Ad

Ad

5 October 2015

ທະນາຄານພັດທະນາອາຊີຊ່ວຍປັບປຸງການບໍລິການສາທາລະນະສຸກຢູ່ລາວ

ພິທີລົງນາມສັນຍາເງິນກູ້ເພື່ອຈັດຕັ້ງປະຕິບັດແຜນງານບໍລິຫານຄຸ້ມຄອງຂະແໜງສາທາລະນະສຸກແລະ ປັບປຸງການບໍລິການດ້ານສາທາລະນະສຸກຫ້ປະຊາຊົນຜູ້ທຸກຍາກ, ແມ່ຍິງແລະເດັກນ້ອຍຢູ່ລາວໃນມູນຄ່າ 23 ລ້ານໂດລາສະຫະລັດໄດ້ມີຂຶ້ນໃນທ້າຍອາທິດຜ່ານມານີ້,ລະຫວ່າງທ່ານນາງທິບພະກອນຈັນທະວົງສາລັດຖະມົນຕີຊ່ວຍວ່າການກະຊວງການເງິນ ແລະ ທ່ານນາງແຊນດ້ານິໂຄຣຜູ້ຕາງໜ້າສຳນັກງານທະນາຄານພັດທະນາອາຊີ(ADB) ປະຈຳລາວ.

ທ່ານຜູ້ຕາງໜ້າເອດີບີປະຈຳລາວກ່າວວ່າ: ນດັ່ງກ່າວຈະນຳໃຊ້ເຂົ້າໃນການປັບປຸງການຈັດຕັ້ງປະຕິບັດຍຸດທະສາດປະຕິຮູບຂະແໜງສາທາລະນະສຸກແຕ່ປີ 2013-2025 ແນໃສ່ປັບປຸງການເຂົ້າເຖິງການຮັກສາສຸຂະພາບຂັ້ນພື້ນຖານ, ການຄຸ້ມຄອງທາງດ້ານການເງິນຂອງຂະແໜງສາທາລະນະສຸກພາຍໃນປີ 2020 ແລະ ໃຫ້ບັນລຸການສະໜອງການບໍລິການສາທາລະນະສຸກຢ່າງທົ່ວເຖິງພາຍໃນປີ 2025 , ເຊິ່ງການປະຕິຮູບດັ່ງກ່າວໄດ້ກວມເອົາການວາງແນວທາງການບໍລິຫານກອງທຶນຮັກສາສຸຂະພາບເພື່ອຄົນທຸກຍາກ, ການໃຫ້ບໍລິການດ້ານ
ສາທາລະນະສຸກແບບບໍ່ເສຍຄ່າສຳລັບແມ່ຍິງຖືພາ, ເກີດລູກໃໝ່, ເດັກແດງ-ເດັກນ້ອຍແລະ ການກຽມຄວາມພ້ອມໃຫ້ພະນັກງານຂະແໜງສາທາລະນະສຸກເປັນຕົ້ນ:ແພດຜະດຸງຄັນຂັ້ນບ້ານ,ສະຖານທີ່ບໍລິການສາທາລະນະສຸກຕ່າງໆໃນເຂດຊົນນະບົດຫ່າງໄກສອກຫລີກ ແລະ ການຈັດຕັ້ງປະຕິບັດຂັ້ນຕອນການອອກໃບອະນຸມັດ, ລົງທະບຽນໃຫ້ບັນດາຊ່ຽວຊານປະກອບການດ້ານສາທາລະນະສຸກ.

No comments:

Post a Comment