Ad

Ad

19 July 2016

ພ້ອມກັນເປັນເຈົ້າພາບທີ່ດີຕ້ອນຮັບກອງປະຊຸມສຸດຍອດອາຊຽນ

              ມື້ວານນີ້ (18 ກໍລະກົດ), ຜູ້ຂຽນໄດ້ຂີ່ລົດເລາະຕາມຕົວເມືອງ ປາກົດເຫັນໜ່ວຍງານໄຟຟ້າພວມສ້ອມແປງດອກໄຟເຍືອງທາງຢູ່ເສັ້ນທາງແຕ່ສີ່ແຍກໄຟອຳນາດທາດຂາວໄປຈົນຮອດສາມແຍກຈີ່ນາຍໂມ້ຢ່າງຫ້າວຫັນ ແລະ ຜ່ານມາຕາມເສັ້ນທາງລ້ານຊ້າງ, ໄກສອນ ພົມວິຫານ, ແຄມຂອງ ແລະ ເສັ້ນທາງສຳຄັນອື່ນໆ ກໍເຫັນພະນັກງານ ອພບ ລົງປະຈຳການອະນາໄມຕັດຫຍ້າ, ຕົບແຕ່ງສວນດອກໄມ້ ແລະ ປັດກວາດອະນາໄມເສັ້ນທາງດ້ວຍຄວາມຮັບຜິດຊອບສູງ, ເມື່ອເຫັນແລ້ວກໍຮູ້ສຶກດີໃຈບໍ່ໜ້ອຍ ເພາະວ່າເປັນສິ່ງທີ່ເຮັດໃຫ້ຕົວເມືອງນະຄອນຫລວງມີຄວາມສະອາດຈົບງາມສະຫວ່າງສະໄຫວຕາມທິດສ້າງນະຄອນຫລວງໃຫ້ເປັນຕົວເມືອງທີ່ໜ້າຢູ່, ອັນສຳຄັນແມ່ນເພື່ອຮັບຕ້ອນກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດໃນອີກບໍ່ດົນນີ້ໃຫ້ປະສົບຜົນສຳເລັດຈົບງາມຕາມຄາດໝາຍວາງໄວ້. ເມື່ອອາທິດຜ່ານມາ, ກອງປະຊຸມກະກຽມໃຫ້ແກ່ການເປັນເຈົ້າພາບທີ່ດີ ເພື່ອຕ້ອນຮັບກອງປະຊຸມສຸດ
ຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມສຳຄັນອື່ນໆ ໂດຍແມ່ນທ່ານເຈົ້າຄອງນະຄອນຫລວງວຽງຈັນ ສິນລະວົງ ຄຸດໄພທູນ ເປັນປະທານນັ້ນ ເຫັນວ່າຍັງມີຫລາຍໜ້າວຽກທີ່ຕ້ອງໄດ້ຮີບຮ້ອນຈັດຕັ້ງປະຕິບັດ ເພື່ອໃຫ້ທ່ວງທັນກັບກອງປະຊຸມສຳຄັນດັ່ງກ່າວ ເຊິ່ງມັນຮຽກຮ້ອງໃຫ້ທັງພາກລັດ, ເອກະຊົນ ແລະ ປະຊາຊົນບັນດາເຜົ່າຕ້ອງເຂົ້າຮ່ວມຢ່າງເປັນຂະບວນກວ້າງຂວາງ ເປັນຕົ້ນການປັບປຸງປົວແປງເສັ້ນທາງທີ່ເປ່ເພ, ແກ້ໄຂການສັນຈອນແອອັດ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍຕ່າງໆ, ການເກັບມ້ຽນຂີ້ເຫຍື້ອຕາມສາຍທາງ, ດູດຝຸ່ນ, ລ້າງທາງ, ແກ້ໄຂສິ່ງເປິະເປື້ອນ, ລ່ວງຕະຄອງຮ່ອງລະບາຍນ້ຳ ເພື່ອຮັບປະກັນບໍ່ໃຫ້ເກີດມີສະພາບນ້ຳຖ້ວມອັ່ງຂັງຄືດັ່ງຜ່ານມາ, ກວດກາຄຸ້ມຄອງສິນຄ້າອຸປະໂພກ-ບໍລິໂພກ ເພື່ອຮັບປະກັນຄຸນນະພາບ ແລະ ມາດຕະຖານ, ບັນດາໂຮງແຮມ, ຮ້ານອາຫານຕ່າງໆຕ້ອງໃຫ້ຮັບປະກັນຄວາມສະອາດປອດໄພ, ເອົາໃຈໃສ່ປ້ອງກັນການລະບາດຂອງພະຍາດຕ່າງໆຕາມລະດູການ ໂດຍສະເພາະພະຍາດໄຂ້ເລືອດອອກ, ສ່ວນສຳນັກງານ-ອົງການ, ເຮືອນຊານບ້ານຊ່ອງຕ່າງໆຕ້ອງປະດັບປະດາໃຫ້ສວຍງາມເຊັ່ນ: ປະດັບດອກໄຟສະຫວ່າງ, ທາສີຮົ້ວ-ກຳແພງ, ຕິດທຸງຊາດ, ທຸງທິວ, ເອົາໃຈໃສ່ຄວາມສະອາດຕ່າງໆ. ເວົ້າລວມແລ້ວ ໃນໂອກາດທີ່ສຳຄັນນີ້ທຸກພາກສ່ວນພັກ-ລັດ, ກຳລັງປະກອບອາວຸດ, ນັກທຸລະກິດ, ຜູ້ປະກອບການ ກໍຄືປະຊາຊົນບັນດາເຜົ່າຈົ່ງຮ່ວມຈິດຮ່ວມໃຈກັນເຂົ້າຮ່ວມຂະບວນການກະກຽມຄວາມພ້ອມທຸກດ້ານ ເພື່ອເປັນເຈົ້າພາບທີ່ດີ, ຖືເອົາໂອກາດດັ່ງກ່າວຍົກສູງຖານະບົດບາດຂອງລາວເຮົາໃຫ້ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

No comments:

Post a Comment