Ad

Ad

5 October 2015

ລາວ​ໂທລະ​ຄົມ​ມອບ​ອາກອນ​ກຳ​ໄລ​ງວດ III 2015 ​ໃຫ້​ລັດຖະບານ 16 ຕື້​ກີບ

          
  ໃນຕອນເຊົ້າຂອງວັນທີ 2 ຕຸລານີ້ ກົມສ່ວຍສາອາກອນ, ກະຊວງການເງິນໄດ້ມີພິທີມອບ-ຮັບອາກອນກຳໄລຈາກຜົນປະກອບການປະຈຳງວດ III ປີ 2015 ຈຳນວນ​ 16 ຕື້ກີບ ຂອງລັດວິສາຫະກິດລາວໂທລະຄົມມະນາຄົມລະຫວ່າງ ທ່ານ ຖາ ວອນ ສົມສະກຸນ ຮອງຜູ້ອຳນວຍການໃຫຍ່ຂະແຫນງຈັດຕັ້ງ-ບໍລິຫານແລະ ທ່ານ ປາວະລິດອ່ຽມອຳ່ ຮອງຜູ້ອຳນວຍການໃຫຍ່ ຂະແຫນງການເງິນ ລັດວິສາຫະກິດ ລາວໂທ ລະຄົມແລະ ຮັບໂດຍ ທ່ານ ສັງວອນ ພັນທະວິໄລ ຫົວຫນ້າກົມສ່ວຍສາອາກອນ, ກະຊວງການເງິນ.
ລັດວິສາຫະກິດ ລາວໂທລະຄົມມະນາຄົມເປັນບໍລິສັດທຳອິດທີ່ໃຫ້ບໍລິການໂທລະຄົມມະນາຄົມແບບຄົບວົງຈອນໃນ ສປປ ລາວ ທັງເປັນບໍລິສັດຮ່ວມທຶນລະຫວ່າງລັດຖະບານ ລາວ ກັບນັກລົງທຶນຕ່າງປະເທດ ຕາມສັດສ່ວນຖືຮຸ້ນ: ລັດຖະບານ 51% ​​ແລະ ຕ່າງປະເທດ 49% ​ເວລາໃດກໍຖືວຍກງານການປະຕິບັດຖອກເງິນພັນທະດ້ານຕ່າງໆຕໍ່ລັດຖະບານເປັນບູລິມະສິດສຳຄັນແລະ ຕົ້ນຕໍໃນການດຳເນີນທຸລະກິດຂອງຕົນຕະຫລອດໄລຍະເວລາເກືອບ 20 ປີຜ່ານມາ.


No comments:

Post a Comment