Ad

Ad

6 October 2015

ນະຄອນຫລວງ​ວຽງຈັນ 7 ວັນ​ ມີ​ຜູ້ເສຍ​ຊີວິດ 5 ຄົນ​ຍ້ອນອຸປະຕິ​ເຫດ

           
 ​ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນຄືວັນທີ 28 ກັນຍາຜ່ານມາ, ຢູ່ເຂດບ້ານສົມປະເສີດເມືອງໄຊທານີ, ​ໄດ້​​ເກີດອຸປະຕິເຫດລົເມຕຳເອົາທ້າຍລົດຈັກເຮັດໃຫ້ທ້າວ ບຸນມີ (ຜູ້ຂັບຂີ່ລົດຈັກ) ອາຍຸ 25 ປີ ກຳມະກອນ ຢູ່ບ້ານນາໄຊເມືອງທ່າພະບາດແຂວງບໍລິຄຳໄຊເສຍຊີວິດຄາທີ່ແລະ ຄືນວັນທີ 1 ຕຸລານີ້, ຢູ່​​ເຂດບ້ານນາຜາສຸກ, ​ເມືອງໄຊເສດຖາ ນະຄອນຫລວງວຽງຈັນ,ໄດ້ເກີດເຫດລົດໃຫຍ່ຕຳລົດຈັກເຮັໃຫ້ທ້າວ ວັນນາ (ຜູ້ຂັບຂີ່ລົດຈັກ) ອາຍຸ 35 ປີ ກຳມະ ກອນ ຢູ່ບ້ານບໍ່ເຫລັກເມືອງໄຊທານີ ນະຄອນຫລວງວຽງຈັນເສຍຊີວິດ​, ​ໃນຕອນເຊົ້າມືດຂອງວັນ​​ຕໍ່ມາ, ​ໄດ້ເກີດອຸປະຕິເຫດລົດໃຫຍ່ຕຳຄົນຍ່າງຢູ່​​ເຂດບ້ານພະໂພເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ​ເຮັດໃຫ້ພໍ່ຕູ້ທະວິນ ອາຍຸ 87 ປີ ຢູ່ບ້ານດັ່ງກ່າວເສຍຊີວິດຄາທີ່ແລະ ຕອນຄ້າຍແລງຂອງວັນທີ 4 ຕຸລານີ້, ກໍເກີດອຸປະຕິເຫດລົດໃຫຍ່ຕຳລົດຈັກຢູ່ເຂດບ້ານໜອງແຫ້ວເມືອງຫາດຊາຍຟອງ, ເຮັດໃຫ້ຜູ້ຂັບຂີ່ລົດຈັກຄື: ທ້າວ ຄຳຝົນ ອາຍຸ 53 ປີ ກຳມະກອນ ຢູ່ບ້ານນາໄຫເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນເສຍຊີວິດຄາທີ່.
             ເຈົ້າໜ້າທີ່ໃຫ້ຮູ້ວ່າ: ອຸປະຕິເຫດມັກເກີດຂຶ້ນໃນຍາມຄ່ຳຄືນ, ສ່ວນຫລາຍແມ່ນຍ້ອນຜູ້ຂັບຂີ່ດື່ມສິ່ງມືນເມົາແລ້ວຂັບຂີ່, ຂັບຂີ່ລົດ​​ໄວ ບໍ່ນັບຖືລະບຽບຈະລາຈອນ, ດັ່ງນັ້ນເຈົ້າໜ້າທີ່ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດຖະໜົນທຸກຄົນຈົ່ງມີສະ ຕິປະຕິບັດລະບຽບຈະລາຈອນໃຫ້ເຂັ້ມງວດ.



No comments:

Post a Comment