Ad

Ad

5 October 2015

ຫ້ອງວ່າການລັດຖະບານເລືອກ​ຜູ້​ແທນ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ X ຂອງ​ພັກ

ກອງປະຊຸມຕົວແທນສະມາຊິກພັກ, ຂອງອົງຄະນະພັກຫ້ອງວ່າການລັດຖະບານ (ຫລບ) ​ໄດ້ໄຂຂຶ້ນໃນວັນທີ 1 ຕຸລາຜ່ານມາ,ໂດຍການເປັນປະທານຂອງສະຫາຍສອນໄຊສີພັນດອນກຳມະການສູນກາງພັກເລຂາຄະນະພັກລັດຖະມົນຕີຫົວໜ້າຫລບ, ​ໂດຍ​​ການໃຫ້ກຽດເຂົ້າຮ່ວມຂອງສະຫາຍທອງສິງທຳມະວົງກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ,ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ,ບັນດາສະຫາຍກໍາມະການສູນກາງ​, ລັດຖະມົນຕີປະຈໍາຫລບ, ບັນດາຄະນະພັກ, ພະນັກງານອາວຸໂສບໍານານ, ບັນດາສະມາຊິກພັກ-​ພະນັກງານພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມເປັນຈໍານວນຫລາຍ.

ກອງປະຊຸມໄດ້ຮັບຟັງບົດສະຫຼຸບຕີລາຄາການເຄື່ອນໄຫວຊີ້ນໍາ-​ນໍາພາຂອງອົງຄະນະພັກຫ້ອງວ່າການລັດຖະບານນັບແຕ່ກອງປະຊຸມໃຫຍ່ຄັ້ງທີ III ເຖິງປະຈຸບັນແລະທິດທາງໃນຕໍ່ໜ້າຈາກສະຫາຍສອນໄຊສີພັນດອນ, ພ້ອມທັງປ່ອນບັດ
ຄັດເລືອກເອົາຜູ້ແທນສົມບູນແລະຜູ້ແທນສໍາຮອງເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ​ເຊິ່ງມີຜູ້ລົງສະໝັກເລືອກຕັ້ງຈຳນວນ 8 ສະ ຫາຍທີ່ເປັນຕົວແທນສະມາຊິກພັກທົ່ວຫ້ອງວ່າການລັດຖະບານຈໍານວນ 328 ສະຫາຍ, ​ເລືອກເອົາ 5 ສະຫາຍເປັນຍິງ 3 ສະ ຫາຍຄື: ສະຫາຍສົມສະໜິດສຸວັນນະລາດ, ສະຫາຍນາງ ບຸບຜາເຄນວົງດາລາ, ສະຫາຍ ດຣ ນາງ ວຽງສະຫວັນ ດວງສະຫວັນ, ສະຫາຍນາງ ບົວທາ ຂັດທິຍະ, ສະຫາຍ ຮສ.ດຣ. ສິງເມ ໂນລາດແລະເລືອກໄດ້ຜູ້ແທນສໍາຮອງຈຳນວນ 2 ສະຫາຍ

No comments:

Post a Comment