Ad

Ad

15 August 2016

ອົງການແນວລາວສ້າງຊາດຄັນທຸງເຕົ້າໂຮມຄວາມສາມັກຄີບັນດາເຜົ່າ

            ອົງການແນວລາວສ້າງຊາດ, ແມ່ນອົງການຈັດຕັ້ງການເມືອງໜຶ່ງຂອງປະເທດທີ່ມີບົດບາດສໍາຄັນໃນການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນທັງຊາດ, ສຶກສາອົບຮົມປະຊາຊົນບັນດາເຜົ່າໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເພື່ອກາຍເປັນກໍາລັງແຮງສັງລວມເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມແນວທາງປ່ຽນແປງໃໝ່ຢ່າງມີຫລັກການຂອງພັກ.
            ຕະຫລອດໄລຍະ 66 ປີຜ່ານມາ, ອົງການແນວລາວສ້າງຊາດໄດ້ຕັ້ງໜ້າເສີມຂະຫຍາຍມູນເຊື້ອວິລະຊົນຂອງຊາດ, ກໍຄືການເຕົ້າໂຮມຄວາມສາມັກຄີປອງດອງຊາດ, ສຶກສາອົບຮົມ ແລະ ປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງທີ່ບໍ່ເຄີຍມາກ່ອນໃນປະຫວັດສາດຂອງຊາດເຮົາຄື: ສາມາດ

ປົກປັກຮັກສາເອກກະລາດ, ອໍານາດອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ, ເສດຖະກິດ, ວັດທະນາທໍາ, ສັງຄົມນັບມື້ດີຂຶ້ນ, ລະ ບອບການເມືອງໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງນັບແຕ່ຂັ້ນຮາກຖານ, ບົດບາດອິດ ທິພົນຂອງຊາດ, ຂອງພັກ ແລະ ລັດເຮົາ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ແຕ່ແນວໃດກໍຕາມ, ໃນໄລຍະໃໝ່ນີ້, ອົງການແນວລາວສ້າງຊາດຍິ່ງມີບົດບາດສໍາຄັນຕໍ່ພາລະກິດປະຕິ ວັດຂອງປະເທດເຮົາ, ເນື່ອງຈາກວ່າການສ້າງສາປະເທດຊາດຕາມຈຸດໝາຍກ້າວສູ່ສັງຄົມນິຍົມນັ້ນເປັນພາລະກິດອັນຍິ່ງໃຫຍ່, ຮອບດ້ານ, ເລິກເຊິ່ງ, ທ້າທາຍ ແລະ ຍາວນານ, ຊຶ່ງຮຽກຮ້ອງໃຫ້ທົ່ວປວງຊົນທັງຊາດຕ້ອງໄດ້ສາມັກຄີກັນໃຫ້ເປັນປຶກແຜ່ນແໜ້ນໜາເພື່ອພ້ອມກັນເຮັດຫລ້ອນພາລະກໍາປະຫວັດສາດດັ່ງກ່າວ. ອົງການແນວລາວສ້າງຊາດ ຕ້ອງໄດ້ເພີ່ມທະວີການປະຕິບັດບົດບາດຂອງຕົນໃຫ້ສູງຂຶ້ນ ເພື່ອສ້າງ ແລະ ປັບປຸງກໍາລັງແຮງທົ່ວປວງຊົນ ແລະ ເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ປຸກລະດົມປະຊາຊົນທຸກຊັ້ນຄົນ, ເພດໄວ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າ, ປົກປັກຮັກສາວັດທະນາທໍາຮີດ
ຄອງປະເພນີອັນດີງາມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນບັນດາເຜົ່າ.
            ດ້ວຍບົດບາດສໍາຄັນດັ່ງກ່າວ, ທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ແນະນໍາໃຫ້ອົງ ການສໍາຄັນນີ້ເອົາໃຈໃສ່ປັບປຸງຕົນເອງຄື: (1) ຕ້ອງປ່ຽນແປງຕົນເອງຢ່າງແຂງແຮງເພື່ອສາມາດແບກຫາບພາລະບົດບາດເປັນບ່ອນເຕົ້າໂຮມ ແລະ ເສີມຂະຫຍາຍກ້ອນກໍາລັງມະຫາສາມັກຄີປະ ຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ສ້າງກໍາລັງແຮງອັນມະຫາສານໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະໃໝ່. (2) ໃນຖານະເປັນໃຈກາງແຫ່ງພາຄີບັນດາອົງການຈັດຕັ້ງການ ເມືອງ-ສັງຄົມ, ຕ້ອງມີບົດບາດອັນຕັ້ງໜ້າ ແລະ ເປັນເຈົ້າການໃນການປຶກສາຫາລື ແລະ ປະສານສົມ ທົບໃນການເຄື່ອນໄຫວກັບບັນດາອົງການຈັດຕັ້ງການເມືອງ-ສັງຄົມອື່ນໆ. (3) ຕ້ອງເອົາໃຈໃສ່ສຶກສາອົບຮົມຍົກລະດັບຄວາມຕື່ນຕົວທາງການເມືອງ ແລະ ເສີມຂະຫຍາຍສິດເປັນເຈົ້າປະເທດຊາດຂອງປະຊາຊົນ. (4) ອົງການແນວລາວສ້າງຊາດຕ້ອງເອົາໃຈໃສ່ຕື່ມອີກໃນການຄຸ້ມລັດ, ຄຸ້ມຄອງສັງຄົມ, ໂດຍຜ່ານການເຮັດວຽກງານສດສາອົບຮົມປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າໃຫ້ມີສະຕິເຄົາ ລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ. (5) ສູນກາງແນວລາວສ້າງຊາດຕ້ອງປັບປຸງແບບແຜນວິທີເຄື່ອນໄຫວຂອງຕົນໃຫ້ມີລັກສະນະມະຫາຊົນອັນຫລາກຫລາຍເໝາະສົມກັບແຕ່ລະເປົ້າໝາຍໃນສັງຄົມ, ຕິດພັນກັບຮາກຖານ ແລະ ເຂົ້າເຖິງມະຫາຊົນຢ່າງແທ້ຈິງເພື່ອເຮັດວຽກງານສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍ ແລະ ເຕົ້າໂຮມມະຫາຊົນອັນກວ້າງຂວາງໃນຂະບວນວຽກງານແຕ່ລະດ້ານໃນແຕ່ລະໄລຍະ. (6) ຕ້ອງເອົາໃຈໃສ່ປັບປຸງແບບແຜນນໍາພາ ແລະ ການປະສານງານກັບບັນດາອົງການຈັດຕັ້ງຂອງພັກແຕ່ລະຂັ້ນໃນຖານະເປັນພາຄີ, ເປັນຜູ້ນໍາໜ້າທົ່ວສັງຄົມ ຊີ້ນໍາໃຫ້ແນວລາວສ້າງຊາດເຮັດຫລ້ອນໜ້າທີ່ຂອງຕົນ ແລະ (7) ໃນການພົວພັນຮ່ວມມືກັບອົງການແນວໂຮມປະເທດເພື່ອນມິດຍຸດທະສາດ, ແນວລາວສ້າງຊາດຕ້ອງສຸມໃສ່ຄົ້ນຄວ້າບົດຮຽນອັນດີຂອງວຽກງານແນວໂຮມໃນໄລຍະໃໝ່ ເພື່ອສືບຕໍ່ປັບປຸງດ້ານການຈັດຕັ້ງເນື້ອໃນ ແລະ ຮູບການເຄື່ອນໄຫວຕົວຈິງໃຫ້ແຂງແຮງ ແລະ ມີປະສິດທິຜົນກວ່າເກົ່າ.

No comments:

Post a Comment