Ad

Ad

15 August 2016

ລາວສະຫລອງວັນສື່ມວນຊົນ ແລະ ພິມຈຳໜ່າຍ 13 ສິງຫາ ດ້ວຍບັນຍາກາດຟົດຟື້ນ

               ເຊົ້າວັນທີ 12 ສິງຫານີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດງານໂຮມຊຸມນຸມສະເຫລີມສະຫລອງວັນສື່ມວນຊົນ ແລະ ພິມຈຳໜ່າຍ 13 ສິງຫາ ຄົບຮອບ 66 ປີ (13/8/1950-13/8/2016) ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ ໃນນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາພັກ, ລັດຖະມົນຕີກະຊວງດັ່ງກ່າວ ພ້ອມດ້ວຍສື່ມວນຊົນ ແລະ ພະນັກງານສຳນັກພິມຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.

              ໃນງານໂຮມຊຸມນຸມອັນຟົດຟື້ນ ແລະ ມີຄວາມໝາຍດັ່ງກ່າວ, ພາຍຫລັງທ່ານ ສະຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຂຶ້ນກ່າວຄຳປາໄສ ທີ່ຍົກໃຫ້ເຫັນຂະບວນວິວັດແຫ່ງການພັດທະນາວຽກງານ
ຖະແຫລງຂ່າວ-ສື່ມວນຊົນລາວ ແລະ ການພິມຈຳໜ່າຍຕະຫລອດໄລຍະ 66 ປີຜ່ານມາ ອັນໄດ້ເຮັດໃຫ້ຂະແໜງການດັ່ງກ່າວນັບມື້ເຕີບໃຫຍ່ຂະຫຍາຍຕົວ ນັບທັງດ້ານປະລິມານ ແລະ ຄຸນນະພາບ ອັນໄດ້ກາຍເປັນອາວຸດແຫລມຄົມຂອງພັກ-ລັດຖະບານເຮົາ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ເປັນຢ່າງດີ. ຈາກນັ້ນ ບັນດາຜູ້ແທນກໍໄດ້ປະກອບຄຳຄິດຄຳເຫັນຫລາຍບັນຫາ ເພື່ອແນໃສ່ເພີ່ມທະວີປັບປຸງວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍດີຂຶ້ນກວ່າເກົ່າ ແລະ ໃນໂອກາດອັນສະຫງ່າລາສີນີ້, ທ່ານລັດຖະມົນຕີກະຊວງ ຖວທ ກໍໄດ້ໃຫ້ກຽດໂອ້ລົມ ເພື່ອແນະນຳຫລາຍບັນຫາສຳຄັນທີ່ກຳລັງສື່ມວນຊົນ ແລະ ການພິມຈຳໜ່າຍຈະຕ້ອງໄດ້ເອົາໃຈໃສ່ ເພື່ອພັດທະນາວຽກງານຂອງຕົນໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່. ທ່ານລັດຖະມົນຕີກ່າວວ່າ: ໃນໄລຍະຜ່ານມາ ເບິ່ງລວມແລ້ວກຳລັງສື່ມວນຊົນ ແລະ ການພິມຈຳໜ່າຍຂອງປະເທດເຮົາກໍໄດ້ຮັບການພັດທະນາດີຂຶ້ນ ເຊິ່ງມາຮອດປັດຈຸບັນນີ້ສື່ມວນຊົນລາວມີຫລາຍຜະລິດຕະພັນ ແລະ ເພີ່ມຂຶ້ນໃນທຸກປີ, ຄຸນນະພາບດີຂຶ້ນ ຊ່ວຍໃຫ້ຜູ້ຊົມໃຊ້ມີຫລາຍທາງເລືອກ ແລະ ນັບມື້ຫັນໄປສູ່ມືອາຊີບທາງດ້ານວິຊາສະເພາະ ເຊິ່ງສະແດງອອກໃຫ້ເຫັນຄື: ສື່ສິ່ງພິມປັດຈຸບັນ ລວມມີ 127 ສະບັບ ເພີ່ມຂຶ້ນ 30 ກວ່າສະບັບ ທຽບໃສ່ 5 ປີກ່ອນ, ວິທະຍຸກະຈາຍສຽງມີ 63 ສະ ຖານີ ເພີ່ມຂຶ້ນ 20 ສະຖານີ, ໂທລະພາບມີ 37 ສະຖານີ ເພີ່ມຂຶ້ນ 5 ສະຖານີ ທຽບໃສ່ປີ 2011, ສາ ມາດແຜ່ພາບ ແລະ ສຽງພາກພື້ນດິນກວມ 80% ຂອງພື້ນທີ່ທົ່ວປະເທດ, ກະຈາຍຜ່ານດາວທຽມ ແລະ ອິນເຕີເນັດກວມ 100% ຂອງພື້ນທີ່ທົ່ວປະເທດ ແລະ ຫລາຍປະເທດອື່ນໆໃນໂລກ, ສາມາດກະຈາຍອອກເປັນຫລາຍພາສາ ແລະ ສິ່ງພົ້ນເດັ່ນແມ່ນສື່ມໃໝ່ (New Media) ໄດ້ມີບົດບາດສຳຄັນຫລາຍໃນການເຜີຍແຜ່ຂໍ້ມູນຂ່າວສານ. ດັ່ງນັ້ນ ເກືອບທຸກໆສື່ຂອງເຮົາໄດ້ມີເວັບໄຊ (Website) ເປັນຂອງຕົນເອງ ເພື່ອເຮັດໜ້າທີ່ຕອບສະໜອງຂໍ້ມູນຂ່າວສານລະຫວ່າງພາຍໃນ ແລະ ຕ່າງປະເທດໄດ້ທັນການ ແລະ ກວ້າງຂວາງກວ່າເກົ່າ. ທ່ານລັດຖະມົນຕີເນັ້ນວ່າ: ໄປຄຽງຄູ່ກັບຜົນສຳເລັດດັ່ງ ກ່າວນັ້ນແລ້ວ, ວຽກງານສື່ ແລະ ການພິມຈຳໜ່າຍພວກເຮົາກໍຈະຕ້ອງໄດ້ເອົາໃຈໃສ່ປັບປຸງຕົນເອງຫລາຍຢ່າງ ຄືຮູບການ ແລະ ເນື້ອໃນຂອງສື່ມວນຊົນບໍ່ທັນເລິກເຊິ່ງປານໃດ, ຍັງບໍ່ຕອບສະໜອງໄດ້ໝົດຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ບໍ່ທັນດຶງດູດຄວາມສົນໃຈຜູ້ອ່ານ, ຜູ້ຊົມ ແລະ ຜູ້ຟັງໄດ້ຫລາຍ, ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານສາລະຄວາມຮູ້ທີ່ເປັນປະໂຫຍດ ແລະ ການບັນເທີງທີ່ມີເນື້ອໃນຕິດພັນກັບການຍົກສູງນ້ຳໃຈຮັກຊາດ ຮັກສາລະບອບໃໝ່ຍັງບໍ່ທັນອຸດົມ ສົມບູນ, ເນື້ອໃນສ່ອງແສງສະພາບຄວາມເປັນຈິງຂອງຊີວິດສັງຄົມຢູ່ຮາກຖານຍັງບໍ່ທັນຫລາຍ, ບໍ່ທັນຮູ້ເລືອກເຟັ້ນສັງລວມເອົາຄຳຕຳນິຕິຊົມ ແລະ ຄຳຄິດຄຳເຫັນຂອງມະຫາຊົນມາລົງໃນສື່. ຄວາມເປັນເຈົ້າການ ແລະ ຄວາມສະດຸ້ງໄວໃນການຕອບຕ້ານຖ້ອຍທຳນອງໂຄສະນາບິດເບືອນໃສ່ຮ້າຍປ້າຍສີຂອງພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີຍັງບໍ່ທັນການ, ການສະເໜີຂ່າວບາງຄັ້ງຄາວຍັງຂາດສະຕິລະວັງຕົວຕໍ່ກົນອຸບາຍຂອງຄົນທີ່ບໍ່ຫວັງດີ; ພື້ນຖານວັດຖຸ-ເຕັກນິກຂອງວຽກງານສື່ມວນຊົນບໍ່ທັນເປັນລະບົບຄົບຊຸດ ແລະ ທັນສະໄໝເຊັ່ນ: ເຄື່ອງແຍກສີ ແລະ ຈັກພິມຂອງໂຮງພິມ ແລະ ອຸປະ ກອນຂອງສື່ເອເລັກໂຕຣນິກຈຳນວນໜຶ່ງຍັງນຳໃຊ້ລະບົບອານາລັອກ, ເຮັດໃຫ້ບໍ່ສາມາດເຊື່ອມຕໍ່ກັບອຸປະກອນເຕັກນິກດີຈີຕອນໄດ້, ພາຫະນະຮັບໃຊ້ໃນການເຄື່ອນໄຫວບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ, ການຊອກຫາຊ່ອງທາງສ້າງລາຍຮັບຂອງສື່ມວນຊົນຍັງບໍ່ທັນມີກົນໄກຕິນິກຳຮອງຮັບຢ່າງຈະແຈ້ງ ແລະ ຄ່ອງຕົວ ເຊິ່ງທັງໝົດນີ້ແມ່ນໜ້າວຽກທີ່ພວກເຮົາຈະໄດ້ສຸມໃສ່ແກ້ໄຂໃຫ້ສຳເລັດ ເພື່ອຍົກສູງຖານະບົດບາດຂອງສື່ມວນຊົນ ແລະ ການພິມຈຳໜ່າຍຂອງປະເທດເຮົາສູງເດັ່ນຂຶ້ນ ນັບທັງຢູ່ພາຍໃນ ແລະ ເວທີພາກພື້ນ ແລະ ສາກົນ.

No comments:

Post a Comment