Ad

Ad

19 July 2016

ເພີ່ມຄວາມຮູ້ກ່ຽວກັບໜີ້ສາທາລະນະໃຫ້ພະນັກງານສະພາແຫ່ງຊາດ ແລະ ທ້ອງຖິ່ນ

           ພະນັກງານກຳມາທິການແຜນການ-ການເງິນ ແລະ ການກວດສອບຂອງສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນ ໄດ້ຮັບການຍົກລະດັບຄວາມຮູ້ກ່ຽວກັບໜີ້ສາທາລະນະ, ພາຍຫລັງເຫັນວ່າໜີ້ສິນດັ່ງ ກ່າວແມ່ນໜຶ່ງໃນບັນດາໜີ້ສິນງົບປະມານແຫ່ງລັດ ແລະ ທັງເປັນແຫລ່ງທຶນທີ່ມີຄວາມສຳຄັນ ເພື່ອຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ໃນເງື່ອນໄຂທີ່ລາຍຮັບງົບປະມານລັດຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການດ້ານລາຍຈ່າຍ ອັນສຳຄັນແມ່ນໃຫ້ຜູ້ເຂົ້າຮ່ວມກຳໄດ້ຈຸດສຳຄັນບັນຫາທາງດ້ານຄວາມສ່ຽງຂອງການເປັນໜີ້, ຄວາມຈຳເປັນຂອງການເກີດໜີ້ ແລະ ວິທີແກ້ໄຂຕ່າງໆ, ພ້ອມທັງຊີ້ໃຫ້ເຫັນຊັດສ່ວນຂອງໜີ້ລະດັບໃດ ຈຶ່ງສົ່ງຜົນສະທ້ອນຕໍ່ລະບົບການເງິນຂອງລັດ ແລະ ກະທົບຕໍ່ເສດຖະກິດຂອງຊາດ ໂດຍຜູ້ເຂົ້າຮ່ວມໄດ້ຮຽນຮູ້ບັນດາຫົວຂໍ້ສຳຄັນເຊັ່ນ: ລາຍຈ່າຍຂອງລັດ, ການຂາດ
ດູນງົບປະມານລັດ, ການຊອກແຫລ່ງທຶນເພື່ອດຸ່ນດ່ຽງການຂາດດູນ ແລະ ອື່ນໆ ໂດຍແມ່ນຊ່ຽວຊານຈາກລັດຖະສະພາປະເທດເຢຍລະມັນໄດ້ມາຖ່າຍຖອດຄວາມຮູ້ດັ່ງກ່າວ ເພື່ອເຮັດໃຫ້ພະນັກງານວິຊາການໃນຂົງເຂດດັ່ງກ່າວກຳໄດ້ບົດຮຽນ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດີ.

             ກອງປະຊຸມສຳມະນາດັ່ງກ່າວຈັດຂຶ້ນໃນວັນທີ 18 ກໍລະກົດນີ້ ທີ່ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ວິໄລວົງ ບຸດດາຄຳ ປະທານກຳມາທິການແຜນການ-ການເງິນ ແລະ ກວດສອບຂອງສະພາແຫ່ງຊາດ.

No comments:

Post a Comment