Ad

Ad

5 October 2015

ຄັດເລືອກສາວງາມພາກກາງເພື່ອປະກວດນາງສາວລາວ ປະຈຳປີ 2015

   
 ໃນວັນທີ 3 ຕຸລາຜ່ານມານີ້, ຢູ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງ ວຽງຈັນ, ໄດ້ມີການຄັດເລືອກນາງສາວຜູ້ທີ່ເຂົ້າຮ່ວມສະໝັກໃນທົ່ວປະເທດ ຈຳນວນ 100 ກວ່ານາງສາວ, ໃນນີ້ຕົວແທນຈາກພາກໃຕ້ ແລະ ພາກເໜືອມີ 10 ກວ່ານາງ ສາວ ແລະ ພາກກາງ 80 ກວ່ານາງສາວ, ໂດຍມີຄະນະກຳມະການຈາກກະຊວງຖະແຫລງຂ່າວ, ສູນກາງຊາວໜຸ່ມ ປະຊາຊົນ ປະຕິ ວັດລາວ, ສະຖານີໂທລະພາບ ທີວີລາວ ແລະ ນາງສາວນະຄອນຫລວງ ປີ 2015 ຮ່ວມຄັດເລືອກໃນຮອບທໍາ ອິດ, ເຊິ່ງໃນຮອບນີ້ ທາງຄະນະກຳມະການ ໄດ້ເຮັດວຽກກັນຢ່າງໜັກໃຈ ທີ່ສຸດ, ແຕ່ກໍພະຍາຍາມເລືອກເອົານາງສາວຜູ້ທີ່ງາມ ແລະ ມີຫົວຄິດປະ ດິດສ້າງທີ່ສຸດ ຜ່ານເຂົ້າຮ່ວມຕໍ່ໄປ ແລະ ການປະກາດຜົນລາຍຊື່ນາງສາວຜູ້ຜ່ານເຂົ້າ ຮອບຕໍ່ໄປຈະມີ ຂຶ້ນໃນວັນທີ 10 ຕຸລາ 2015, ຫລັງຈາກນັ້ນ ໃນວັນທີ 12 ຕຸລານີ້, ກໍຈະມີການຄັດ ເລືອກຈາກ 40 ນາງສາວ ໃຫ້ເຫລືອພຽງ 20 ນາງສາວ ເພື່ອເຂົ້າຮ່ວມໃນງານປະ ກວດນາງສາວລາວໃນຄ່ຳຄືນ ຂອງວັນທີ 21 ພະຈິກນີ້, ທີ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງວຽງຈັນ.

No comments:

Post a Comment