈັບຕົວມາດໍາເນີນຄະດີ, ພາຍຫລັງຜູ້ກ່ຽວພະຍາຍາມຂົ່ມຂືນ ແລະ ຊິງຊັບຍິງສາວຄົນໜຶ່ງຢູ່ເຮືອນພັກໃນເທດສະບານແຂວງບໍ່ແກ້ວເມື່ອບໍ່ດົນມານີ້.

ຜ່ານການສືບສວນ-​ສອບສວນຂອງເຈົ້າໜ້າທີ່ທ້າວ ສີຈັນຮັບສາລະພາບວ່າ: ​ໃນໄລຍະຕົ້ນເດືອນກັນຍາ 2015 ຕົນໄດ້ພົບເຫັນຜູ້ເສຍຫາຍຢູ່ຮ້ານຂາຍເຄື່ອງແຫ່ງໜຶ່ງ ແລະໄດ້ຂໍເບີໂທ. ຈາກນັ້ນກໍໄດ້ມີການຕິດຕໍ່ພົວພັນຫາກັນທາງອອນລາຍເປັນປະຈໍາ ແລະ ມາຮອດວັນທີ 11 ກັນຍາ 2015 ຜູ້ເສຍຫາຍໄດ້ມາຊື້ເຄື່ອງຢູ່ຕະຫລາດຈີນແລ້ວໂທຫາຕົນມາຮັບເພື່ອໄປສົ່ງຢູ່ບ້ານພັກແຫ່ງໜຶ່ງໃກ້ສະໜາມບິນ, ພາຍຫລັງຮອດບ້ານພັກຕົນກໍໄດ້​​ເຂົ້າໄປສົ່ງໃນຫ້ອງ​​ແລ້ວພະຍາຍາມຂົ່ມຂືນ,​ ແຕ່ຜູ້ເສຍຫາຍໄດ້ຮ້ອງຂໍຄວາມຊ່ວຍເຫລືອຈາກຄົນຢູ່ໃກ້ຄຽງ, ເມື່ອເຫັນທ່າບໍ່ດີແບບນັ້ນຕົນໄດ້ດຶງເອົາກະເປົາຂອງຜູ້ເສຍຫາຍຫລົບໜີ, ຊຶ່ງພາຍໃນກະເປົາມີເງິນ 7.800 ບາດ (ສະກຸນເງິນໄທ) 329 ​ໂດລາສະຫະລັດ,700 ຢວນ(ສະກຸນເງິນຈີນ) ແລະ 7 ລ້ານກ່ວາກີບ, ຄຳຮູບປະພັນໜັກ 2 ບາດແລະເຄື່ອງປະດັບອື່ນໆອີກຈຳນວນໜຶ່ງແລ້ວເອົາຕົວຫລົບໜີມາເຮືອນ, ປັດຈຸບັນຄະດີດັ່ງກ່າວພວມຢູ່ໃນຂັ້ນຕອນການສະຫລຸບສຳນວນຄະດີເພື່ອສົ່ງໃຫ້​​ໄອຍະການສັ່ງຟ້ອງສານເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment