Ad

Ad

19 July 2016

ທົ່ວປະເທດປູກພືດລະດູຝົນໄດ້ແລ້ວຫຼາຍກວ່າ 228 ພັນເຮັກຕາ

          ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ການປູກພືດລະດູຝົນມາຮອດປັດຈຸບັດນີ້ ທົ່ວປະເທດປະຕິບັດໄດ້ແລ້ວຫຼາຍກວ່າ 228 ພັນເຮັກຕາ, ຂອງເນື້ອທີ່ແຜນການ 586.300 ເຮັກຕາ, ພົ້ນເດັ່ນກວ່າໝູ່ແມ່ນຂະບວນການປູກສາລີ ແລະ ຖົ່ວຢູ່ບັນດາແຂວງພາກເໜືອປະຕິບັດໄດ້ 122 ພັນເຮັກຕາ, ຮອງລົງມາແມ່ນຂະບວນການປູກເຜືອກມັນ ແລະ ພືດຜັກຕ່າງໆຢູ່ແຂວງພາກກາງປະຕິບັດໄດ້ແລ້ວຫຼາຍກວ່າ 67 ພັນເຮັກຕາ, ພາກໃຕ້ 38 ພັນກວ່າເຮັກຕາ, ຄຽງຄູ່ກັນນັ້ນການປັກດຳເຂົ້ານາປີຂອງກະສິກອນທົ່ວປະເທດກໍສຳເລັດປະມານ 323 ພັນຮັກຕາ, ເທົ່າກັບ 41% ຂອງເນື້ອທີ່ແຜນ ການ 787.500 ເຮັກຕາ, ພົ້ນເດັ່ນກວ່າໝູ່ແມ່ນບັນດາແຂວງພາກກາງສາມາດປັກດຳໄດ້ 222 ພັນກວ່າເຮັກຕາ, ເທົ່າກັບ 40% ຂອງແຜນການ, ພາກໃຕ້ປະຕິບັດໄດ້  66 ພັນກວ່າເຮັກຕາ, ເທົ່າກັບ 30 %, ພາກເໜືອປະຕິບັດໄດ້
ແລ້ວ 34 ພັນກວ່າເຮັກຕາ, ເທົ່າກັບ 32 % ຂອງເນື່ອທີ່ແຜນການ,ຂະນະທີ່ຂະແໜງກະສິກຳ ແລະ ປ່າໄມ້ເອງກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນລົງຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນຢູ່ທ້ອງຖິ່ນຕ່າງໆຢ່າງເປັນຂະບວນ, ເພື່ອເຮັດໜ້າທີ່ແນະນຳການນຳໃຊ້ເຕັກນິກວິທະຍາການໃຫ້ກະສິກອນເພື່ອສາມາດຍົກສະມັດຕະພາບການຜະລິດສູງຂຶ້ນ, ພ້ອມທັງໄດ້ສະໜອງແນວພັນພືດ ແລະ ສັດ ໃຫ້ທ້ອງຖິ່ນທີ່ຍັງຂາດເຂີນ, ສ່ວນການປູກເຂົ້າເນີນສູງ(ເຂົ້າໄຮ່) ຊຶ່ງມາຮອດປັດຈຸບັນທົ່ວປະເທດສາມາດປະຕິບັດໄດ້ແລ້ວ 70 ພັນກວ່າເຮັກຕາ, ເທົ່າກັບ 70 % ຂອງແຜນ ການ  ແລະ ຄາດວ່າການປູກເຂົ້າຂອງກະສິກອນທົ່ວປະເທດຈະສຳ ເລັດ 100 % ໃນຕົ້ນເດືອນສິງ ຫາທີ່ຈະມາເຖິງນີ້.

No comments:

Post a Comment