Ad

Ad

5 October 2015

ລະວັງລົມພະຍຸ ມູຈີແກ

    
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ລົມພະຍຸ ມູຈີແກ (MUJIGAE) ຫົວທີ 22 ມີສູນກາງຢູ່ເສັ້ນຂະໜານທີ 20.5 ອົງສາເໜືອ ແລະ ເສັ້ນແວງທີ 111.5 ອົງສາຕາເວັນອອກພວມເຄື່ອນທີ່ໄປທາງທິດຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ, ພ້ອມດຽວກັນບໍລິເວນຄວາມກົດດັນສູງ ຂອງອາກາດເຢັນຈາກຕອນໃຕ້ຂອງປະເທດໄດ້ແຜ່ລົງມາປົກຄຸມເຂດພາກເໜືອຂອງລາວສົມທົບກະແສລົມຕາເວັນຕົກສ່ຽງໃຕ້ໄດ້ພັດປົກຄຸມເປັນສ່ວນ ໃຫ່ຍ. ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ມີຝົນຕົກຟ້າຄະນອງກະຈາຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງແຕ່ ລະພາກພ້ອມມີລົມພັດແຮງເປັນບາງໂອກາດ.
+ ພາກເໜືອດ້ານຕາເວັນອອກ: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຄະນອງກະຈາຍເປັນບາງໂອກາດ. ອຸນຫະພູມຕໍ່າສຸດ  18 – 20 ອົງສາ  ແລະ  ສູງສຸດ 26 – 28 ອົງສາ

+ ພາກເໜືອດ້ານຕາເວັນຕົກ: ມີເມກປົກຄຸມເປັນສ່ວນຫຼາຍ, ອາກາດເຢັນພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຄະນອງກະຈາຍເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະ ພູມຕໍ່າສຸດ 22  - 24 ອົງສາ ແລະ ສູງສຸດ 31 – 33 ອົງສາ
+ ນະຄອນຫຼວງວຽງຈັນ: ມີເມກປົກຄຸມເປັນສ່ວນຫຼາຍ, ຍັງຈະມີຝົນຕົກຟ້າຄະນອງກະຈາຍເປັນ ບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 30 – 32 ອົງສາ.
+ ພາກກາງ: ມີເມກປົກຄຸມເປັນສ່ວນຫຼາຍ ,ຍັງຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ  ແລະ ຕົກ ປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ. ອຸນຫະພູມຕໍ່າສຸດ 21 – 23 ອົງສາ ແລະ ສູງສຸດ 31 – 33 ອົງສາ. ແຂວງ ໄຊສົມບຸນ: ມີເມກເປັນສ່ວນຫຼາຍ, ອາກາດເຢັນຍັງຈະມີຝົນຕົກຟ້າຄະນອງກະຈາຍ ແລະ ຕົກປານກາງພ້ອມມີລົມພັດແຮງເປັນບາງໂອກາດ.ອຸນຫະພູມຕໍ່າສຸດ 16 – 18 ອົງສາ ແລະ ສູງສຸດ 24 – 26 ອົງສາ.
+ ພາກໃຕ້: ມີເມກປົກຄຸມເປັນສ່ວນຫຼາຍ ແລະ ຍັງຈະມີຝົນຕົຫຟ້າຄະນອງໃນລະດັບຄ່ອຍຢູ່ທົ່ວ ໄປ ແລະ ຕົກປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງ ສາລະວັນ ແລະ ເຊກອງ. ອຸນຫະພູມຕໍ່າສຸດ 22 – 24 ອົງສາ ແລະ ສູງສຸດ 31 – 33 ອົງສາ.
ເຂດປາກຊ່ອງ,ນິຄົມ 34:  ຍັງຈະມີຝົນຕົກຟ້າຄະນອງຢູ່ຕື່ມອີກ. ອຸນຫະພູມຕໍ່າ ສຸດ 14 – 16 ອົງສາ ແລະ ສູງສຸດ  24 – 26 ອົງສາ.
+ ຄໍາເຕືອນ: ສະພາບຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍຫາປານກາງຢູ່ບາງທ້ອງຖິ່ນທາງ ດ້ານຕາເວັນອອກແຂວງພາກກາງ ແລະ ພາກໃຕ້ ໃນໄລຍະ 1 – 2 ວັນຕໍ່ໜ້າ, ດັ່ງນັ້ນຈຶ່ງຂໍແຈ້ງເຕືອນເຖິງອຳນາດ ການປົກຄອງ ແລະ ພໍ່ແມ່ປະຊາຊົນ ທີ່ອາໃສໃນເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກ, ດິນເຈື່ອນ ລົມແຮງ,ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດ,ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ.


No comments:

Post a Comment