Ad

Ad

16 August 2016

ຈົ່ງເອົາໃຈໃສ່ຮັກສາສຸຂະພາບໃນຢາມຝົນ

ໜ່ວຍເຝົ້າລະວັງພະຍາດລະບາດກະຊວງສາທາລະນະສຸກໄດ້ໄດ້ອອກມາເຕືອນໃຫ້ປະຊາ ຊົນເອົາໃຈໃສ່ຮັກສາສຸຂະພາບ, ເນື່ອງຈາກປັດຈຸບັນສະພາບດິນຟ້າອາກາດມີການປ່ຽນແປງຢ່າງຜິດປົກກະຕິ, ບາງຄັ້ງກໍມີຝົນຕົກ ແລະ ບາງຄັ້ງກໍມີແດດອອກ, ໂດຍສະເພາະໄລຍະນີ້ແມ່ນມີຝົນຕົກຢ່າງຕໍ່ເນື່ອງ, ຊຶ່ງອາດເປັນສາເຫດເຮັດໃຫ້ເກີດການລະບາດຂອງພະຍາດຕ່າງໆໄດ້ງ່າຍເຊັ່ນ: ໂລກເຊື້ອລາ, ຕີນມືເປື່ອຍຈາການແຊ່ນ້ຳ,ໄຂ້ຫວັດ, ອັກເສບປອດຮຸນແຮງ, ຖອກທ້ອງ ແລະ ອື່ນໆ, ຊຶ່ງມັກເກີດເກີດຂຶ້, ໂດຍສະເພາະແມ່ນຢູ່ໃນເຂດຊົນນະບົດ, ພູດອຍບ່ອນຫ່າງໄກສອກຫຼີກທີ່ປະຊົນຊົນສ່ວນໃຫຍ່ບໍ່ມັກເອົາໃຈໃສ່ເບິ່ງແຍງສຸຂະພາບຂອງຕົນເຊັ່ນ: ມັກຕາກແດດ, ຕາກຝົນເປັນເວລາດົນ, ຊຶ່ງອາດກໍໃຫ້ເກີດພະຍາດຕ່າງໆໄດ້ງ່າຍ, ດັ່ງນັ້ນຈຶ່ງເດືອນໃຫ້ປະຊາຊົນຈົ່ງເອົາໃຈໃສ່ຮັກສາສຸຂະພາບຂອງຕົນໃຫ້ດີ, ດ້ວຍການປະຕິບັດຫຼັກການອະນາໄມ 3 ສະອາດຢາງເຂັ້ມງວດຄື: ໝັ່ນທຳຄວາມສະອາດຮ່າງ ກາຍ ແລະ ທີ່ຢູ່ອາໃສ່ເປັນປະຈຳ,ນຸ່ງເຄື່ອງໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ບໍ່ຄວນຕາກແດດ, ຕາກຝົນ ແລະ ແຊ່ນ້ຳເປັນເວລາດົນເກີນໄປ, ພ້ອມກັນນັ້ນກໍໃຫ້ດູແລເບິ່ງແຍງລູກຫຼານ ຂອງຕົນໃຫ້ດີ ແລະ ເມື່ອຮູ້ສຶກບໍ່ສະບາຍຄວນໄປພົບແພດໝໍ ຫຼື ສຸກສາລາໃກ້ບ້ານໂດຍໄວ.


ໜ່ວຍເຝົ້າລະວັງພະຍາດໃຫ້ຮູ້ອີກວ່າ: ປັດຈຸບັນນອກຈາກໃຫ້ເອົາໃຈໃສ່ເບິ່ງແຍງສຸຂະພາບແລ້ວ,ຕ້ອງເອົາໃຈໃສ່ເຝົ້າລະວັງ ແລະ ສະກັດກັ້ນພະຍາດໄຂ້ເລືອດອອກໃຫ້ດີ, ເນື່ອງຈາກວ່າດຽວນີ້ຢູ່ຫຼາຍແຂວງທາງພາກໃຕ້ກໍມີການລະບາດຂອງພະຍາດໄຂເລືອດອອກເພີ່ມຂື້ນເລື່ອຍໆ,ດັ່ງນັ້ນພວກເຮົາຕ້ອງເປັນເຈົ້າການທຳລາຍແຫຼ່ງເພາະພັນຂອງຍຸງລາຍທີ່ເປັນພາຫະນຳເຊື້ອຢ່າງແຂງແຮງ,ດ້ວຍການປະຕິບັດຕາມຄຳຂັວນ 5 ປ ທີ່ກະຊວງສາທາລະ ນະສຸກວາງອອກຢ່າງເຂັມງວດຄື:  1 ປິດຝາພາຊະນະທີ່ມີນ້ຳພາຍໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂໃສ່2 ປ່ຽນນ້້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ານຮອງຈອກນ້ຳ3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ, 4 ປັບປຸງບໍ່ໃຫ້ມີນ້ຄ້າງ, ຂັງກະໂປະກະປ໋ອງ, ຮາງລນ ແລະ ຢ່າງຕີນລົດເກົ່າ ແລະ  5 ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປປິ່ນປົ່ວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານທ່ານ, ພຽງເທົ່ານີ້ກໍຈະສາມາດຫຼຸດຜ່ອນໄຂ້ເລືອດອອກໄດ້.

No comments:

Post a Comment