Ad

Ad

13 July 2016

ກອງປະຊຸມວິຊາການວຽກງານຖະແຫລງຂ່າວ-ສື່ມວນຊົນທົ່ວປະເທດ

    ກອງປະຊຸມວິຊາການວຽກງານຖະແຫລງຂ່າວ-ສື່ມວນຊົນທົ່ວປະເທດ ໄດ້ໄຂຂຶ້ນໃນວັນທີ 12 ກໍລະກົດນີ້ ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ມີບັນດາຫົວໜ້າກົມ, ຮອງກົມ ພ້ອມຜູ້ຕາງໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃນຂອບເຂດທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ ເພື່ອພ້ອມກັນສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານຖະແຫລງຂ່າວ ແລະ ສື່ມວນຊົນເຮົາໃນໄລຍະ 5 ປີຜ່ານມາ ເພື່ອຍົກໃຫ້ເຫັນດ້ານຕັ້ງໜ້າ ເພື່ອສົ່ງເສີມ ແລະ ປັບປຸງແກ້ໄຂບັນດາຈຸດອ່ອນຄົງຄ້າງຕ່າງໆ.

     ທ່ານ ສະຫວັນຄອນ ຣາຊະມົນຕີ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມວິຊາການດັ່ງກ່າວມັນມີຄວາມສຳຄັນຍິ່ງ ເພື່ອຈະເປັນບ່ອນອີງອັນສຳຄັນໃຫ້ແກ່ການພັດທະນາວຽກງານຖະແຫລງຂ່າວ ແລະ ສື່ມວນຊົນພວກເຮົາໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ສາມາດຕອບສະໜອງຂໍ້ມູນຂ່າວສານຕ່າງໆໃຫ້ແກ່ສັງຄົມໄດ້ວ່ອງໄວ ແລະ ມີຄຸນນະພາບສູງເດັ່ນຂຶ້ນ, ພ້ອມສາມາດເຊື່ອມໂຍງເຂົ້າກັບຂົງເຂດ ແລະ ສາກົນໄດ້. ດັ່ງນັ້ນ ບັນດານັກວິຊາການ ແລະ ພະນັກງານຫລັກແຫລ່ງໃນຂະແໜງສື່ມວນຊົນທີ່ເຂົ້າຮ່ວມກອງປະຊຸມນີ້ຈະຕ້ອງໄດ້ເປັນເຈົ້າການປຶກສາຫາລື, ປະກອບຄຳຄິດຄຳເຫັນເຂົ້າໃນແຜນພັດທະນາດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ.

     ໃນບົດລາຍງານຂອງຫົວໜ້າກົມສື່ມວນຊົນ ກໍໄດ້ຍົກໃຫ້ເຫັນວ່າ: ໃນ 5 ປີຜ່ານມາ ໂດຍພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງຄະນະພັກ, ຄະນະນຳກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເຮັດໃຫ້ວຽກງານຖະແຫລງຂ່າວ-ສື່ມວນຊົນໄດ້ເຕີບໃຫຍ່ຂະຫຍາຍຕົວ ນັບທັງດ້ານປະລິມານ ແລະ ຄຸນນະພາບ, ເປັນກະບອກສຽງອັນແຫລມຄົມຂອງພັກ-ລັດ, ສາມາດນຳເອົາແນວທາງນະໂຍບາຍໃນທຸກວຽກງານລົງສູ່ປະຊາຊົນໄດ້ຢ່າງກວ້າງຂວາງ ແລະ ສ່ອງແສງການຈັດຕັ້ງປະຕິບັດແຜນນະໂຍບາຍ ແລະ ລະບຽບກົດໝາຍຕ່າງໆຕໍ່ທັງພາຍໃນ ແລະ ຕ່າງປະເທດ ຮັບປະກັນບໍ່ມີບັນຫາ ແລະ ຄວາມຜິດພາດ, ສາມາດນຳສະເໜີຂໍ້ມູນຂ່າວສານໄດ້ວ່ອງໄວທັນເຫດການ, ມີເນື້ອໃນເລິກເຊິ່ງ ແລະ ຕອບສະໜອງຄວາມຕ້ອງການຂອງສັງຄົມໄດ້ດີຂຶ້ນ ແລະ ພ້ອມນັ້ນ ກໍມີສິ່ງທ້າທາຍຈຳນວນໜຶ່ງທີ່ພວກເຮົາຈະຕ້ອງໄດ້ສຸມໃສ່ຜ່ານຜ່າຄື: 1. ການໂຄສະນານຳພາຫາງສຽງ, ຕອບຂໍ້ສົນໃຈຂອງສັງຄົມ ແລະ ຕອບໂຕ້ການໂຄສະນາໃສ່ຮ້າຍປ້າຍສີພວກຄົນບໍ່ດີຍັງຊັກຊ້າ, ເນື້ອໃນບໍ່ເລິກເຊິ່ງກວ້າງຂວາງ, ການໃຫ້ຂໍ້ມູນຂ່າວສານຄວາມຮູ້ບັນເທີງ ເພື່ອອຸດົມການຮັກຊາດບ້ານເກີດເມືອງນອນບໍ່ທັນອຸດົມສົມບູນ, ເນື້ອໃນນຳສະເໜີຍັງມີຊ່ອງຫວ່າງໃຫ້ພວກບໍ່ດີເອົາໄປນຳໃຊ້, ການໂຄສະນາຍັງບໍ່ທັນສ່ອງແສງລົງຮາກຖານ, ບາງລາຍການບໍ່ໄປຕາມເປົ້າໝາຍ ແລ່ນນຳເສດຖະກິດເກີນໄປ, ດ້ານຮູບການຂາດຄວາມດຶງດູດຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມ. 2. ການພັດທະນາພື້ນຖານວັດຖຸ-ເຕັກນິກຂອງສື່ມວນຊົນ ເຖິງແມ່ນໄດ້ຮັບການປັບປຸງແຕ່ກໍຍັງບໍ່ທັນຄົບຊຸດ ບໍ່ພຽງພໍກັບຄວາມຕ້ອງການຊັກຊ້າບໍ່ເປັນເອກະພາບ. 3. ການເຜີຍແຜ່ກົດໝາຍວ່າດ້ວຍສື່ມວນຊົນຍັງບໍ່ທັນທົ່ວເຖິງ, ນິຕິກຳລຸ່ມກົດໝາຍຍັງບໍ່ທັນຄົບຊຸດ ແລະ ຊັກຊ້າ, ການຊຸກຍູ້ສົ່ງເສີມ ແລະ ຕິດຕາມກວດກາການເຄື່ອນໄຫວຂອງສື່ມວນຊົນຍັງສຸມໃສ່ແຕ່ຢູ່ສູນກາງ. 4. ການກໍ່ສ້າງພະນັກງານຄຸ້ມຄອງ ແລະ ພະນັກງານວິຊາການສື່ມວນຊົນຍັງບໍ່ຕອບສະໜອງໄດ້ຄວາມຕ້ອງການຕົວຈິງ, ລະດັບຄວາມຮູ້ດ້ານການເມືອງ, ວິຊາສະເພາະ, ພາສາຕ່າງປະເທດຂອງບັນນາທິການ, ນັກຂ່າວ, ນັກວິຊາການສື່ມວນຊົນຍັງຈຳກັດ, ຢູ່ທ້ອງຖິ່ນຍັງຂາດນາຍຊ່າງເຕັກນິກຜູ້ມີຄວາມຮູ້ ແລະ ປະສົບການ ແລະ 5. ທຶນຮອນມີຈຳກັດ ເຖິງວ່າລັດມີນະໂຍບາຍໃຫ້ອົງສື່ມວນຊົນສ້າງລາຍຮັບກຸ້ມຕົນເອງ ແຕ່ຍັງຂາດນິຕິກຳເພື່ອຊຸກຍູ້ການນຳໃຊ້ລາຍຮັບ.

No comments:

Post a Comment