Ad

Ad

16 August 2016

ພຽງເຄິ່ງປີຍອດຂາຍຫົວເຫວີຍເພີ່ມຂຶ້ນ 41%

          ກຸ່ມທຸລະກິດຜູ້ໃຊ້ງານຫົວເຫວີຍ ໄດ້ປະກາດຜົນປະກອບການທຸລະກິດໃນ 6 ເດືອນຕົ້ນປີ 2016ນີ້, ຍອດຂາຍໂທລະສັບສະມາດໂຟນເພີ່ມຂຶ້ນ 41%, ສ່ວນການຈັດສົ່ງສະມາດໂຟນໃນທົ່ວໂລກເພີ່ມຂຶ້ນ 3,1%, ຊຶ່ງສະແດງໃຫ້ເຫັນວ່າທຸລະກິດຫົວເຫວີຍ ມີການຂະຫຍາຍຕົວສູງ.
          ຜູ້ອຳນວຍການໃຫຍ່ກຸ່ມທຸລະກິດຜູ້ໃຊ້ງານຫົວເຫວີຍ ຮີຊາດ ຢູ ໃຫ້ຮູ້ວ່າ: ປັດຈຸບັນ ຫົວເຫວີຍ ແມ່ນມີການຂະຫຍາຍຕົວຢ່າງກວ້າງຂວາງ, ໂດຍສະເພາະໃນຕະຫລາດສະມາດໂຟນລະດັບສູງເຊັ່ນ: ຢູໂລບ, ອາຟຣິກກາເໜືອ, ເອເຊຍກາງ ແລະ ອາເມລິກາລາຕິນ ແລະ ເພື່ອສືບຕໍ່ຮັກສາການຂະຫຍາຍຕົວດັ່ງກ່າວ, ຫົວເຫວີຍ ໄດ້ເພີ່ມການສ້າງນະວັດຕະກຳໃນງານວິໄຈ ແລະ ການພັດທະນາການຕະຫລາດຕ່າງໆ. ໄປຄຽງຄູ່ກັບການພັດທະນາຜະລິດຕະພັນໃໝ່ທີ່ໂດດເດັ່ນຂອງຫົວເຫວີຍໃນປັດຈຸບັນປະກອບມີ: P9,
Mate 8, Honor V8 ແລະ MateBook, ເຊິ່ງທັງໝົດນີ້ແມ່ນໄດ້ຮັບການຕອບຮັບຈາກຜູ້ໃຊ້ໃນທົ່ວໂລກເປັນຢ່າງດີ. ຈາກຜົນສຳຫລວດໃນທ້າຍເດືອນພຶດສະພາ ຜ່ານມານີ້, ທົ່ວໂລກມີຮ້ານ ຈຳໜ່າຍຜະລິດຕະພັນຫົວເຫວີຍທັງໝົດ 35 ພັນແຫ່ງ, ເພີ່ມຂຶ້ນ 116% ເມື່ອທຽບໃສ່ປີຜ່ານມາ.

ທ່ານອຳນວຍການ ຢືນຢັນວ່າ: ໃນຕໍ່ໜ້າ, ທຸລະກິດຫົວເຫວີຍ ຈະສ້າງຕົນເອງ ໃຫ້ກາຍເປັນອັນດັບໜຶ່ງຂອງທຸລະກິດມືຖືສະມາດໂຟນຂອງໂລກໃຫ້ໄດ້.

No comments:

Post a Comment