Ad

Ad

19 July 2016

ລາວ-ມາເລເຊຍ ຈັດກິດຈະກຳກວດສຸຂະພາບໃຫ້ປະຊາຊົນໂດຍບໍ່ເສຍຄ່າ

          ໃນໂອກາດລະນຶກວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ມາເລເຊຍ ຄົບຮອບ 50 ປີ, ເມື່ອທ້າຍອາທິດຜ່ານມານີ້, ກະຊວງສາທາລະນະສຸກ ໄດ້ຮ່ວມກັບສະຖານທູດມາເລເຊຍ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ຈັດກິດຈະກຳກວດເຊັກສຸຂະ ພາບໃຫ້ປະຊາຊົນບ້ານໂພນສະຫວັນໃຕ້, ເມືອງສີໂຄດຕະບອງ ນະ ຄອນຫລວງວຽງຈັນ, ໂດຍບໍ່ເສຍຄ່າໃດໆ ໂດຍການເຂົ້າຮ່ວມເປີດພິທີຂອງທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານເອກອັກຄະລັດຖະທູດດັ່ງກ່າວ ເຂົ້າຮ່ວມນຳດ້ວຍ.

          ການບໍລິການກວດເຊັກສຸຂະພາບໂດຍບໍ່ເສຍຄ່າຄັ້ງນີ້, ໂດຍໄດ້ເຊີນເອົານັກສຶກສາຈາກມະຫາວິທະຍາໄລວິທະຍາສາດສຸຂະພາບຂອງລາວ ມາໃຫ້ຄຳປຶກສາ ແລະ ກວດເຊັກສຸຂະພາບດັ່ງກ່າວ ແລະ ກໍຖືໂອກາດນີ້ ໃຫ້ນັກສຶກສາທັງສອງມະຫາວິທະຍາໄລ ໄດ້ແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆໃນວຽກງານການແພດ ເພື່ອຍົກສູງຄວາມຮູ້, ຄວາມສາມາດໃນວຽກງານວິຊາສະເພາະຂອງຕົນ. ນອກຈາກກິດຈະກຳດັ່ງກ່າວແລ້ວ ນັກສຶກສາຈາກປະເທດມາເລເຊຍ ຍັງໄດ້ມອບເຄື່ອງນຸ່ງຫົ່ມ ຈຳນວນໜຶ່ງທີ່ໄດ້ຈາກການສະໜັບສະໜູນຂອງປະເທດ ມາມອບໃຫ້ປະຊາຊົນຜູ້ທຸກຍາກ ແລະ ຂາດເຂີນຢູ່ໃນເຂດຊົນນະບົດຫ່າງໄກສອກຫລີກຂອງລາວອີກດ້ວຍ.

          ໃນໂອກາດນີ້ ທ່ານຮອງລັດຖະມົນຕີກະຊວງສາທາ ໄດ້ມີຄຳເຫັນໃນພິທີວ່າ: ໄລຍະຜ່ານມາ, ສປປ ລາວ ແລະ ມາເລເຊຍ ໄດ້ມີການພົວພັນຮ່ວມມືຊ່ວຍເຫລືອຊຶ່ງກັນ ແລະ ກັນ ໃນຫລາຍຂົງເຂດຄື: ດ້ານການຄ້າ, ການລົງທຶນ, ການປ້ອງກັນຊາດ ແລະ ວັດທະນະທຳ-ສັງຄົມ, ໂດຍສະເພາະແມ່ນໃນຂອບການຮ່ວມມືຂອງບັນດາປະເທດອາຊຽນ ແລະ ການຮ່ວມກັນເຮັດກິດຈະກຳຄັ້ງນີ້, ຊຶ່ງເປັນກິດຈະກຳໜຶ່ງທີ່ປະກອບສ່ວນເສີມຂະຫຍາຍການຮ່ວມມືໃນຂົງເຂດວຽກງານສາທາລະນະສຸກລາວ-ມາເລເຊຍ ໃຫ້ກວ້າງຂວາງ ແລະ ກ້າວສູ່ລວງເລິກ.

No comments:

Post a Comment