Ad

Ad

5 October 2015

ກອງປະຊຸມ​ໃຫຍ່ ສະມາຄົມ​ນັກທຸລະກິດ​ໜຸ່ມ ຄັ້ງ​ທີ III

   
 ກອງປະຊຸມໃຫຍ່ຄັ້ງທີ III ຂອງສະມາຄົມນັກທຸລະກິດໜຸ່ມ ໄດ້ໄຂຂຶ້ນໃນວັນທີ 2 ຕຸລານີ້, ຢູ່ໂຮງແຮມດອນຈັນພາເລດ ນະ ຄອນຫລວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ດຣ. ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານ ສູນກາງ ຊາວໜຸ່ມ, ພ້ອມດ້ວຍຄະນະສະມາຄົມນັກທຸລະກິດໜຸ່ມທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນຈຳນວນຫລາຍ.
     ທ່ານນາງ ວາລີ ເວດສະພົງ ປະທານສະມາຄົມນັກທຸລະກິດໜຸ່ມ ໄດ້ຕີລາ ຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ວ່າ: ໃນໄລຍະ 5 ປີຜ່ານມາ, ສະມາຄົມນັກທຸລະກິດໜຸ່ມພາຍໃຕ້ການຊີ້ນຳ-ນຳພາຂອງຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ໄດ້ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VI ແລະ ມະຕິກອງປະຊຸມໃຫຍ່ຂອງ ສະມາຄົມນັກທຸລະກິດໜຸ່ມ ຄັ້ງທີ II ດ້ວຍຄວາມຮັບຜິດຊອບ, ສາ ມາດຍາດໄດ້ຜົນສຳເລັດຫລາຍດ້ານ, ທັງປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດ ທະນາເສດຖະກິດ-ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວຕາມທິດ ແລະ
ຈຸດໝາຍ ຂອງລັດຖະບານວາງໄວ້, ໂດຍສະເພາະ ພາຍຫລັງສຳເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງສະມາຄົມແມ່ນ ໄດ້ສຸມທຸກກຳລັງ ແລະ ຫົວຄິດປະດິດສ້າງເພື່ອປຸກລະດົມຂົນຂວາຍສະມາຊິກ ເຂົ້າໃນການຈັດຕັ້ງຜັນຂະຫຍາຍບັນດາຄາດໝາຍສູ້ຊົນທີ່ໄດ້ກຳນົດໃນມະຕິກອງປະຊຸມ ໃຫຍ່ໃຫ້ປະກົດຜົນເປັນຈິງ, ໃນນີ້ ໄດ້ສຸມໃສ່ວຽກງານແນວຄິດການເມືອງ, ວຽກງານ ການ ຈັດຕັ້ງ, ການຂະຫຍາຍສາຂາ ແລະ ສະມາຊິກໃໝ່ໃນຂອບເຂດທົ່ວປະເທດ, ການ ຈັດຕັ້ງປະຕິບັດບັນດາໂຄງການ, ແຜນງານ ແລະ ກິດຈະກຳທີ່ໄດ້ກຳນົດໄວ້. ນອກຈາກນີ້ ຍັງໄດ້ຕັ້ງໜ້າປະຕິບັດແນວທາງການພົວພັນຕ່າງປະເທດຂອງພັກຢ່າງມີປະສິດທິຜົນ.
     ຄຽງຄູ່ກັນນີ້ ຍັງມີບາງຂໍ້ຄົງຄ້າງທີ່ຈະຕ້ອງເລັ່ງແກ້ໄຂເປັນຕົ້ນ ສືບຕໍ່ຄົ້ນຄວ້າ ເຊື່ອມຊຶມບັນດາມະຕິ-ຄຳສັ່ງ, ແນວທາງ,ນະ ໂຍບາຍຂອງຂອງພັກ ແລະ ລັດ ແລະ ລະບຽບ ກົດໝາຍຕ່າງໆໃຫ້ກວ້າງຂວາງກວ່າເກົ່າ, ເອົາໃຈໃສ່ເຜີຍແຜ່ພາລະບົດບາດຜົນ ງານຂອງສະມາຄົມນັກທຸລະກິດໜຸ່ມໃຫ້ຫລາຍຂຶ້ນ, ເລັ່ງປັບປຸງຂອດການດຳເນີນທຸລະກິດ ແລະ ພັດທະນາຫົວໜ່ວຍທຸລະກິດຂອງສະມາຄົມໃຫ້ດີຂຶ້ນເທື່ອລະກ້າວທຽບເທົ່າສາກົນ, ເອົາໃຈໃສ່ການຮ່ວມມືຮອບດ້ານກັບບັນດານັກທຸລະກິດໜຸ່ມພາຍໃນກຸ່ມສະມາ ຊິກອາຊຽນໃຫ້ຫລາຍຂຶ້ນ, ໂດຍສະເພາະການດຶງດູດເອົາການລົງທຶນຈາກພາຍນອກ ແລະ ການຈັດຕັ້ງ ປະຕິບັດຂໍ້ຜູກພັນສັນຍາ ແລະ ບົດບັນທຶກການຮ່ວມມືໃຫ້ເປັນຮູບປະ ທຳຫລາຍຂຶ້ນ.

     ນອກຈາກນີ້ ສະມາຄົມນັກທຸລະກິດໜຸ່ມ ຍັງໄດ້ວາງທິດທາງວຽກງານໃນ 5 ປີຕໍ່ ໜ້າເຊັ່ນ: ສືບຕໍ່ສ້າງບຸກຄະລາກອນ ແລະ ມະຫາຊົນຜູ້ກ້າວໜ້າ ໃຫ້ເຂົ້າເປັນສະມາຊິກ ຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກາຍເປັນຜູ້ນຳຫລັກແຫລ່ງໃນຫົວໜ່ວຍທຸລະກິດ ຕ່າງໆ, ປັບປຸງການຈັດຕັ້ງສະມາຄົມນັກທຸລະກິດໜຸ່ມຂັ້ນສູນກາງ, ແຂວງ ແລະ ທ້ອງ ຖິ່ນ ໃຫ້ມີຄວາມເຂັ້ມແຂງ ແລະ ມີທ່າແຮງເພີ້ມຂຶ້ນ, ປຸກລະດົມຂົນຂວາຍພະນັກງານ ໃຫ້ມີຄວາມຫ້າວຫັນ ເພື່ອຂະຫຍາຍສາຂາລົງສູ່ບັນດາແຂວງໃຫ້ຫລາຍຂຶ້ນ, ສືບຕໍ່ສ້າງ ນັກທຸລະກິດໜຸ່ມລຸ້ນສືບທອດ, ໂດຍການຈັດຊຸດຝຶກອົບຮົມ, ແຂ່ງຂັນສ້າງແຜນທຸລະກິດ ເພື່ອຄັດເລືອກເຂົ້າເປັນສະ ມາຊິກຂອງສະມາຄົມໃຫ້ເຂັ້ມແຂງ ແລະ ສືບຕໍ່ຮ່ວມມືກັບນັກ ທຸລະກິດພາຍໃນປະເທດ ດ້ວຍຮູບແບບຊຸກຍູ້ໃຫ້ສະມາຊິກ ເຕົ້າໂຮມກັນສ້າງຕັ້ງເປັນ ສະຫະບໍລິສັດ, ເຊິ່ງຈະເປັນການຍົກລະດັບຄວາມສາມາດດ້ານທຶນຮອນ, ດ້ານບຸກຄະ ລາກອນ ແລະ ນຳໃຊ້ລະບົບແບບມືອາຊີບ ເພື່ອຮ່ວມກັນຈັດຕັ້ງປະຕິບັດບັນດາໂຄງ ການຕ່າງໆໃຫ້ແກ່ລັດຖະບານອີກດ້ວຍ.

No comments:

Post a Comment