Ad

Ad

16 August 2016

ລະວັງ! 3-4 ມື້ຕໍ່ໜ້ານີ້ ຝົນຍັງຈະສືບຕໍ່ຕົກໜັກອາດຈະເຮັດໃຫ້ລະດັບນຂອງ ແລະ ສາຂາຕ່າງໆສູງຂຶ້ນ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ຮ່ອງຝົນໄດ້ພັດຜ່ານເຂດພາກເໜືອຂອງລາວ ແລະ ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ດ້ວຍກຳລັງແຮງ, ເຊິ່ງໄດ້ເຮັດໃຫ້ມີຝົນຕົກຕິດຕໍ່ກັນຫລາຍວັນໃນລະດັບຄ່ອຍຫາປານກາງຢູ່ເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນເຂດພາກເໜືອລົງຫາພາກກາງ ເຮັດໃຫ້ລະດັບແມ່ນ້ຳຂອງ, ສາຂາຂຶ້ນສູງ ແລະ ໄດ້ເຮັດໃຫ້ມີນ້ຳຖ້ວມຢູ່ເຂດພາກເໜືອເຊັ່ນ: ແຂວງອຸດົມໄຊ ແລະ ໄຊຍະບູລີ. ສະເພາະລະດັບນ້ຳເຂດຂົວເຊບັ້ງໄຟ ໄດ້ຂຶ້ນໃກ້ເຂດລະວັງໄພແລ້ວ. ຝົນຍັງຈະສືບຕໍ່ຕົກຫລາຍໃນໄລຍະ 3-4 ວັນຕໍ່ໜ້າ, ໂດຍສະເພາະຢູ່ເຂດພາກເໜືອ ແລະ ພາກກາງ, ຊຶ່ງຈະເຮັດໃຫ້ລະດັບຂອງ, ສາຂາຕ່າງໆສືບຕໍ່ຂຶ້ນສູງ ແລະ ອາດສູງກວ່າເຂດລະວັງໄພ ຫລື ເຂດອັນຕະລາຍຢູ່ບາງທ້ອງຖິ່ນ. ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະ ຊາຊົນທີ່ອາໃສຢູ່ແຂວງ
ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ນະຄອນ ຫລວງວຽງຈັນ, ໄຊສົມບູນ ແລະ ແຂວງວຽງຈັນ ໃຫ້ລະວັງສະພາບຝົນຕົກໜັກ, ນ້ຳຖ້ວມໄຫລຊຸແຮງ, ນ້ຳຖ້ວມຍຶ່ງ ແລະ ດິນເຈື່ອນ, ໂດຍສະເພາະປະຊາຊົນທີ່ອາໃສຢູ່ຕາມຂອບເຂດແຄມແມ່ນ້ຳຂອງໃຫ້ລະມັດລະວັງເປັນພິເສດ, ເປັນຕົ້ນ ແຂວງບໍລິຄຳໄຊ, ຄຳມ່ວນ ເຂດເຊບັ້ງໄຟ ແລະ ສະຫວັນນະເຂດ ອາດຈະເກີດຝົນຕົກຟ້າຄະນອງ ແລະ ລົມພັດແຮງ ແລະ ນ້ຳຖ້ວມ ພ້ອມທັງໃຫ້ຮີບຮ້ອນເກັບມ້ຽນສິ່ງຂອງ, ວັດຖຸມີຄ່າອື່ນໆ ແລະ ສັດລ້ຽງໄວ້ໃນທີ່ປອດໄພ ເພື່ອບໍ່ໃຫ້ເກີດອັນຕະ ລາຍ ແລະ ຜົນເສຍຫາຍຕາມມາພາຍຫລັງ.

No comments:

Post a Comment