Ad

Ad

16 August 2016

ເປີດໂຕວາລະສານທະນາຍຄວາມຕ້ອນຮັບວັນລັດຖະທໍາມະນູນຄົບຮອບ 25 ປີ

  ວາລະສານທະນາຍຄວາມ, ໄດ້ເປີດໂຕຢ່າງເປັນທາງການໃນວັນທີ 15 ສິງຫານີ້, ທີ່ສະມາ ຄົມນັກຂ່າວແຫ່ງ ສ ປປ ລາວ, ເພື່ອຂໍ່ານັບຮັບຕ້ອນວັນລັດຖະທໍາມະນູນຄົບຮອບ 25 ປີ (15 ສິງຫາ 199115 ສິງຫາ 2016), ໂດຍມີທ່ານຮອງລັດຖະມົນຕີກະຊວງຍຸຕິທໍາ ເສີມສຸກ ສີມພະວົງ, ພ້ອມດ້ວຍແຂກ ແລະ ສື່ມວນຊົນເຂົ້າຮ່ວມເປັນຈໍານວນຫລາຍ.
  ທ່ານປະທານສະພາທະນາຍຄວາມ ໃຫ້ຮູ້ວ່າ: ວາລະສານທະນາຍຄວາມແມ່ນພາຫະນະເຜີຍແຜ່ພາລະບົດບາດສິດ, ໜ້າທີ່ ແລະ ຈັນຍາທໍາ ລວມເຖິງການເຄື່ອນໄຫວຂອງທະນາຍຄວາມລາວແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ທັງ ເປັນແຫລ່ງສະໜອງຂໍ້ມູນຕ່າງໆໃຫ້ແກ່ສັງຄົມທີ່ມີຄວາມສົນໃຈວ່າທະນາຍຄວາມແມ່ນໃຜ, ເຮັດຫຍັງ ແລະ ຈະເຂົ້າເຖິງການບໍລິການແນວໃດ?.
           ວາລະສານທະນາຍຄວາມຈະຈັດພີມເປັນລາຍໄຕມາດ (3 ເດືອນຕໍ່ສະບັບ). ການກໍາເນີດເກີດຂຶ້ນຂອງວາລະສານດັ່ງກ່າວແມ່ນຍ້ອນການສະໜັບສະໜູນຊ່ວຍເຫລືອຈາກຄະນະນໍາກະຊວງຍຸຕິທໍາ, ກະຊວງຖະແຫລ່ງຂ່າວ, ວັດທະນທໍາ ແລະ ທ່ອງທ່ຽວ ແລະ ພິເສດແມ່ນການປະກອບສ່ວນທາງດ້ານ
ຫົວຄິດມັນສະໝອງ, ສະຕິປັນຍາ ແລະ ເຫື່ອແຮງຂອງບັນດາເພື່ອນຮ່ວມງານ ເປັນຕົ້ນ: ນັກຂ່າວ, ນັກຂຽນດ້ານວຽກງານຍຸຕິທໍາ ແລະ ກົດໝາຍຕ່າງໆ ໃນການຂຽນບົດຄວາມ, ຊອກຫາຂໍ້ມູນຂ່າວສານດ້ານຍຸຕິທໍາ, ກົດໝາຍ ລວມທັງສາລະໜ້າຮູ້ທີ່ມີປະໂຫຍດຕ່າງໆມາໃຫ້ຜູ້ອ່ານໄດ້ເປັນຢ່າງດີ.

           ທ່ານຮອງລັດຖະມົນຕີມີຄໍາເຫັນວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າວາລະສານສະບັບນີ້, ຈະເປັນພາຫະນະ ແລະ ເຄື່ອງມືສໍາຄັນປະກອບສ່ວນເຂົ້າໃນການປົກປ້ອງຄວາມຍຸຕິທໍາໃຫ້ແກ່ສັງຄົມກໍຄືປະຊາຊົນຜູ້ທີ່ດ້ວຍໂອກາດທີ່ຈະເຂົ້າເຖິງຕົວແທນຕໍ່ສູ້ເພື່ອຄວາມຍຸຕິທໍາຂອງຕົນໄດ້ດີຂຶ້ນ.    

No comments:

Post a Comment