Ad

Ad

1 July 2016

ປະເທດດ້ອຍພັດທະນາຫາລືການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

          ໃນວັນທີ 28-30 ມິຖຸນານີ້, ຢູ່ນະຄອນຫລວງວຽງຈັນ ກະຊວງການຕ່າງປະເທດ ຮ່ວມກັບ ຄະນະກຳມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດປະຈຳພາກພື້ນ ອາຊີ-ປາຊີຟິກ ໄດ້ຈັດສຳມະນາລະດັບພາກພື້ນ ກ່ຽວກັບການເຊື່ອມສານການຈັດຕັ້ງປະຕິບັດ ວາລະການພັດທະນາແບບຍືນຍົງ ປີ 2030 ແລະ ແຜນດຳເນີນງານ ອິດສະຕັນບູນ ລະດັບປະເທດ ສຳລັບປະເທດດ້ອຍພັດທະ ນາ ຢູ່ພາກພື້ນອາຊີ-ປາຊີຟິກ ແລະ ການຈຳລອງຮູບແບບການຈັດຕັ້ງປະຕິບັດ ການພັດທະນາແບບຍືນຍົງ ໂດຍມີຜູ້ແທນຈາກ 10 ປະເທດດ້ອຍພັດທະນາຢູ່ພາກພື້ນອາຊີ-ປາຊີຟິກ, ອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ປະສົບການໃນການປະຕິບັດແຜນ
ດຳເນີນງານດັ່ງກ່າວ ເພື່ອບັນຈຸເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງແຕ່ລະປະເທດ, ພ້ອມນັ້ນ ຍັງໄດ້ຮັບຟັງການບັນລະຍາຍ ຈາກຜູ້ຊ່ຽວຊານກ່ຽວກັບຮູບແບບ ແລະ ແນວທາງໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຂະບວນການພັດທະນາເພື່ອຫລຸດພົ້ນ ອອກຈາກສະຖານະພາບປະເທດດ້ອຍພັດທະນາ.
          ທ່ານ ລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ຊີ້ໃຫ້ເຫັນຄວາມຄືບໜ້າ ແລະ ສິ່ງທ້າທາຍ ໂດຍລວມຂອງປະເທດດ້ອຍພັດທະນາ ໃນການປະຕິບັດແຜນດຳເນີນງານອິດສະຕັນບູນ ແລະ ຄວາມພະຍາຍາມຂອງສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງ ຄົມແຫ່ງຊາດໃນແຕ່ລະໄລຍະ ເພື່ອນຳພາປະເທດຊາດ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020.

          ແຜນດຳເນີນງານອິດສະຕັນບູນ ຖືກຮັບຮອງເອົາໂດຍກອງປະຊຸມສະຫະປະຊາຊາດ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 4 ເມື່ອທ້າຍປີ 2011 ທີ່ນະຄອນຫລວງອິດສະຕັນບູນ ປະເທດຕວກກີ ເຊິ່ງມີເປົ້າໝາຍເພື່ອຊ່ວຍເຫລືອບັນດາປະເທດດ້ອຍພັດທະນາ ໃຫ້ສາມາດບັນລຸເງື່ອນໄຂ ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃຫ້ໄດ້ເຄິ່ງໜຶ່ງໃນປີ 2020 ໂດຍການປະຕິບັດ 8 ຂົງເຂດບູລິມະສິດ ຄື: ຄວາມສາມາດດ້ານການຜະລິດ, ກະສິກຳ, ໂພຊະນາການ ແລະ ການພັດທະ ນາຊົນນະບົດ, ການຄ້າ, ການຜະລິດສິນຄ້າ, ການພັດທະນາຊັບພະຍາກອນມະນຸດ ແລະ ສັງຄົມ, ການຮັບມືກັບວິກິດການ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ, ດ້ານແຫລ່ງທຶນ ແລະ ການປົກຄອງທີ່ດີ.

No comments:

Post a Comment