Ad

Ad

5 October 2015

ຫລາຍ​ພາກສ່ວນ​ອຸປະຖຳ​ກອງ​ປະຊຸມ​ອົງຄະ​ນະ​ພັກ​ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

ໃນວັນທີ 1 ຕຸລາຜ່ານມາ, ​ໄດ້ມີບັນດາບໍລິສັດ, ວິສາຫະກິດ ແລະ ຫ້າງຮ້ານຕ່າງໆ​​​ໄດ້ປະກອບສ່ວນອຸປະຖຳກອງປະຊຸມໃຫຍ່ຄັ້ງທີ IV ອົງຄະນະພັກກະຊວງຖະແຫລງຂ່າວ,ວັດທະນະທຳແລະ ທ່ອງທ່ຽວ ແລະ ຊຸກຍູ້ຂະບວນການສວນສະໜາມຂອງກະຊວງ,​ ເຊິ່ງໃຫ້ກຽດຮັບການອຸປະຖຳດັ່ງກ່າວໂດຍທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງ ຖວທ. ບັນດາບໍລິສັດ​, ວິສາຫະກິດທີ່ໃຫ້ການອຸປະຖຳໃນຄັ້ງນີ້ລວມມີລັດວິສາຫະກິດໂຮງພິມແຫ່ງລັດ, ກຸ່ມບໍລິສັດ ຄຳໄພ ຊະນະ ກໍ່ສ້າງຈຳກັດຜູ້ດຽວ, ກຸ່ມບໍລິສັດດາວເຮືອງ, ບໍລິສັດລືໄຊກໍ່ສ້າງ ແລະ ບໍລິສັດ ຈິດຈະເລີນ ລວມມູນຄ່າການອຸປະຖຳຄັ້ງນີ້ຈໍານວນ 55 ກີບ.


            ໃນໂອກາດນີ້, ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຖວທ ,​ ໄດ້ສະແດງຄວາມຂອບໃຈຕໍ່ການອຸປະຖຳຂອງບັນດາບໍລິສັດຕ່າງໆໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ​​ໃຫ້ແກ່ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງທີ IV ອົງຄະນະພັກກະຊວງ ຖວທ ມີຜົນສຳເລັດຕາມແຜນການທີ່ວາງໄວ້, ທັງເປັນການປະກອບສ່ວນໃນການພັດທະນາວຽກງານ ຖວທ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.

No comments:

Post a Comment