Ad

Ad

16 August 2016

ທະນາຄານເອຊີລິດາລາວຈຳກັດລົງນາມສັນຍາແຮງງານລວມໝູ່

ວັນທີ 15 ສິງຫານີ້, ທະນາຄານເອຊີລິດາລາວຈຳກັດໄດ້ຈັດພິທີເຊັນສັນຍາແຮງງານລວມໝູ່ລະຫວ່າງຜູ້ອອກແຮງງານກັບອຳນວຍການຂຶ້ນທີ່ສຳນັກງານໃຫຍ່ທະນາຄານດັ່ງກ່າວໃນນະ ຄອນຫຼວງວຽງຈັນ, ລະຫວ່າງທ່ານ ນາຣິນ ພອນ ຜູ້ອຳນວຍການໃຫຍ່ທະນາຄານດັ່ງກ່າວ ແລະ ທ່ານ ຈາລິຍາ ວິໄລສຸກ ຕາງໜ້າຜູ້ອອກແຮງງານ,ມີທ່ານ ອຸ່ນຄຳ ບຸນຍະແສງ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ທັງເປັນຫົວໜ້າກົມປົກປ້ອງແຮງງານ, ພ້ອມດ້ວຍຄະນະບໍລິຫານທະນາ ຄານດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ອຳນວຍການໃຫຍ່ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ການປະຕິບັດງານຂອງທະນາຄານເອຊີລິດາລາວຈຳກັດສອດຄ່ອງຕາມລະບຽບກົດໝາຍ ແລະ ດຳເນີນງານໄປດ້ວຍປະສິດທິຜົນນັ້ນ,ທະ ນາຄານໄດ້
ອະນຸຍາດໃຫ້ມີຜູ້ຕາງໜ້າແຮງງານ 3 ທ່ານ, ໃນສຳນັກງານໃຫຍ່, ສາຂາ ແລະ ໜ່ວຍບໍລິການ ເພື່ອຮ່ວມກັນສ້າງສັນຍາແຮງງານລວມໝູ່ຂື້ນນັບແຕ່ປີ 2008 ເປັນເຕົ້ນມາ ແລະ ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແລະ ລະບຽບກົດໝາຍ,ທະນາຄານ ແລະ ຜູ້ຕາງໜ້າຜູ້ອອກ ແຮງງານຈຶ່ງໄດ້ຮ່ວມກັນປັບປຸງສັນ ຍາດັ່ງກ່າວເປັນແຕ່ລະໄລຍະ,ເພື່ອເປັນບ່ອນອີງໃຫ້ແກ່ການຈັດ ຕັ້ງປະຕິບັດສັນຍາແຮງງານໃຫ້ມີປະສິດທິພາບ ແລະ ສອດຄ່ອງຕາມກົດໝາຍແຮງາງນຂອງ ສປປ ລາວ,ເພື່ອ ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ໃຫ້ມີຄວາມຍຸດຕິທຳ ແລະ ຮັບປະກັນຄວາມສະເໝີພາບລະຫວ່າງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ,ເຮັດໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເພື່ອຄວາມໝັ້ນຄົງໃນໄລຍະຍາວໃນການເຂົ້າຮ່ວມສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດ , ສຳລັບສັນຍາແຮງານລວມໝູ່ຂອງທະນາຄານເອຊີລິດາແມ່ນໄດ້ຮັບການປັບປຸງມາແລ້ວ 4 ຄັ້ງ ແລະ ຄັ້ງລ່າສຸດນີ້ປະກອບມີ 3 ໝວດ 57 ມາດຕາ,ຊຶ່ງເນື້ອໃນສ່ວນໃຫຍ່ຈະລະບຸເຖິງລະບົບເງິນເດືອນ, ວັນພັກ , ການເຊັນສັນຍາແຮງງານ, ການຍົກເລີກສັນຍາແຮງງານ, ການແຈ້ງກ່ອນການຍົກເລິກສັນຍາແຮງານ, ການຍົກເລິກສັນຍາໂດຍທະນາຄານ, ການຍົກເລິນສັຍຍາໂດຍຜູ້ອອກແຮງງານ, ການເຂົ້າປະກັນສັງຄົມ, ການຍ້ອງຍໍ, ການປະຕິບັດວິໄນ ,ການແກ້ໄຂຂໍ້ຂັດແຍ່ງຕ່າງໆທີ່ເກີດຂື້ນໃນສຳນັກງານ ແລະ ອື່ນໆ ແລະ ເພື່ອເຮັດໃຫ້ການປະຕິບັດສັນຍາແຮງງານລວມໝູ່ສະບັບນີ້ມີປະສິດທິຜົນນັ້ນມັນຮຽກຮ້ອງໃຫ້ທັງສອງຝ່າຍຈົ່ງເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດ ແລະ ຫຼີກລຽງການລະເມີດທຸກມາດຕາຂອງສັນຍາດັ່ງກ່າວ.

ທ່ານ ອຳນວຍການໃຫ້ຮູ້ອີກວ່າ: ທະນາຄານເອຊີລິດາລາວຈຳກັດສ້າງຕັ້ງຂຶ້ນໃນວັນທີ 8 ກໍລະກົດ  2008 ພາຍໃຕ້ກົດໝາຍວ່າດ້ວຍທະນາຄານທຸລະກິດແຫ່ງ ສປປລາວ, ຕະ ຫຼອດໄລຍະຜ່ານມາທະນາຄານໄດ້ມີການພັດທະນາເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ, ໃນການໃຫ້ການບໍລິການແກ່ສັງຄົມ, ຊຶ່ງມາຮອດປັດຈຸບັນມີທືນຈົດທະບຽບທັງໝົດ 300 ຕື້ກີບ, ມີຊັບສິນລວມຫຼາຍກວ່າ 1.192 ຕື້ກີບ ຫຼື ປະມານ 147 ລ້ານກວ່າໂດລາສະຫາລັດ, ມີພະນັກງານທັງໝົດ 1.169 ຄົນ,ຍິງ 379 ຄົນ.

No comments:

Post a Comment