Ad

Ad

13 July 2016

ຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດ ພັນຄຳ ວິພາວັນ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

         ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ດິງເຖຮິ່ງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ນາງ ດັ້ງທິຫງອກ ທິ້ງ ກຳມະ ການສູນກາງພັກ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ພັນຄຳ ວິພາວັນ ກຳມະ ການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 10-13 ກໍລະກົດນີ້ ເຊິ່ງພິທີຕ້ອນຮັບທາງການໄດ້ຈັດຂຶ້ນໃນວັນທີ 11 ກໍລະກົດນີ້ ຢູ່ສຳນັກງານປະທານປະເທດ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ດັ້ງທິຫງອກທິ້ງ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ການນຳຂັ້ນສູງຂອງພັກ ແລະ ລັດຂອງສອງຝ່າຍ.

          ໃນຕອນບ່າຍວັນດຽວກັນສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບສະຫາຍ ພັນຄຳ ວິພາວັນ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວ ໄປຢ້ຽມ ຢາມຫວຽດນາມ ຄັ້ງນີ້. ສຳລັບ ຫວຽດນາມ ກຳລັງຢູ່ໃນໄລຍະກະກຽມດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ 14 ພາຍຫລັງສຳເລັດການປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດດັ່ງກ່າວ ແລະ ສະພາປະຊາຊົນທ້ອງຖິ່ນຢ່າງມີຜົນສໍາເລັດຈົບງາມ; ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳເອົາຄຳຢື້ຢາມຖາມຂ່າວອັນສະໜິດສະໜົມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ບັນດາການນຳຂັ້ນສູງຂອງລາວ ໄປຍັງສະຫາຍ ເລ ຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ບັນດາສະຫາຍການນຳຂັ້ນສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ພ້ອມທັງຕີລາຄາສູງຕໍ່ຜົນຂອງການຮ່ວມມື ລາວ-ຫວຽດນາມ ໄລຍະຜ່ານມາ ເຊິ່ງໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ, ແທດເຖິງຕົວຈິງ ແລະ ມີປະສິດທິຜົນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ; ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນອັນໃຫຍ່ຫລວງ, ລ້ຳຄ່າ ແລະ ມີປະສິດທິຜົນທີ່ຫວຽດນາມ ໄດ້ມີໃຫ້ແກ່ປະຊາຊົນລາວ ໃນເມື່ອກ່ອນ ກໍຄືໃນປັດຈຸບັນ; ພ້ອມທັງຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະເຮັດສຸດຄວາມສາມາດຂອງຕົນຮ່ວມກັບຫວຽດນາມເພື່ອຮັກສາ, ເພີ່ມພູນຄູນສ້າງສາຍພົວພັນ ລາວ-ຫວຽດນາມ ເຊິ່ງເປັນມໍລະດົກອັນລ້ຳຄ່າຂອງສອງພັກ, ສອງຊາດ, ເປັນປັດໄຈທີ່ສຳຄັນໃນການຮັບປະກັນໄຊຊະນະຂອງການປະຕິວັດຢູ່ແຕ່ລະປະເທດ.

          ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ໄດ້ສະແດງຄວາມພາກພູມໃຈທີ່ເຫັນວ່າ ສາຍພົວ ພັນມິດຕະພາບ, ຄວາມສາມັກຄີພິເສດ ຫວຽດນາມ-ລາວ ນັບມື້ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ທາງເລິກ ແລະ ມີປະສິດທິຜົນ, ນຳເອົາຜົນໂຫຍດຕົວຈິງມາໃຫ້ແກ່ສອງຝ່າຍ ແລະ ຢືນ ຢັນວ່າ ຫວຽດນາມ ຖືສຳຄັນການພົວພັນພິເສດ ລາວ-ຫວຽດນາມ ແລະ ຖືເປັນຄວາມຮັບຜິດຊອບຂອງຕົນໃນການສຶກສາອົບຮົມ ແລະ ຖ່າຍຖອດໃຫ້ແກ່ຄົນຮຸ້ນຕໍ່ໄປໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ ໃຫ້ງອກງາມຍິ່ງໆຂຶ້ນ. 

No comments:

Post a Comment